ເຕັກນິກ ການລ້ຽງ ແລະ ການປະສົມພັນປາປາກ

I. ຄຸນປະໂຫຍດຂອງການລ້ຽງປາປາກ

ປາປາກເປັນປາທີ່ສາມາດນໍາມາລ້ຽງ ແລະ ຂະຫຍາຍພັນໄດ້ງ່າຍ, ສາມາດລ້ຽງໄດ້ເກືອບທຸກ ທ້ອງຖິ່ນໃນປະເທດເຮົາ, ຖ້າມີບ່ອນລ້ຽງທີ່ເຫມາະສົມ ແລະ ຮູ້ວິທີລ້ຽງທີ່ດີຈະຕອບສະຫນອງອາ ຫານໃຫ້ແກ່ຄອບຄົວໄດ້ຢ່າງພຽງພໍ, ລ້ຽງຫລາຍສາມາດຂາຍເພື່ອສ້າງລາຍໄດ້ແກ່ຄອບຄົວ.

ປາປາກເປັນປາທີ່ຄົນເຮົານິຍົມກັນກິນຫລາຍ, ຊີ້ນປາປາກມີລົດຊາດແຊບ, ກິນງ່າຍລະລາຍ ດີບໍ່ເປັນອັນຕະລາຍຕໍ່ສຸຂະພາບໂດຍສະເພາະຜູ້ສູງອາຍຸ.

II. ສະຖານທີ່ເຫມາະສົມ

– ອຸນະພູມລະຫ່ວາງ 24 – 35 ອົງສາເຊ

– ເປັນບ່ອນທີ່ໃກ້ແຫລ່ງນ້ໍາທໍາມະຊາດເຊັ່ນ: ຫວ້ຍ, ຮ່ອງ, ຊົນລະປະທານ,…

– ເປັນບ່ອນທີ່ບໍ່ມີນ້ໍາອອກບໍ່

– ບ່ອນລ້ຽງເປັນດິນຫນຽວ ຫລື ດິນປົນຊາຍບໍ່ຄວນເປັນເຂດດິນເຄັມ ແລະ ເປັນກົດສູງ, ລະດັບ ຄວາມເປັນກົດເປັນດັ່ງເທົ່າກັບ 6,5-8,5.

ສະນັ້ນກ່ອນຂຸດຫນອຕ້ອງມີການວັດແທກນ້ໍາດ້ວຍເຄື່ອງວັດແທກນ້ໍາ, ເຄື່ອງວັດແທກຄວາມເປັນກົດເປັນດັ່ງມີຫລາຍຊະນິດທີ່ແຕກຕ່າງກັນ.

III. ການສ້າງສະຖານທີ່ບ່ອນລ້ຽງປາປາກ

1. ລ້ຽງໃສຫນອງ:

ຫນອງລ້ຽງປາປາກເຫມາະສົມຄວນມີຂະຫນາດ: ລວງກ້ວາງ 8 ແມັດ, ລວງຍາວ 10 ແມັດ ຫລື ໄລ່ເປັນເນື້ອທີ່ແມ່ນແຕ່ 80 ຕາແມັດຂຶ້ນໄປ, ຄວາມເລິກຂອງຫນອງ 1- 1,5 ແມັດ, ຄວາມເນີນ ຂອງຄັນຫນອງ 1,5-2 ແມັດ, ປາປາກເປັນປາກິນພືດໄດ້ດີສະນັ້ນ, ຖ້າເຮັດຫນອງເລິກເກີນໄປແສງ ແດດບໍ່ສ່ອງເຖິງພື້ນຫນອງ, ພືດນ້ໍາຕ່າງໆ ທີ່ເປັນອາຫານທໍາມະຊາດຂອງປາກໍ່ຈະບໍ່ເກີດຂຶ້ນໄດ້. ຖ້າ ເປັນຫນອງໃຫ່ຍຂະຫນາດ 2 ໄລ່ຫາ 1 ເຮັກຕາ, ພື້ນຫນອງຫາຄັນຫນອງຕ້ອງເປັນລັກສະ ນະກົ້ນຫມໍ້ຂາງ ຫລື ເປັນພັກ.

