ວິທີເຮັດໃຫ້ ໝາກນັດ ອອກໝາກໜ່ວຍໃຫຍ່ ລົດຊາດຫວານດີ

ເທັກ​ນິກ​ການ​ບັງຄັບ​ໝາກນັດ​ໃຫ້​ອອກ​​ຜົນ​ໜ່ວຍໃຫຍ່​ນ້ຳ​ໜັກ​ດີ ລົດ​ຊາດ​ຫວານ​ສ່ຳ ວິທີ​ການ​ນີ້​ເຮົາ​ຈະ​ໃຊ້​ແກສ໌​ທີ່​ມີ​ລັກສະນະ​ເປັນ​ເມັດ​ສາມາດ​ຫາ​ຊື້​ໄດ້​ຕາມ​ຮ້ານ​ຂາຍ​ອຸປະກອນ​ການ​ກະເສດ​ທົ່ວ​ໄປ

ມາ​ຢອດ​ໃນ​ຊ່ອງ​ຍອດ​ຂອງ​ໃບ​ເພື່ອ​ເລັ່ງ​ການ​ອອກ​ຜົນ​ຂອງ​ໝາກນັດ ຊ່ວງ​ເວລາ​ໃນ​ການ​ຍອດ​ຄື ຊ່ວງ​ເຊົ້າ​-​ພາກຄ່ຳ ຖ້າ​ຈະໃຫ້​ດີ​ຕ້ອງ​ຕອນ​ກາງ​ຄືນ​ເພາະ​ຕອນ​ກລາງ​ຄືນ​ຈະ​ມີ​ນ້ຳ​ເກາະ​ທີ່​ຊ່ອງ​ຂອງ​ຍອດ​ໃບ ເມື່ອ​ແກສ໌​ເຈີ​ກັບ​ນ້ຳ​ຈະ​ເລັ່ງ​ການເຮັດ​ປະຕິ​ກິລິຍາ​ຂອງ​ແກສ໌​ໃຫ້​ມີ​ປະ​ສິດ​ທິ​ພາບ​ດີ​ຫລາຍ​ຂຶ້ນ

ຂັ້ນ​ຕອນ​ການເຮັດ

1.ເທ​ແກສ໌​ທີ່​ເຮົາ​ຊື້​ມາ​ລົງ​ໃນ​ຖັງ

2.ກໍ່ການ​ຢອດ​ແກສ໌​ລົງ​ໄປ​ໃນ​ຍອດ​ຂອງ​ໝາກນັດ​ໂດຍ​ປະລິມານ​ທີເຮົາ​ຢີບ​ໄດ້1ກຳມື​ເທົ່າ​ນັ້ນ​ໃນ​ການ​ຫົດ​ໃນ​ແຕ່​ລະ​ຢອດລົງໄປໃນຍອດໝາກນັດ

3.ຫຼັງ​ຈາກ​ການ​ຢອດແລ້ວ​ຈະ​ມີຟອງ​ຂອງ​ແກສ໌​ຟຸ້ງ​ຂຶ້ນ​ມາ​

4.ຊ່ວງ​ໄລຍະເວລາ​ໃນ​ການ​ຢອດ 3 ເທື່ອ ແຕ່​ລະ​ເທື່ອ​ຫ່າງ​ກັນ 7 ມື້ ແລະ​ທີ່​ສຳຄັນ​ຕ້ອງ​ເບິ່ງ​ຄວາມ​ສົມບູນ​ຂອງ​ຕົ້ນ​ຖ້າ​ຕົ້ນ​ສົມບູນ​ນ້ອຍ​ກໍ​ໃສ່ພຽງ 2 ເທື່ອກໍ​ພໍ

ຖ້າ​ຕົ້ນ​ສົມບູນ​ແຂງ​ແຮງ​ກໍ​ຈະ​ເຮັດ 3 ເທື່ອ​ໄປ ປະ​ມານ 15 ມື້ ຜົນ​ກໍ​ຈະ​ເລີ່ມ​ໂຜ່ນ​ອອກ​ມາ​ຈາກ​ກໍ​ເລີຍ ທ່ານ​ໃດ​ທີ່​ກຳ​ລັງ​ປູກ​ໝາກນັດ​ລອງ​ນຳ​ເທັກ​ນິກ​ນີ້​ໄປ​ປັບ​ໃຊ້​ກັບ​ສວນ​ຫຼືໄຮ່ໝາກນັດຂອງ​ທ່ານ​ໄດ້​

ທີ່ມາ: ຄລີກອ່ານ-Media

Leave a Reply

Your email address will not be published. Required fields are marked *

Back to top button