ສາວຄູອາສາສອນມາ 6 ປີບໍທັນໄດ້ກິນເງິນເດືອນຕ້ອງຈາກໄປກ່ອນ

ໜ້າສົງສານສຸດຫົວໃຈ ສາວຄູອາສາສອນມາ 6 ປີບໍທັນໄດ້ກິນເງິນເດືອນຕ້ອງຈາກໄປກ່ອນ…ເປັນເລື່ອງລາວທີ່ໜ້າເສົ້າຫຼາຍ ເມື່ອສາວຄູອາສາຄົນໜຶ່ງ ລາວໄດ້ຕັດສິນໃຈເລືອກເປັນແມ່ພິມຂອງຊາດ

ຢາກສິດສອນວິຊາຊົນລູກຫຼານທີ່ເປັນອະນາຄົດຂອງຊາດ ເລືອກແລ້ວກໍ່ເປັນອາສາສອນຟຣີມາປີແລ້ວປີເຫຼົ່າຈົນໄດ້ 6 ປີ ພໍດີໄດ້ລູກ ແລະກໍ່ດ່ວນຈາກໄປ.

ໝູ່ເພື່ອນຄົນຮູ້ຈັກໄດ້ ສະແດງຄວາມເສຍໃຈ RIP 24.4.22 ເອື້ອຍ ສຸລາພອນ ລີໄຊຍະລາດ ຕ້ອງຈາກລາທຸກຄົນໄປຢ່າງບໍ່ມີວັນກັບ ເພາະຜິດກຳ.

ສາວຄົນນີ້ໄດ້ແຕ່ງານກັນມາ7-8ປີ ສູ້ຊົນມານຳກັນ ອົດທົນຢາກມີລູກ ປີນີ້ພໍຈະສ້າງລຸກປຸກຂຶ້ນ+ມີລູກ ເກີດ26.02.2022 ເຈົ້າກັບມາເປັນແບບນີ້ນໍ

ຜົວກໍ່ໂພສອາໄລສຸດຊື້ ຕໍ່ໄປນີ້ ບໍ່ມີອີກແລ້ວ ເຈົ້າຢູ່ຂ້າງໆ ເຈົ້າຄືຈິດໃຈດຳແທ້ເດ້ ຖິ້ມຂ້ອຍກັບລູກໃຫ້ຢູ່ລຳພັງ ຂ້ອຍເຈັບປວດນໍ

..

Leave a Reply

Your email address will not be published. Required fields are marked *

Back to top button