2. ການລ້ຽງໃສ່ກະຊັງ ຫຼື ຄອກ

ລ້ຽງໃນກະຊັງ ຫຼື ຄອກເຫມາະສົມສໍາລັບຜູ້ທີ່ຢູ່ໃກ້ຫນອງໃຫ່ຍ, ນ້ໍາໃຫ່ຍສາມາດກາງກະຊັງ ຫລື ຄອກທີ່ເຮັດດ້ວນຕາຫນ່າງຢາງຕີຂອບໃຫ້ແຫນ້ນຫນາຈຸ່ມຄອກເລິກລົງ 1-1,5 ແມັດ ແຕ່ບໍ່ໃຫ້ນ້ໍາຖ້ວມ ຄອກລ້ຽງ, ຖ້າຈະລ້ຽງໃສ່ກະຊັງກໍ່ກາງກະຊັງໃສ່ບ່ອນລ້ຽງທີ່ເຫັນວ່າເຫມາະສົມ, ແຕ່ບໍ່ຄວນໃຫ້ ພື້ນກະຊັງຈໍາພື້ນນ້ໍາ ແລະ ຕ້ອງມີວິທີການປ້ອງກັນສັດທີ່ຈະເຈາະກະຊັງລ້ຽງປາເຊັ່ນ: ຈໍາ ພວກນາກ ນ້ໍາ, ງູ… ຂະຫນາດຂອງກະຊັງທີ່ເຫມາະສົມແມ່ນ 2×4 ແມັດ ຫລື 4×4 ແມັດ. ຄວາມເລິກຊຂອງ ກະຊັງ 1,5 ແມັດ.

IV. ເຕັກນິກການປະສົມພັນ

່ ສະຖານທີ່ປະສົມພັນປາປາກເຫມາະສົມ ແມ່ນອ່າງຊີເມັນເພາະປາປາກເປັນປະເພດປາໄຂ່ ລອຍ. ນິຍົມໃຊ້ອ່າງກົມມີເສັ້ນຜ່າກາງ 1-1,5 ແມັດ, ສູງ 1 ແມັດ, ຖ້າເປັນອ່າງ 4 ລ່ຽມຕ້ອງມີຂະ ຫນາດ 2-10 ຕາແມັດ, ມີລະບົບຫມູນວຽນ. – ລະດູການປະສົມພັນເດືອນ 3 – 7 ແຕ່ປາແມ່ພັນມີໄຂ່ແກ່ແມ່ນໄລຍະເດືອນ 4 -5 – ໃນທໍາມະຊາດປາປາກສາມາດປະສົມພັນກັນເອງໄດ້ແຕ່ອັດຕາການລອດຕາຍມີຫນອ້ຍດັ່ງນັ້ນ, ເພື່ອໃຫ້ໄດ້ລູກປາພຽງພໍຕາມຄວາມຕ້ອງການເຮົາຕ້ອງໄດ້ປະສົມພັນໂດຍສັກຢາກະຕຸ້ນໃຫ້ພໍ່ແມ່ພັນ.

1. ການປະສົມພັນ

1.1.ການກະກຽມອຸປະກອນທີ່ຈໍາເປັນ

– ກະຊັງຟັກໄຂ່ທີ່ເຮັດດ້ວຍແພນີລົງ

– ກະຊັງທີ່ເຮັດດ້ວຍແພແຍ່ງ

– ແພເຊັດ, ຂົນປີກໄກ່, ນ້ໍາສະອາດ

– ຊິງຊັ່ງນ້ໍາຫນັກ, ແອນ້ໍາ ຫລື ປໍ້າລົມ ( ຖ້າປະສົມໃສ່ອ່າງ), ຊາມໃຫ່ຍ

– ປາພໍ່ແມ່ພັນ (ປາແມ່ 1 ໂຕ / ປາຜູ້ 2 ໂຕ )

