ຊາວໜຸ່ມເມືອງວຽງຄຳ ລ້ອມຮົ້ວອ້ອມຄິວລົດໂດຍສານ ສ້າງເປັນສະຖານທີ່ສູນກັກກັ້ນຜູ້ເດີນທາງເຂົ້າເມືອງຂອງຕົນ

ວັນທີ 13 ສິງຫາ 2021 ນີ້ ຊາວໜຸ່ມອ້ອມຂ້າງສຳນັກງານ ແລະ ຊາວໜຸ່ມໜ່ວຍ ປກສ, ປກຊ ເມືອງວຽງຄຳ ໄດ້ເຕົ້າໂຮມສ້າງຂະບວນການຕັດໄມ້ລ້ອມຮົ້ວອ້ອມສະຖານທີ່ສູນກັກກັ້ນຄົນທີ່ເດີນທາງມາແຕ່ຕ່າງແຂວງ, ຕ່າງເມືອງ ແລະ ກຸ່ມຄົນທີ່ເດີນທາງມາແຕ່ຕ່າງປະເທດ.

ໂດຍການນຳພາຂະບວນການ ສະຫາຍ ບຸນສະຫວັດ ວັນທະມະລີ ກຳມະການພັກເມືອງ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີສະມາຊິກຊາວໜຸ່ມອ້ອມຂ້າງສຳນັກງານ, ສະມາຊິກຊາວໜຸ່ມໜວຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ຂະບວນການຄັ້ງນີ້ແມ່ນໄດ້ລ້ອມຮົ້ວອ້ອມສະຖານທີ່ຄີວລົດໂດຍສານ ບ້ານວັງໄບ ເພື່ອສ້າງເປັນສູນກັກກັ້ນກຸ່ມຄົນທີ່ມີຄວາມສຽງ ຕໍ່ການລະບາດຂອງພະຍາດໂຄວິດ-19 ທີ່ເດີນທາງມາແຕ່ຕ່າງແຂວງ, ຕ່າງເມືອງ ແລະ ກຸ່ມຄົນທີ່ເດີນທາງມາແຕ່ຕ່າງປະເທດ, ການລ້ອມຮົ້ວຄັ້ງນີ້

ມີຄວາມກ້ວາງປະມານ 300 ແມັດ, ມີສະມາຊິກຊາວໜຸ່ມເຂົ້າຮ່ວມ ທັງໝົດ 254 ຄົນ, ຍິງ 66 ຄົນ. ທັງນີ້ກໍເພື່ອເປັນການປະຕິບັດຕາມຄຳສັ່ງຂອງຄະນະສະເພາະກິດ, ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ແລະແຂວງ, ເພື່ອເປັນການຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ມີການແພ່ລະບາດ ອອກເປັນວົງກວ້າງ.

Leave a Reply

Your email address will not be published. Required fields are marked *

Back to top button