ຄວນຮູ້ໄວ້ເປັນອຸທານ!.. ອາການເບື້ອງຕົ້ນຂອງ ເບື່ອເຫັດ ມີອາການແນວໃດແດ່?ໄປເບິ່ງພ້ອມໆກັນເລີຍ.

ອາການເບື້ອງຕົ້ນຂອງ “ເບື່ອເຫັດ” ມີອາການແນວໃດແດ່?ໄປເບິ່ງພ້ອມໆກັນເລີຍ.

ໄລຍະນີ້ແມ່ນກ່າວເຂົ້າສູ່ຍາມຝົນຂອງທຸກປີມັກຈະເຫັນຄົນເຈັບຈາກການກິນເຫັດພິດເຫັດເບື່ອ ທີ່ຂຶ້ນເອງຕາມທຳມະຊາດ ໂດຍເຂດທີ່ມີອາກາດຮ້ອນຊຸ່ມເນື່ອງຈາກປະຊາຊົນມັກນິຍົມເກັບເຫັດປ່າມາກິນແລະຂາຍ

ແຕ່ຈະມີທັງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້.ເຊິ່ງມັກຈະມີລັກສະນະໃກ້ຄຽງກັນຈຶ່ງເຮັດໃຫ້ຄົນເຮົາເຂົ້າໃຈຜິດ ຈຶ່ງມັກຈະເຫັນຄົນເຈັບທີ່ກິນເຫັດພິດເຂົ້າໄປ ແລະ ຄົນເຈັບທີ່ມີອາການແພ້ບໍ່ແຮງຈະມີພຽງອາການເຈັບຫົວປວດຮາກຄ້າຍກັບອາຫານເປັນພິດ ແຕ່ບາງກໍ່ລະນີກໍ່ເປັນອັນຕະລາຍຈົນເຖິງຂັ້ນເສຍຊີວິດກໍ່ມີ.

+ ເມື່ອກິນເຫັດພິດເຫັດເບື່ອເຂົ້າໄປຈະມີອາການດັ່ງຕໍ່ໄປນີ້:

1.ຫຼັງກິນເຫັດເບື່ອແລ້ວຈະມີອາການປວດຮາກ, ເຈັບທ້ອງ ຫຼື ຖ່າຍແຫຼວ ເຊິ່ງບໍ່ຄວນຊື້ຢາມາກິນເອງ ຫຼື ປິ່ນປົວກັບໝໍພື້ນເມືອງຈະຕ້ອງຟ້າວໄປພົບແພດທີ່ໂຮງໝໍ ແລະ

ແຈ້ງປະວັດການກິນເຫັດໂດຍລະອຽດພ້ອມນຳຕົວຢາງເຫັດໄປນຳ (ຖ້າມີຍິ່ງດີ) ແລະ ຄວນນອນພັກທີ່ໂຮງໝໍ ຫຼື ນັດຕິດຕາມອາການທຸກມື້ຈົນກວ່າຈະເປັນປົກກະຕິ.

2.ເຫັດພິດຊະນິດທີ່ຮ້າຍແຮງຈະເຮັດໃຫ້ເຈັບຫົວ ຫຼື ຮາກພາຍໃນ 24 ຊົ່ວໂມງທຳອິດ ແຕ່ຫຼັງ 24 ຊົ່ວໂມງໄປແລ້ວອາດມີອາການຮ້າຍແຮງຕາມມາເປັນຕົ້ນແມ່ນການເຮັດວຽກຂອງຕັບ ແລະ ໝາກໄຂ່ຫຼັງລົ້ມເຫຼວ ຈົນເຮັດໃຫ້ເສຍຊີວິດໄດ້.

3.ເມື່ອໄດ້ຮັບອັນຕະລາຍຈາກເຫັດພິດເຫັດເບື່ອແນະນຳໃຫ້ໄປໂຮງໝໍຈະເປັນການດີທີ່ສຸດເນື່ອງຈາກເຫັດພິດມີຫຼາຍຊະນິດ ແລະ ແຕ່ລະຊະນິດແມ່ນມີລະດັບພິດບໍ່ຄືກັນ.

(ຫມາຍເຫດກໍລະນີສຸກເສີນ: ຖ້າກໍລະນີຢູ່ໄກໂຮງຫມໍ ຄິດວ່າໄປໂຮງຫມໍແມ່ນຈະໃຊ້ຫລາຍຊົ່ວໂມງ ຫລື ໄປອາດບໍ່ທັນ.​ແມ່ນຈົ່ງຊ່ວຍແກ້ດ້ວຍວິທີນີ້..​ຂຸດຄຸມດີນ ພໍປະມານຄົນກິນເຫັດຜິດນອນໄດ້.. ດັ່ງຮູບ

ແລ້ວໃຫ້ຄົນກິນເຫັດຜິດນັ້ນເຂົ້ານອນໃນຄຸມແລ້ວເອົາດີນທີ່ເຮົາຂຸດມາປົກຫລືເທໃສ່ ໃຫ້ພໍດີ ຫມົດຕົນ ແຕ່ຈົ່ງໃບຫນ້າເພື່ອຫາຍໃຈໄດ້ແລ້ວຖ້າປະມານ 15-30ນາທີ…ເພື່ອດີນດູນທາດຜິດຈາກຮ່າງກາຍອອກໄປຫມົດ…

​ວິທີນີ້ເຫັນຫລາຍຄົນລອດຊີວິດຈາກເບື່ອເຫັດແລ້ວ..​ເຫັນດ້ວຍຕາມາແລ້ວ..​ບາງຄົນຈົນທ່ານຫມໍຍອມແວ້ວແຕ່ເຮັດດ້ວຍວິທີກໍ່ລອດແບບປະຕິຫານເລີຍ..​)​

ແນວໃດກໍ່ຕາມ ການຫາຢູ່ຫາກິນກໍ່ຂໍໃຫ້ລະມັດລະວັງເລືອກເຫັດທີ່ຕົນຄຸ້ນເຄີຍແລະເຄີຍກິນມາກ່ອນ ຂໍໃຫ້ທຸກຄົນໂຊກດີແລະປອດໄພ…

Leave a Reply

Your email address will not be published. Required fields are marked *

Back to top button