– ຢາຂ້າເຊື້ອ ( ດ່າງທັບທິມ,ຢາເຫລືອງ ຫລື ເກືອ ) – ຟອຍກ້ານພ້າວ ( ຖ້າປະສົມໃສ່ອ່າງ)

– ສະແລງສັກຢາ 1 ຊີຊີ ( 100 ໄມໂຄກຼາມ )

– ເຂັມສັກຢາເບີ 22 ແລະ 24

– ຄົກ ແລະ ສາກບົດຢາ

1.2. ການກະກຽມສະຖານທີ່ປະສົມພັນ

– ລ້າງອ່າງ, ຂ້າເຊື້ອປະໄວ້ໃຫ້ໄດ້ 2 ອ່າງ

– ເອົານ້ໍາໃສ່ອ່າງທັງສອງທີ່ລ້າງສະອາດແລ້ວໃຫ້ໄດ້ 50 ຊັງຕີແມັດ

– ກາງກະຊັງແພນີລົງໃສ່ຊັ້ນນອກ ແລະ ກະຊັງແພແຍ່ງໃສ່ຊັ້ນໃນ ( ອ່າງປະສົມພັນ ) ແລະ ກາງກະຊັງທີ່ເຮັດດ້ວຍແພນີລົງໃສ່ອ່າງຟັກໄຂ່

– ເປີດປ້າລົມ ຫລື ເຮັດຝົນທຽມໃສ່ທັງສອງອ່າງ

1.3. ການກຽມພໍ່ແມ່ພັນ

– ຄັດເລືອກພໍ່ແມ່ພັນທີ່ມີຄວາມພ້ອມເຊັ່ນ: ຕົວແມ່ເລືອກເອົາໂຕທີ່ມີໄຂ່ແກ່, ຫງາຍທ້ອງ ຂຶ້ນຈະເຫັນທ້ອງເບັງໃຫ່ຍເປັນຮູບຕົວ ( U ), ບໍ່ມີບາດແພ, ບໍ່ພິການ, ມີອາຍຸ 6 – 8 ເດືອນ, ປາຜູ້ ເລືອກເອົາຕົວທີ່ຊາຕາມຕົນຕົວ ແລະ ແກ້ມ, ບີບທ້ອງຈະມີນ້ໍາເຊື້ອໄຫລອອກມາ, ນ້ໍາເຊື້ອເປັນ ສີຂາວຂຸ້ນ.

ຫລັງຈາກຄັດເລືອກພໍ່-ແມ່ພັນໄດ້ແລ້ວກໍ່ແຍກໄວ້ບ່ອນຕ່າງກັນຢ່າງຫນ້ອຍ 12 ຊົ່ວໂມງ ແລະ ງົດການໃຫ້ອາຫານຈາກນັ້ນຈິ່ງຈັບປາພໍ່-ແມ່ພັນມາຊັ່ງນ້ໍາຫນັກເທື່ອລະເພດແລ້ວປະສົມຢາ ສັກໃຫ້ປາແຕ່ລະຕົວ (ສູດຄິດໄລ່ຢາ ແລະ ຕ່ອມຄືກັບປາທົ່ວໄປ) ບ່ອນສັກນິຍົມສັກທີ່ຄີຫລັງສຸດ. ຫລັງຈາກນສັກຢາແລ້ວປ່ອຍໃສ່ອ່າງທີ່ກຽມໄວ້ໃນອັດຕາສ່ວນປາແມ່ 1 ໂຕຕໍ່ປາຜູ້ 2 ໂຕ, ປະ ມານ 6 – 8 ຊົ່ວໂມງ. ປາເລີ່ມປະສົມພັນກັນ. ຖ້າຈະປະສົມພັນແບບເຄິ່ງທຽມກໍ່ປະໃຫ້ປາປະສົມພັນ ກັນເອງປາຈະໃຊ້ເວລາປະສົມພັນກັນ 3 ຊົ່ວໂມງ. ເມື່ອສັງເກດເຫັນປາບໍ່ໄລ່ກັນຈິ່ງເອົາພໍ່ແມ່ພັນ ອອກຈາກກັນແລ້ວນໍາໄຂ່ໄປຟັກອ່າງທີ່ໄດ້ກຽມໄວ້.

