ວິທີ ແລະ ຂັ້ນຕອນ ປູກຂີງ ແບບມືອາຊີບ ທີ່ໄດ້ຮັບຜົນດີ ຂາຍໄດ້ດີ

ວິທີການປູກຂິງມີຄື: ໄລຍະຫ່າງລະຫວ່າງຂຸມປະມານ 70 ຊມ, ໄລຍະຫ່າງລະຫວ່າງແຖວປະມານ 100 ຊມ, ຫຼັງຈາກກະກຽມດິນແລ້ວໃຫ້ຂຸດເປັນຂຸມໂດຍໃຊ້ໄລຍະປູກຕາມທີ່ກໍານົດ, ຂຸດເອົາເຫງົ້າຂີງ

ຈາກກໍແມ່ພັນເດີມ ແລະ ຮາກ ໂດຍໃຊ້ແບ່ງເອົາເຫງົ້າຂີງ ຍາວປະມານ 1 ຄືບ ຫຼື 20 ຊມ ໃຫ້ມີດິນຕິດຮາກມາພ້ອມແລ້ວຝັງລົງຂຸມ, ໃສ່ 1-2 ຫົວ/ຂຸມ (ຖ້າຫົວໃຫຍ່). ຫຼັງຈາກນັ້ນ, ໃຊ້ດິນຖົມໃຫ້ພໍດີພຽງກັບຫນ້າດິນເດີມແລ້ວຫົດນໍ້າ ໃຫ້ຊຸມ.

#ການບົວລະບັດຮັກສາ:

• ຖ້າດິນທີປູກມີຄວາມອຸດົມສົມບູນໜ້ອຍຈໍາເປັນຕ້ອງໃສ່ຝຸ່ນຄອກ-ຝຸ່ນບົ່ມປະມານ 1-2 ກຼາມ/ຂຸມ ແລະຄວນໃສ່ຝຸ່ນຢ່າງໜ້ອຍເດືອນລະຄັ້ງ (ອີງຕາມຄວາມເໝາະສົມ)

• ເວລາປູກໃໝ່ໆຄວນຫົດນ້ໍາມື້ລະ 1-2 ເທື່ອ (ຕອນເຊົ້າ ແລະ ຕອນແລງ). ໃນໄລຍະ 1-2 ອາທິດທໍາອິດ, ຫຼັງຈາກຂີງ-ຂ່າຈະເລີນເຕີບໂຕດີແລ້ວຈຶ່ງຫົດນໍ້າໜ້ອຍລົງ 2-3 ຄັ້ງຕໍ່ອາທິດກໍໄດ້.

• ການເສຍຫຍ້າ, ພວນດິນຖ້າເຮົາສັງເກດມີຫຍ້າ ຫຼື ພືດອື່ນໆເກີດຄວນທໍາການກໍາຈັດ ແລະ ພວນດິນໄປພ້ອມ.

#ການເກັບກ່ຽວ:

– ຖ້າດິນແຫ້ງຄວນມີການຫົດນໍ້າກ່ອນເກັບກ່ຽວເພື່ອສະດວກຕໍ່ການຂຸດ ຫຼື ຫຼົກ ແລະ ຫຼຸດຜ່ອນຄວາມເສຍຫາຍ.

– ຖ້າຈະຂຸດຂີງ ຫຼື ຂີງ ແກ່ນັ້ນຂຶ້ນຢູ່ກັບຄວາມຕ້ອງການຂອງຕະຫຼາດ. ຖ້າຈະໃຊ້ປະກອບເປັນອາຫານຕ້ອງເປັນຂີງອ່ອນ ແຕ່ຖ້າໃຊ້ເປັນສະໝຸນໄພຕ້ອງເປັນຂີງແກ່.

#ຄຸນປະໂຫຍດຂອງຂີງ

– ນອກຈາກນໍາມາໃຊ້ໃນການປຸງແຕ່ງອາຫານແລ້ວ, ຂີງຍັງເປັນພືດສະໝຸນໄພທີ່ສາມາດຮັກສາອາການປຸ້ນທ້ອງປວດຮາກ ໂດຍການນໍາຂີງແກ່ ແລະ ສົດ ປະມານ 2-3 ຫົວ ທຸບແລ້ວຕົ້ມໃສ່ນໍ້າແລ້ວດື່ມ.

– ຮັກສາອາການເປັນຫວັດ, ເປັນໄອ ໂດຍນໍາເອົາຂີງແກ່ສົດປະມານ 7 ກຼາມ ແລະ ຂີງແຫ້ງ 2 ກຼາມ ຕົ້ມກັບນ້ໍາຕານຊາຍແດງດື່ມເພື່ອຮັກສາອາການ ຫຼື ໃຊ້ຂີງແກ່ 2-3 ຫົວ ມາທຸບໃຫ້ລະອຽດ ຕົ້ມໃສ່ນ້ໍາສະອາດເພື່ອເຮັດໃຫ້ອາການໄຂ້ຫວັດຫຼຸດລົງ.

– ຂີງ ຍັງເປັນພືດກະສິກໍາທີ່ເປັນສິນຄ້າ, ມີລາຄາດີ ແລະ ມີຄວາມຕ້ອງການຫຼາຍໃນການບໍລິໂພກປະຈໍາວັນ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ ແລະ ພາເຂົ້າລາວ

Leave a Reply

Your email address will not be published. Required fields are marked *

Back to top button