ຮີບໄປສະໝັກດ່ວນ…!!! ຕ້ອງການຮັບສະໝັກພະນັກງານຈຳນວນຫຼາຍ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຕ້ອງການຮັບສະໝັກພະນັກງານຈຳນວນ16 ຕຳແໜ່ງ​..​ຫນ້າທີ່ຮັບຜິດຊອບຫຼັກ

• ປະຕິບັດຫນ້າວຽກງານຕາມຫົວຫນ້າຈຸງານຍາມໄຟຟ້າແບ່ງປັນໃຫ້ ແລະຈົດເລກກົງເຕີ, ຈົດ ບັນທຶກ ແລ້ວລາຍງານປະຈໍາວັນ ແລະຂໍ້ມູນຕ່າງໆ ລົງໃນບົດບັນທຶກປະຈໍາວັນໃນແຕ່ລະຊົ່ວໂມງທີ່ຕົນຖືກຮັບຜິດຊອບ ໃຫ້ສໍາເລັດ ແລະ ເປັນປະຈໍາ;

• ລົງຕິດຕາມເອົາຂໍ້ມູນຕົວຈິງຂອງເຄື່ອງຈັກ ໃນແຕ່ລະຊົ່ວໂມງ ທີ່ຖືກມອບຫມາຍໃຫ້ຫຼ້ອນຫນ້າທີ;

• ກວດກາ ແລະ ລາຍງານສະພາບການເຄື່ອງຈັກ, ລະບົບໄຮດໂຣລິກ,ອຸປະກອນພາກໄຟຟ້າ, ອຸປະກອນພາກກົນຈັກ ໃຫ້ ຫົວຫນ້າຫນ່ວຍງານ ຮັບຊາບທັນເວລາ ເພື່ອສັງລວມພາຍໃນທີມງານໃຫ້ລະອຽດຄົບຖ້ວນ; ຮັບຜິດຊອບຂຽນ Switching ໃນເມື່ອຫົວຫນ້າຫນ່ວຍງານ ແລະ ຮອງ ຫົວຫນ້າຫນ່ວຍງານບໍ່ຢູ່ ແລະ ປະຕິບັດຕາມຫນ້າວຽກທີ່ຂະແຫນງໄຟຟ້າ ແລະ ກົນຈັກ ຈະປະຕິບັດງານ ຫຼື ປ່ຽນຖ່າຍອຸປະກອນຕ່າງໆ ແລ້ວ ສົ່ງໃຫ້ຫົວຫນ້າຂະແຫນງກວດກາຄືນຢ່າງລະອຽດ;

• ຫ້າວຫັນ ເອົາໃຈໃສ່ຢ່າງຕັ້ງຫນ້າ ເພື່ອຮຽນຮູ້ ເອົາປະສົບປະການ ຈາກຫົວຫນ້າ ແລະ ຮອງຫົວຫນ້າຫນ່ວຍງານ; ມີສະຕິເອົາໃຈໃສ່ປະຕິບັດໂມງເວລາເຂົ້າ-ອອກໃຫ້ທ່ວງທັນ ແລະ ບັນ ທຶກເວລາໃນເມື່ອເຄື່ອງຈັກ Trip ແລະ ພວກ Relay ຕ່າງໆບໍ່ທໍາງານ ຫຼືສາຍສົ່ງຖືກຕິດຂັດ ຕ້ອງລາຍງານຫົວຫນ້າ ກະໂດຍດ່ວນ

• ຜູ້ຄວບຄຸມການຜະລິດ ແມ່ນເຮັດວຽກຕາມການແບ່ງຈຸ (04/ຈຸ ໂດຍມີການສັບປ່ຽນກັນ). ຊຶ່ງມີຫນ້າທີ່ຮອບຜິດຊອບຂອງຕົນເອງ ແລະ ຊ່ວຍ ເຫຼືອຫົວຫນ້າຈຸ ໃນວຽກງານຕ່າງໆ;

• ປະຕິບັດຫນ້າທີ່ອື່ນໆ ຕາມລາຍລະອຽດຫນ້າວຽກຕົວຈິງ ຫຼື ຕາມການມອບຫມາຍຈາກຫົວຫນ້າສາຍງານ ຫຼື ຜູ້ຈັການເຂື່ອນ….