ຖ້າເຮົາຈະປະສົມພັນທຽມກໍ່ດໍາເນີນຕາມຂັ້ນຕອນຕ່າງໆ ດັ່ງນີ້: ຫລັງຈາກສັກຢາແລ້ວປ່ອຍປາພໍ່ແມ່ພັນໃສ່ອ່າງບ່ອນຕ່າງກັນ, ປະໄວ້ 6- 8 ຊົ່ວໂມງ ສັງເກດເຫັນປາປາສະແດງອາການກະວົນ ກະວາຍ, ລອຍໄປມາ, ກະໂດດເຕັ້ນ ຫລື ຂຶ້ນດູດອາກາດຢູ່ຫນ້ານ້ໍາ, ຈັບປາແມ່ມາບີບທ້ອງເຫັນໄຂ່ ໄຫລອອກມາງ່າຍໆ ຈິ່ງຈັບປາແມ່ມາເຊັດຕົວໃຫ້ແຫ້ງ, ຮີດໄຂ່ໃສ່ຖ້ວຍທີ່ລ້າງສະອາດ ແລະ ເຊັດ ໃຫ້ແຫ້ງດີ, ເວລາຮີດໄຂ່ຄວນລະວັງຢ່າໃຫ້ນ້ໍາຕົກໃສ່ຖ້ວຍໄຂ່ກ່ອນບໍ່ທັນໄດ້ຮີດນ້ໍາເຊື້ອໃສ່ເປັນອັນ ຂາດ. ຫລັງຈາກຮີດໄຂ່ແລ້ວຈິ່ງຈັບປາຜູ້ມາເຊັດຕົວໃຫ້ແຫ້ງແລ້ວຮີດນ້ໍາເຊື້ອໃສ່ຖ້ວຍໄຂ່ (ໄຂ່ປາ ແມ່ 1 ໂຕຕໍ່ນ້ໍາເຊື້ອປາຜູ້ 2 ໂຕ), ໃຊ້ຂົນໄກ່ຄົນໄຂ່ກັບນ້ໍາເຊື້ອໃຫ້ເຂົ້າກັນດີແລ້ວຈຶ່ງເອົານ້ໍາສະອາດ ເຕີມໃສ່ເລັກນ້ອຍພໍຖ້ວມໄຂ່, ການຄົນຄ່ອຍໆ ໃນຂັ້ນຕອນນີ້ເອງນ້ໍາເຊື້ອຕົວຜູ້ຈະເຂົ້າປະສົມກັບ ໄຂ່.ຈາກນັ້ນຈິ່ງເຕີມນ້ໍາຈົນເຕັມຖ້ວຍ, ຖ່າຍນ້ໍາເປັນໄລຍະໆ ເພື່ອລ້າງໄຂ່ໃຫ້ສະອາດ, ໄຂ່ຈະ ຄ່ອຍໆ ຕືງຂຶ້ນ ແລະ ຂະຫຍາຍຂະຫນາດຂຶ້ນຈົນເຕັມສວ່ນພາຍໃນເວລາປະມານ 20 ນາທີ, ໄລ ຍະນີ້ຕ້ອງຄ່ອຍຖ່າຍນ້ໍາຢູ່ສະເຫນີເພື່ອປ້ອງກັນບໍ່ໃຫ້ໄຂ່ບາງສວ່ນເສຍ. ເມື່ອໄຂ່ຕື່ງເຕັມສວ່ນແລ້ວ ກໍ່ ສາມາດນໍາໄຂ່ໄປຟັກໃສ່ອ່າງທີ່ກຽມໄວ້, ເປີດແອນ້ໍາ, ປ້ໍາລົມ ຫລື ເຮັດນ້ໍາໂຕນໃສ່ຕະຫລອດເວລາ.

