ໄກ້ເຂົ້າມາແລ້ວ ທາງດ່ວນ ສາຍໃຕ້ ນະຄອນຫຼວງວຽງຈັນ ຫາ ນະຄອນປາກເຊ ແຂວງຈຳປາສັກ

ຍັບຈໍ້ ມໍ່ເຂົ້າມາ ໄກ້ເຂົ້າມາແລ້ວ ທາງດ່ວນ ສາຍໃຕ້ ນະຄອນຫຼວງວຽງຈັນ ຫາ ນະຄອນປາກເຊ ແຂວງຈຳປາສັກ ( ໄກ້ຈະເຖິງ ການສິ້ນສຸດ ການລໍຄອຍຂອງພີ່ນ້ອງ ຊາວ ພາກໃຕ້ ຂອງປະເທດລາວ) ພາຍຫຼັງການສຶກສາ ສຳຫຼວດອອກແບບ ມາເກືອບ1ທົດສະວັດ ເຕັມ ຂອງ ກຸ່ມ ບໍລິສັດ ດວງຈະເລີນ ພັດທະນາ ຄົບວົງຈອນ .

ພາບວີດີໂອ ຈຳລອງ ໂຄງການ ທາງດ່ວນ ວຽງຈັນ-ປາກເຊ (ໄລຍະແຕ່ ວຽງຈັນ-ປາກຊັນ) ອອກແບບ ມາຄື :

– ຫນ້າທາງກວ້າງ 23 ແມັດ – ມີ4ຊ່ອງຈາລະຈອນ (ມີຊ່ອງສຸກເສີນ1ຊ່ອງ) .- ອອກແບບ ເປັນມາດຕະຖານ ຊັ້ນໜຶ່ງ ຂອງ ອາຊຽນ ແລະ ສາກົນ .

– ຄວາມໄວໃນການອອກແບບ 80-120 Km/h .

– ຈຸດເລີ່ມຕົ້ນ ແມ່ນ ຢູ່ ທາງ450 ປີ ( ເຂດ ທ່າບົກ ທ່ານາແລ້ງ ວຽງຈັນໂລຈິສຕິກ ປາກສ໌) .

– ການ ກໍ່ສ້າງ ຈະຄູ່ຂະໜານໄປກັບທາງໝາຍເລກ13 ໃຕ້ (ທີ່ກຳລັງ ມີການປັບປຸງ ໃນຊ່ວງ ໄປ ແຂວງ ບໍລິຄຳໄຊ ໃນປັດຈຸບັນ) .

ຖ້າວ່າ ໂຄງການນີ້ ສຳເລັດ ແລະ ເຊື່ອມຈອດກັນ ແລ້ວ ການເດີນທາງ ໄປ ປາກເຊ ຈາກປົກກະຕິ 8-10 ຊົ່ວໂມງ (ຈະເຫຼືອພຽງ 4-5 ຊົ່ວໂມງເທົ່ານັ້ນ) ສ່ວນບັນດາ ແຂວງທາງຜ່ານ ເຊັ່ນ :

-ບໍລິຄຳໄຊ ຈາກ 2h30 ຈະເຫຼືອພຽງ 1h .

– ຄຳມ່ວນ ເມືອງທ່າແຂກ ຈາກ6 ຊົ່ວໂມງ ກໍເຫຼືອພຽງ3ຊົ່ວໂມງ ,

– ສະຫວັນນະເຂດ ຈາກ 8 ຊົ່ວໂມງ ກໍເຫຼືອພຽງ 4 ຊົ່ວໂມງ . ແລະ ສາລະວັນ ເອງ ເວລາການເດີນທາງ ກໍຈະຫຼຸດລົງເຖິງ ເຄິ່ງເທົ່າໂຕ ເຊັ່ນກັນ .

ທັງເປັນການ ຫຼຸດຄ່າຫຼຸຍຫ້ຽນ,ປະຢັດພະລັງງານ,ເວລາ ແລະ ຮັກສາ ສິ່ງແວດລ້ອມ ນຳອີກ . ສ່ວນປີຈະເລີ່ມສ້າງ ແມ່ນຍັງບໍ່ແນ່ນອນເທື່ອ ໄດ້ຂ່າວລະຈະມາອັບເດດໃຫ້ຟັງ ເດິ້

,,


,,

,,

,,

Cr ພາບຈາກ Sky channel

Leave a Reply

Your email address will not be published. Required fields are marked *

Back to top button