ອີຣານ ວ່າ ອາເມລິກາບໍ່ມີສິດເປັນຕຳຫຼວດໂລກ ຜູ້ພິພາກສາ

ວັນທີ 25 ເມສາ 2022 ນີ້,ທ່ານຊາອິດ ຄາຕິບຊາເດ ໂຄສົກກະຊວງການ ຕ່າງປະເທດອີຣານໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະຖານະການລະຫວ່າງຣັດເຊຍ-ຢູເຄຣນ,

ຄວາມຄືບໜ້າຂອງການເຈລະຈາກ່ຽວກັບສັນຍານິວເຄລຍອີຣານທີ່ນະຄອນຫຼວງວຽນ,ສາຍພົວພັນສອງຝ່າຍລະຫວ່າງອີຣານແລະຊາອູດິດ ອາຣັບບີແລະອື່ນໆ.

ໃນເວລາກ່າວເຖິງສະຖານະການລະຫວ່າງຣັດເຊຍ-ອູແກຣນ,ທ່ານຄາຕິບຊາເດ ກ່າວວ່າ:ອີຣານບໍ່ເຫັນວ່າສົງຄາມແມ່ນທາງເລືອກແລະແຜນການແກ້ໄຂຄວາມເຫັນທີ່ແຕກຕ່າງກັນ,ສອງຝ່າຍຄວນມີການສົນທະນາແລະການແລກປ່ຽນຄວາມຄິດເຫັນທາງການທູດເພື່ອເຮັດໃຫ້ສົງຄາມສິ້ນສຸດລົງໂດຍໄວ. ໃນນັ້ນ ອີຣານ ຍັງກ່າວວ່າ ເລື່ອງທີ່ ສົງຄາມ ຣັດເຊຍ-ອູແກຣນ ສືບຕໍ່ຢ່າງຮຸນແຮງແມ່ນ ທັງເມກາ ອາດມີເປົ້າຫມາຍ ຍຸເຍະ ໃຫ້ ໂລກເກີດມີ ສົງຄາມໂລກຄັ້ງທີ ສາມ ໂດຍ ຜ່ານຢູເຄຮນ.

ທ່ານຄາຕິບຊາເດໄດ້ກ່າວປະນາມວ່າ:ກະຊວງປ້ອງກັນປະເທດອາເມຣິກາໄດ້ກໍ່ ສົງຄາມຢູ່ພາກພື້ນຕາເວັນອອກກາງໂດຍຜ່ານການປະດິດຄຳເວົ້າຂີ້ຕົວະ,ນາໂຕທີ່ມີອາເມລິກາເປັນຫົວໂປ່ໄດ້ກໍ່ສົງຄາມຢູ່ອັຟການິດສະຖານແລະອີຣັກ,ພາໃຫ້ປະຊາຊົນລວມທັງເດັກນ້ອຍເສຍຊີວິດເປັນຈຳນວນຫຼວງຫຼາຍ,ແຕ່ອາເມລິກາພັດບໍ່ຖືກ ລົງໂທດແຕ່ຢ່າງໃດເລີຍ.

ແຕ່ໃນປັດຈຸບັນ,ອາເມຣິກາບໍ່ພຽງແຕ່ບໍ່ໄດ້ຖອດຖອນບົດຮຽນດ້ານລົບໃນເມື່ອກ່ອນເທົ່ານັ້ນ,ຊ້ຳພັດມີລັກສະນະຮຸກຮານເພີ່ມຂຶ້ນ,“ອາເມລິກາບໍ່ມີສິດເປັນຕຳຫຼວດໂລກ ຜູ້ພິພາກສາຫຼືຄະນະຜູ້ພິພາກສາ.”

ສຳລັບການເຈລະຈາກ່ຽວກັບສັນຍານິວເຄລຍອີຣານຢູ່ນະຄອນຫຼວງວຽນ,ທ່ານ ຄາຕິບຊາເດກ່າວວ່າ:ໃນການເຈລະຈາ,ບັນຫາທີ່ກ່ຽວຂ້ອງລະຫວ່າງອີຣານກັບຈີນ ຣັດເຊຍພ້ອມດ້ວຍປະເທດເອີຣົບລ້ວນແຕ່ໄດ້ຮັບການແກ້ໄຂແລ້ວ,

ສ່ວນຄວາມເຫັນທີ່ແຕກຕ່າງກັນລະຫວ່າງອາເມຣິກາ-ອີຣານພວມມອບໃຫ້ຝ່າຍທີສາມເປັນຜູ້ປະສານງານແລະຊຸກຍູ້.ໃນຂະນະດຽວກັນ,ທ່ານໄດ້ຊີ້ອອກວ່າ:

ບັນດາຝ່າຍຕ່າງໆທີ່ມີສ່ວນຮ່ວມເຈລະຈາຢູ່ນະຄອນຫຼວງວຽນລ້ວນແຕ່ພວມລໍຖ້າອາເມລະກາຕັດສິນໃຈສຸດທ້າຍ,ແຕ່ອາເມລິກາພັດຖ່ວງດຶງເວລາເລື້ອຍໆ.

ເມື່ອວັນທີ 25 ເມສາ 2022, ທ່ານ ເຊິເກ ລາຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ອອກມາເຕືອນເຖິງຄວາມຮຸນແຮງ ແລະ ໂອກາດທີ່ຈະເກີດສົງ ຄາມໂລກຄັ້ງທີ 3 ພາຍຫລັງບັນດາປະເທດຕາເວັນຕົກຊ່ວຍຢູເຄຣນ ທາງການທະຫານ ແລະ ອາວຸດຍຸດໂທປະກອນ ແລະ ອາວຸດເຫລົ່ານີ້ຈະຕົກເປັນເປົ້າໝາຍໂຈມຕີຢ່າງຊອບທຳຂອງກອງທັບລັດເຊຍເຊິ່ງອາດເປັນຊະນວນນຳໄປສູ່ການບານປາຍ

ຊົມຄລີບ

Cr.​CRI

Leave a Reply

Your email address will not be published. Required fields are marked *

Back to top button