ວຸດທິການສຶກສາ ແລະ ປະສົບການ:

• ປະລິນຍາຕີ ສາຂາ ວິສາວະກອນ ໄຟຟ້າອຸດສາຫະກໍາ, ໄຟຟ້າອີເລັກໂຕນິກ ຫຼື ໄຟ ຟ້າພະລັງງານນ້ໍາ (ຖ້າຈົບການສຶກສາ ຈາກ ສສ ຫວຽດນາມ ແມ່ນຈະພິຈາລະນາ ເປັນພິເສດ); ຮັບຜູ້ສະຫມັກທີ່ຮຽນຈົບໃຫມ່ ແຕ່ຖ້າມີປະສົບການເຮັດເປັນ ພະນັກງານ ຄວບຄຸມການຜະລິດຢູ່ເຂື່ອນໄຟ ຟ້າ ມາກ່ອນ ຈະພິຈາລະນາ ເປັນພິເສດ;

ເງື່ອນໄຂ ແລະ ຄວາມຕ້ອງການ:

• ສາມາດສື່ສານ, ອ່ານ, ຂຽນ, ຟັງ ຫຼື ເຂົ້າຮ່ວມການປະຊຸມທີ່ເປັນ ພາສາຫວຽດນາມ/ພາສາອັງກິດ ແລະ ພາສາລາວ ໄດ້ເປັນຢ່າງດີ;ສາມາດນໍາໃຊ້ ຄອມພີວເຕີ ຫຼື Microsoft office ໄດ້ເປັນຢ່າງດີ;

• ເປັນຄົນຊື່ສັດ, ກະຕື້ລືລົ້ນຕໍ່ຫນ້າທີ່ ແລະ ສາມາດເຮັດວຽກເປັນທີມໄດ້

• ສໍາລັບຜູ້ສະຫມັກທີ່ມີພູມລໍາເນົາຢູ່_04 ແຂວງພາກໃຕ້ ແມ່ນຈະຖືກພິຈາລະນາເປັນພິເສດຕາມເງື່ອນໄຂຕົວຈິງ;

ບຸກຄົນທີ່ສົນໃຈ ໃນຕໍາແຫນ່ງທີ່ພວກເຮົາປະກາດ, ສາມາດສົ່ງໃບສະຫມັກດ້ວຍຕົນເອງໄດ້ທີ່ ຫ້ອງການຂອງພວກເຮົາ ພ້ອມກັບປະກອບເອກະສານເຊິ່ງມີ: ຫນັງສືສະແດງຄວາມສົນໃຈ, ຊີວະປະຫວັດຫຍໍ, ໃບປະກາດ

ຕ່າງໆ ນໍາສົ່ງທີ່ຂ້າເຂົ້າ-ຂ້າອອກ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ຖະຫນົນ ຫນອງບອນ, ບ້ານ ຫນອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ່ ຫຼື ສົ່ງມາທາງອີເມລ: recruitment@csellergy.la ສໍາລັບຂໍ້ມູນເພີ່ມຕື່ມ ສາມາເຂົ້າໄປເບິ່ງທີ່ ເວບໄຊທ໌: www.csenergy.la | ຫຼື ໂທ: +856 21 4177 89 | +856 30 5594 492

(ພວກເຮົາຈະຕິດຕໍ່ກັບຫາຜູ້ທີ່ຜ່ານການຄັດເລືອກ ເພື່ອເຂົ້າຮອບສໍາພາດເທົ່ານັ້ນ, ເອກະສານທີ່ສົ່ງແລ້ວ ບໍ່ສາມາດຂໍຄືນໄດ້).

Leave a Reply

Your email address will not be published. Required fields are marked *

Back to top button