ຂັ້ນຕອນດໍາເນີນການປະສົມພັນທຽມ

2. ການຟັກໄຂ່ປາ

– ນິຍົມຟັກໃນອ່າງທີ່ຮອງດ້ວຍກະຊັງແພນີລົງບາງ ຫລື ຈວຍແພນີລົງເພື່ອສະດວກການຍ້າຍລູກປາ

– ເປີດແອນ້ໍາ ຫລື ມ້າໂຕນໃສ່ອ່າງຟັກຕະຫລອດເວລາ

– ບໍ່ຄວນເປີດດອກໄຟໃສ່ເທິງອ່າງຟັກໄຂ່ເພາະແມງໄມ້ຈະຕົກລົງໃນອ່າງຟັກ

– ໄຂ່ປາປາກໃຊ້ເວລາການຟັກປະມານ 24 – 26 ຊົ່ວໂມງກໍ່ຈະເບາະເປັນໂຕ.

3. ການອະນຸບານ.

– ເລີ່ມໃຫ້ອາຫານແຕ່ມື້ທີ 3-5 ດ້ວຍໄຂ່ແດງທີ່ຕົ້ມສຸກດີລະລາຍໃສ່ນ້ໍາແລ້ວໂຮຍຕາມແຄມອ່າງ ວັນລະ 3 ຄັ້ງແຕ່ດີທີ່ສຸດຄືໄຮແດງເພາະໄຮແດງມີໂປຼຕີນສູງ ແລະ ບໍ່ເຮັດໃຫ້ບ່ອນອະນຸບານເກິດ ນໍ້າເນົ່າເຫມັນ.

– ກ່ອນຍ້າຍລູກປາລົງອະນຸບານເຮົາຄວນກຽມຫນອງໃຫ້ດີເພື່ອກໍາຈັດສັດຕູປາ ແລະ ເພີ່ມອາຫານ ທໍາມະຊາດ, ຫນອງອະນຸບານເຫມາະສົມມີຂະຫນາດເຄິ່ງໄລ່ ຫລື 1 ໄລ່ຄວາມເລິກ 1 ແມັດ, ໄລຍະເລີ່ ມຕົ້ນປ່ອຍລູກປາຄວນມີລະດັບ 30-40 ຊັງຕີແມັດ, ແລ້ວຄ່ອຍເພີ່ມລະດັບນ້ໍາຂຶ້ນອາທິດລະ 10

ຊັງຕີແມັດ, ເພື່ອຮັກສາສະພາບຂອງນ້ໍາໃນຫນອງໃຫ້ມີອາຫານທໍາມະຊາດພຽງພໍຢູ່ຕະຫລອດເວລາ.

– ໃນມື້ທີ 5 ຍ້າຍລູກປາໄປອະນຸບານໃສ່ຫນອງທີ່ກຽມໄວ້ອັດຕາການອະນຸບານເຫມາະສົມຫນອງ ຂະຫນາດ 1 ໄລປ່ອຍລູກປາລົງອະນຸບານປະມານ 1,000 -1,200 ໂຕຕໍ່ຕາແມັດ, ລູກປາເມືອອາຍຸ 5 – 6 ວັນກໍ່ເລີ່ມໃຫ່ຍຂຶ້ນຈິງເອົາອາຫານໄຮເກລດຊະນິດຜົງ, ອາຫານຫມູນ້ອຍ ຫລື ອາຫານໄກ່ ນ້ອຍປະສົມອ່ອນຕາມຂະຫນາດອາຫານ 2 ສ່ວນປະສົມຮໍາອ່ອນ 1 ສວ່ນໃຫ້ກິນທຸກວັນ, ໃຫ້3ຄັ້ງ/ວັນ, ຄ່ອຍລຸດລົງເທື່ອລະນ້ອຍໃຫ້ເຫລືອວັນລະ 2 ຄັ້ງໂຮຍອາຫານຮອບໆ ຫນອງໃຫ້ ອາຫານກະຈາຍກ້ວາງປະມານ 1 – 2 ແມັດ, ຈາກແຄມຫນອງເພາະລູກປາສວ່ນໃຫ່ຍຈະອາໃສຢູ່ໃນ ບໍລິເວນນີ້, ປະມານ 15 -20 ວັນ, ລູກປາເລີ່ມ ຂຶ້ນກິນອາຫານຢູ່ຫນ້ານ້ໍາໄດ້.

