ຕອບຫາງສຽງສັງຄົມກ່ຽວກັບລົດແກ່ໄມ້ທ່ອນປີ້ນຢູ່ໂຄ້ງປາກກະດິງ

ຈາກກໍລະນີທີ່ມີລົດແກ່ໄມ້ທ່ອນປີ້ນຢູ່ໂຄ້ງປາກກະດິງ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ເມື່ອບໍ່ດົນມານີ້ ແລ້ວມີຄົນຖ່າຍຮູບລົດດັ່ງກ່າວໂພສລົງສື່ສັງຄົມອອນລາຍ

ເຮັດໃຫ້ມີຫາງສຽງວິພາກວິຈານຈາກສັງຄົມຈໍານວນໜຶ່ງວ່າເປັນການຜິດຕໍ່ຄໍາສັ່ງເລກທີ 15/ນຍ, ລົງວັນທີ 15 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ການວິພາກວິຈານອື່ນໆ ໃນທາງທີ່ບໍ່ສ້າງ ສັນ.

ຕໍ່ເຫດການນີ້, ທ່ານ ພັດທະຈອນ ແກ້ວພຸດທະວົງ, ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 27 ເມສາ 2022 ວ່າ:

ລົດແກ່ໄມ້ທ່ອນຄັນດັ່ງກ່າວ ແມ່ນລົດແກ່ໄມ້ທີ່ຂຸດຄົ້ນມາຈາກເຂດກໍ່ສ້າງພື້ນຖານໂຄງລ່າງເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ເຊີ່ງເປັນໄມ້ທີ່ບໍລິສັດໄດ້ຮັບສໍາປະທານຕາມການຕົກລົງຂອງລັດຖະບານ ແລະ ຜ່ານການເຫັນດີຈາກສະພາແຫ່ງຊາດຢ່າງຖືກຕ້ອງຕາມກົດໝາຍ ແລະ ມີເອກະສານການເຄື່ອນຍ້າຍໄມ້ເຂົ້າໂຮງງານຢ່າງຄົບຖ້ວນ.

ຂະນະທີ່ບໍລິສັດທີ່ໄດ້ຮັບສໍາປະທານໄດ້ເສຍພັນທະອາກອນຕ່າງໆ ໃຫ້ລັດຖະບານຢ່າງຖືກຕ້ອງ, ແຕ່ຜ່ານການເຄື່ອນຍ້າຍໄມ້ມາຮອດຈຸດດັ່ງກ່າວລົດໄດ້ເກີດອຸບັດຕິເຫດປີ້ນ ເຮັດໃຫ້ມີຄົນທີ່ບໍ່ຮູ້ຂໍ້ມູນລະອຽດຖ່າຍຮູບແລ້ວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ຜູ້ທີ່ບໍ່ຮູ້ຂໍ້ມູນຄວາມຈິງຈໍານວນໜຶ່ງວິພາກວິຈານໃນທາງທີ່ບໍ່ສ້າງສັນ.

ທ່ານຊີ້ແຈງຕື່ມວ່າ: ໄມ້ທີ່ຢູ່ເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ມີຈໍານວນ 60.000 ແມັດກ້ອນ ໂດຍແມ່ນ ບໍລິສັດ ດວງຈະເລີນ ໄດ້ຮັບສໍາປະທານໃນການຂຸດຄົ້ນ ແລະ ເລີ່ມລົງມືຂຸດຄົ້ນນັບແຕ່ປີ 2017 ເປັນຕົ້ນມາ, ແຕ່ເນື່ອງຈາກການຂຸດຄົ້ນພົບຄວາມຫຍຸ້ງຍາກຫລາຍຍ້ອນສະພາບພູຜາປ່າດົງ

ຈິ່ງຈໍາເປັນຕ້ອງໄດ້ໃຊ້ເຮືອເຂົ້າຫາບ່ອນຂຸດຄົ້ນໄມ້ ແລະ ຕ້ອງໄດ້ມຸດຕັດຕົ້ນໄມ້ຢູ່ໃຕ້ນໍ້າ ເຮັດໃຫ້ມາຮອດປີ 2021 ຜ່ານມາ ສາມາດຂຸດຄົ້ນໄມ້ໄດ້ແລ້ວ 42.000 ແມັດກ້ອນ ແລະ ຍັງອີກ 18.000 ແມັດກ້ອນ ຕ້ອງໄດ້ສືບຕໍ່ຂຸດຄົ້ນໃຫ້ສໍາເລັດ, ໃນນີ້ ສະເພາະນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ ສາມາດຂຸດຄົ້ນໄດ້ແລ້ວປະມານ 2.000 ກວ່າແມັດກ້ອນ.

ທ່ານກ່າວຢໍ້າຕື່ມວ່າ: ໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະຢູ່ເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ແມ່ນມີຄວາມຈໍາເປັນທີ່ຕ້ອງໄດ້ຂຸດຄົ້ນ ເພາະຖ້າຈະປະໃຫ້ນໍ້າຖ້ວມເສຍຫາຍໄປແມ່ນບໍ່ໄດ້ ແລະ ລັດຖະບານແມ່ນເຫັນດີ,

ພ້ອມທັງຊີ້ນໍາວ່າ ທຸກຢ່າງທີ່ເປັນຊັບສິນມີມູນຄ່າຢູ່ເຂດໜ້າເຂື່ອນດັ່ງກ່າວ ຕ້ອງເກັບກູ້ຄືນມາໃຫ້ໝົດເພື່ອບໍ່ໃຫ້ເສຍຫາຍ, ສະນັ້ນ ບໍລິສັດດັ່ງກ່າວທີ່ໄດ້ຮັບການສໍາປະທານຈາກລັດຖະບານຢ່າງຖືກຕ້ອງຕາມກົດໝາຍໄດ້ດໍາເນີນການຂຸດໄມ້ຢູ່ໜ້າເຂື່ອນແຫ່ງນີ້ຈົນກວ່າຈະໝົດຈໍານວນ 60.000 ແມັດກ້ອນ.

ດັ່ງນັ້ນ, ທ່ານຝາກມາຍັງຜູ້ໃຊ້ສື່ສັງຄົມອອນລາຍກ່ອນຈະໂພສ, ແຊ ຫລື ມີຄໍາເຫັນວິພາກວິຈານບັນຫາຕ່າງໆ ຕ້ອງສຶກສາຄວາມເປັນຈິງກ່ອນ ເພາະຖ້າຫາກຂໍ້ມູນບໍ່ຖືກຕ້ອງ ຫລື ຜິດພາດ, ນອກຈາກ ຈະກະທົບຕໍ່ພາກສ່ວນກ່ຽວຂ້ອງ ຍັງຈະສ້າງຄວາມບໍ່ສະຫງົບໃນສັງຄົມ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

Back to top button