ອີຣານຕົກລົງຂາຍຈະຫຼວດໃຫ້ກັບຣັດເຊຍ ໂດຍບໍ່ສົນໃຈຄຳເຕືອນຂອງ ອາເມຣິກາ ນາໂຕ

ອີຣານຕົກລົງຂາຍອາວຸດ ທັ້ງຈະຫຼວດ ແລະ ໂດຣນກາມິກາເຊ່ ໃຫ້ແກ່ຣັດເຊຍເພີ່ມ ໃນທ່າມກາງການຂູ່ຂວ້ຳບາດຂອງບັນດາຊາດຕາເວັນຕົກ.

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ ອ້າງຈາກການເປີດເຜີຍຂອງເຈົ້າໜ້າທີ່ອາວຸໂສອີຣານ 2 ຄົນ ກັບ ນັກການທູດອີຣານອີກ 2 ຄົນ ວ່າ

ລັດຖະບານອີຣານສັນຍາຈະຈັດຫາລູກສອນໄຟ ຊະນິດຍິງໄດ້ຈາກພາກພື້ນສູ່ພື້ນ ລວມເຖິງໂດຣນ ເພີ່ມເຕີມໃຫ້ແກ່ຣັດເຊຍ ໂດຍບໍ່ສົນໃຈຄຳເຕືອນຂອງ ອາເມຣິກາ ແລະ ບັນດາຊາດຕະເວັນຕົກ ທີ່ຂູ່ຈະຂວ້ຳບາດ ຖ້າວ່າສົ່ງອາວຸດໃຫ້ມົດສະກູ (ຣັດເຊຍ).

ຂໍ້ຕົກລົງດັ່ງກ່າວໄດ້ເຫັນດີ ໃນວັນ ທີ 6 ຕຸລາ ລະຫວ່າງ ທ່ານ ໂມຮຳມັດ ມອກເບີ ຮອງປາທະນາທິບໍດີ ກັບເຈົ້າໜ້າທີ່ລະດັບສູງ 2 ຄົນຈາກກອງກຳລັງພິທັກການປະຕິວັດອິຣານ ແລະ

ເຈົ້າໜ້າທີ່ຈາກສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອີກ 1 ຄົນ ເດີນທາງຢ້ຽມກຸງມົດສະກູ ເພື່ອເຈລະຈາກັບຣັດເຊຍເລື່ອງການສົ່ງມອບອາວຸດ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button