ການໃຫ້ອາຫານປາໄລຍະອະນຸບານ, ໃຊ້ຮໍາອ່ອນບົດລະອຽດປົນກັບອາຫານໄກ່ນ້ອຍ ຫລື ອາຫານຫມູນ້ອຍໃຫ້ລູກປາອາທິດທີ 1 ວັນລະ 200 ກລາມ/ປາ 25.000ໂຕ ແລ້ວຄ່ອຍໆ ເພີ່ມຂຶ້ນ ອາທິດລະ 200ກລາມ (ໃຫ້ອາຫານເຊົ້າ ແລະ ແລງ) ເມືອປາມີອາຍຸ 10-15 ວັນ. ກໍ່ຄວນກວດເບິ່ງ ອັດຕາການລອດຕາຍຂອງລູກປາດ້ວຍວິທີໃຊ້ມຸ້ງຖີຊວ້ານຕາມແຄມຫນອງ.

ລູກປາອາຍຸ 50 – 60 ວັນ. ຖ້າບ່ອນອະນຸບານມີອາຫານທໍາມະຊາດພຽງພໍ ແລະ ເຫມາະ ສົມ, ລູກປາກໍ່ຈະເຕີບໂຕໄວມີຂະຫນາດ 1 ນີ້ວອັດຕາການລອດປະມານ 30-40% ສະນັ້ນ, ສະ ແດງວ່າໃນຫນອງ 1 ໄລ່, ປ່ອຍລູກປາລົງອະນຸບານ 1,000 – 1,200 ໂຕ ຕໍ່ ຕາແມັດ. ຈະໄດ້ລູກ ປາປະມານ 400,000 – 640,000 ໂຕຕໍ່ໄລ່ຈິ່ງນໍາໄປລ້ຽງໃນຫນອງລ້ຽງໃນອັດຕາສວ່ນ 3-5 ໂຕຕໍ່ຕາແມັດ.

V. ເຕັກນິກການລ້ຽງ.

– ປາປາກນິຍົມລ້ຽງໃສ່ຫນອງທີ່ມີຂະຫນາດເຄິ່ງໄລ່ຂຶ້ນໄປເຖິງ 1 ເຮັກຕາ, ລະດັບນ້ໍາເລິກແຕ່ 11,5 ແມັດ ຫລື ອາດລ້ຽງໃສ່ນາເຂົ້າ.

1). ຫນອງລ້ຽງ:

– ນິຍົມຫນອງທີ່ມີຂະຫນາດເຄິ່ງໄລ່ຂຶ້ນໄປເຖິງ1ເຮັກຕາ, ລະດັບນ້ໍາແຕ່ 1-1,5 ແມັດ (ຖ້າເລິກໄປກວ່ານີ້ຄວາມດັນຂອງນໍ້ຈະສູງການລ້ຽງປາບໍ່ໄດ້ດີ)

– ມີລະບົບນ້ໍາເຂົ້າອອກເພື່ອສະດວກການເກັບກູ້, ມີການກຽມຫນອງເປັນຢ່າງດີ

– ບໍ່ຄວນມີຕົ້ນໄມ້ໃຫ່ຍອ້ອມຫນອງເກີນໄປເພາະຫນອງຈະບໍ່ໄດ້ຮັບແສງແດດພຽງພໍກ່ອນປ່ອຍ

ປາລົງລ້ຽງ, ບໍ່ວ່າຫນອງເກົ່າ ແລະ ຫນອງໃຫມ່ກໍ່ຕ້ອງມີການກຽມຫນອງໃຫ້ຄັກແນ່ກ່ອນທັງນີ້ກໍ່ ເພື່ອສ້າງອາຫານທໍາມະຊາດໃນຫນອງລ້ຽງປາ. ການປ່ອຍປາຕ້ອງປ່ອຍໃນອັດຕາ 3-5 ໂຕຕໍ່ຕາແມັດ ຫລື 5,000 ໂຕ ຕໍ່ 1 ໄລ່.

