ແຈ້ງການດ່ວນ! ແຈ້ງໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ

ແຈ້ງການ ເຖິງ: ບັນດາຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສຽງໂຊກ-ຊີງລາງວັນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 02ພຶດສະພາ 2022.

ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 645/ຫສນຍ, ລົງວັນທີ 21 ເມສາ 2022 ເລື່ອງ: ທິດຊີ້ນໍາກ່ຽວກັບວັນພັກຊົດເຊີຍ ວັນກໍາມະກອນສາກົນ (ວັນທີ 01 ພຶດສະພາ 2022).

ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1026/ກງ, ລົງວັນທີ 12 ມິຖຸນາ 2003 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ ຫວຍພັດທະນາ.

ອີງຕາມ ແຜນການກໍານົດມື້ອອກເລກລາງວັນຫວຍພັດທະນາ ປະຈໍາປີ 2022 (ສະບັບປັບປຸງ) ເລກທິ 0187/ຫສພ, ລົງວັນທີ 24 ກຸມພາ 2022.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍ ຜັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ:

ເນື່ອງຈາກວັນຈັນ, ວັນທີ 02 ພຶດສະພາ 2022 ເປັນວັນພັກຊົດເຊີຍ ວັນກໍາມະກອນສາກົນ ຄົບຮອບ 136 ປີ (ວັນທີ 01 ພຶດສະພາ 2022) ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍ ພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ

ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 02 ພຶດສະພາ 2022, ບໍ່ ມີການອອກທົດແທນຄືນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດ ຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນເພື່ອຊາບ

Leave a Reply

Your email address will not be published. Required fields are marked *

Back to top button