ສະໝູນໄພ 5 ຊະນິດຕ້ານພະຍາດ ໂ ຄ ວິ ດ

ສະໝຸນໄພບ້ານເຮົາທີ່ສາມາດຫາໄດ້ງ່າຍໆ ສາມາດຊື້ໄດ້ຕາມຕະຫຼາດທົ່ວໄປ ຫຼື ປູກໄວ້ຢູ່ແຕ່ລະບ້ານ ຖ້າມີໄວ້ຕິດບ້ານເປັນສິ່ງທີ່ດີຫຼາຍ ບໍ່ວ່າຈະເອົາໄວ້ກິນ ໄວ້ໃຊ້ປຸງແຕ່ງອາຫານ ເປັນແນວດັບກິ່ນ ຫຼື ໃຊ້ໄວ້ຮົມຢາກໍ່ດີ.

ຕາມຮົ້ວຕາມສວນສະໝຸນໄພແຕ່ລະຢ່າງ ສາມາດຮັກສາອາການໄດ້ຫຼາຍຢ່າງແຕກຕ່າງກັນ ເປັນຕົ້ນແມ່ນສະໝຸນໄພ ໄວ້ກິນ ໄວ້ໃຊ້ຕະຫຼອດ ແລະ ລ່າສຸດກໍ່ສາມາດເອົາໄວ້ໃຊ້ໃນຊ່ວງໄລຍະທີ່ມີໂລກລະບາດ ກໍ່ຄືພະຍາດໂຄວິດ-19 ໃນຕອນນີ້

ດັ່ງນັ້ນມາເບິ່ງວ່າມີສະໝຸນໄພຫັຍງແດ່? ຊັບພະຄຸນຂອງຢາແຕ່ລະຊະນິດຈະມີຫຼາຍຢ່າງແຕ່ເຮົາຈະຍົກຢ່າງລະນ້ອຍມາໃຫ້ຮູ້ນຳກັນ ເຊັ່ນ:

ໃບຂີ້ຫູດ: ຊ່ວຍຫຼຸດຄວາມດັນ, ຄວາມຕຶງຄຽດ, ຊ່ວຍລະບົບໝູນວຽນ ແລະ ເສັ້ນເລືອດ.

ຫົວສີໃຄ: ຊ່ວຍຂັບເສີມຫະ, ບຳລຸງປະສາດ ແລະ ເສີມສ້າງຄວາມຈຳໄດ້ດີ, ຊ່ວຍໃຫ້ສະໝອງສົດຊື່ນ, ຊ່ວຍຫຼຸດອາການມືນປາຍຕີນ ຊື່ງມີສ່ວນປະກອບຂອງວິຕາມິນ B E C.

ໃບຈີນາຍກ້ອມ: ຊ່ວຍລົດອາການວິນວຽນປວດຕາມຕົນໂຕ.

ໃບຂະແຍງ: ລົດໄຂ້, ໄອ, ເຈັບຄໍ, ແກ້ອາການເປັນຂີ້ກາກ, ເປັນຝີ, ແກ້ຜິດ ແລະ ການມຶນເມົາຕ່າງໆ.

ໃບວິກ: ດີຫວັດ, ແກ້ພູມແພ້.

ຂໍ້ມູນ: Ater

Leave a Reply

Your email address will not be published. Required fields are marked *

Back to top button