2.) ການລ້ຽງໄລຍະຕົ້ນ

– ຮັກສາລະດັບນ້ໍາ 40-50 ຊັງຕີແມັດ. ແລ້ວເພີ່ມລະດັບນ້ໍາຂຶ້ນອາທິດລະ 10 ຊັງຕີແມັດ,ຫນອງ ຂະຫນາດ 20 X20 ແມັດ ຫລື 20 x 40 ແມັດ, ຄວາມເລິກທີ່ເຫມາະສົມບໍ່ໃຫ້ເກີນ 1 ແມັດ, ຖ້າຫນອງຂະຫນາດ 40 x 40 ແມັດ, ຂຶ້ນໄປລະດັບນໍ້າເລິກເຫມາະສົມປະມານ 1 -1,5 ແມັດ. ຖ້າເລິກໄປກວ່ານີ້ຄວາມດັນຂອງນ້ໍາຈະສູງການລ້ຽງປາບໍ່ໄດ້ດີ.

– ເອົາລູກປາທີ່ມີອາຍຸ 45 – 50 ວັນ ປ່ອຍລ້ຽງໃນອັດຕາ 3 – 5 ໂຕຕໍ່ຕາແມັດ

-ໃຫ້ອາຫານວັນລະ 2 ຄັ້ງ, ເດືອນທີ2 ໃຫ້ອາຫານຫມູ ຫລື ອາຫານໄກ່ນ້ອຍ 2 ສ່ວນ+ຮໍາອ່ອນ1ສ່ວນຕິດຕາມສະພາບນ້ໍາໃຫ້ສະອາດ ( ບໍ່ໃຫ້ເກີດນ້ໍາເນົ່າເຫມັນ )

– ໃຊ້ນ້າຈຸລິນຊີ EM (Effective Microorganism) ຫລື ນ້ໍາສະກັດຊີວະພາບຫົດຫນອງປາ

7-10 ວັນຕໍ່ຄັ້ງຕາມມາດຕາສ່ວນ EM 1 ລິດ ປະສົມນ້ໍາ 10 ລິດ, ຫົດຫນອງລ້ຽງປາໃຫ້ທົ່ວ (EM 1 ລິດ + ນ້ໍາ 10 ລິດ, ຕໍ່ນ້າໃນຫນອງ 10 ແມັດກ້ອນ )

-ໃນຊ່ວງເດືອນທີ 2 – 3 ຄວນໃສ່ຝຸ່ນຄອກເພື່ອເພີ່ມອາຫານທໍາມະຊາດ, ປັບປຸງສະພາບນ້ໍາ ໃນ ບ່ອນລ້ຽງໃນອັດຕາສວ່ນ 150 – 200 ກິໂລ ຕໍ່ 1 ໄລ່.

VI. ອາຫານ ແລະ ການໃຫ້ອາຫານ.

– ອາຫານທໍາມະຊາດ( ປວກ, ຂີ້ກະເດືອນ,ຫນອນ ແມງໄມ້ຕ່າງໆ)

– ອາຫານສໍາເລັດຮູບ: ເປັນອາຫານທີ່ສໍາເລັດຮູບມີອາຫານເມັດນ້ອຍ, ເມັດກາງ ແລະ ເມັດໃຫ່ຍ, ສະດວກແຕ່ຕົ້ນທຶນສູງ

– ອາຫານປຸງແຕ່ງເອງ: ເພື່ອເປັນການປະຢັດຕົ້ນທຶນເຮົາຄວນປຸງແຕ່ງອາຫານໃຫ້ປາກິນເຊັ່ນ: ຫົວອາຫານຫມູ ຫລື ອາຫານໄກ່ນ້ອຍ+ຮໍາອ່ອນ+ເຂົ້າ+ປຽນ+ຜັກສົດ.

ຂໍ້ມູນຈາກ: ກົມການສຶກສານອກໂຮງຮຽນ

Leave a Reply

Your email address will not be published. Required fields are marked *

Back to top button