ເຈົ້າຫນ້າທີ່ ເລັ່ງຄວບຄຸມໄຟປ່າ ໄໝ້ເຮືອນປະຊາຊົນ 200 ກວ່າຫລັງ

ອີງຕາມການລາຍງານຈາກສຳນັກຂ່າວ ​ສ.ອາ​ເມ​ລິ​ກາລາຍງານວ່າ: ໃນວັນ​ທີ 24 ​ເມສາ​ນີ້ ສ.ອາ​ເມ​ລິ​ກາ ​ເລັ່ງຄວບ​ຄຸມ​ໄຟ​ປ່າ ທີ່​ໄໝ້​ເຮືອນ ​ປະຊາຊົນ 200​ ກວ່າຫ​ລັງ

​ເນື່ອງ​ຈາກ​ ມີ​ລົມ​ພັດ​ແຮງ 121 ກິ​ໂລ​ແມັດ ​ຕໍ່​ຊົ່ວ​​ໂມງ ບໍລິ​ເວນ​ ທາງພາກ​ເໜືອ ຂອງ​ລັດ ນີວ​ເມັກ​ຊິ​ໂກ ​ເຮັດ​ໃຫ້​ປະຊາຊົນ ຫລາຍ​ພັນ​ຄົນ ຕ້ອງ​ຍົກຍ້າຍ​ ອອກຈາກ​ເຮືອນ​ ເທິງ​ພູ ​ໄປ​ຢູ່​ ສະຖານ​ທີ່ ​ປອດ​ໄພ​ແລ້ວ ຫລັງ​ຈາກ​ເຂດ​ນີ້ ​ເກີດ​ໄພ​ແຫ້ງ​ແລ້ງ​ ເປັນ​ເວລາ ​ຫລາຍ​ປີ ຜ່ານມາ.

ຂະນະ​ທີ່ ​ໄຟ​ປ່າ ຢູ່​ຫ່າງ​ຈາກ ​ເມືອງ​ທາວ​ສ ​ໄປ​ທາງ​ຕາ​ເວັນ​ຕົກ ປະມານ 56 ກິ​ໂລ​ແມັດ ຂະຫຍາຍຕົວ ​ເປັນ 2​ເທົ່າ ​ແລະ ກາຍ​ເປັນ ​ໄຟ​ປ່າ ຂະໜາ​ດ​ໃຫຍ່ ທີ່​ສຸດ​ໃນ ສ.ອາ​ເມ​ລິ​ກາ.

ຊົມຄລີບ

ທີ່ມາ: ຂປລ

Leave a Reply

Your email address will not be published. Required fields are marked *

Back to top button