ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ຈໍານວນ 9 ທ່ານ ເພື່ອຄວມຄຸມໄຟຟ້າ ໃຫ້ສອດຄ່ອງກັບສະພາບ​ຕົວຈິງ

👏 ພິທີປະກາດການເເຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດໄຟຟ້າລາວ (ຟຟລ) ຈໍານວນ 9 ທ່ານ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 22/ນຍ, ລົງວັນທີ 4 ເມສາ 2022 ຈັດຂື້ນໃນຕອນບ່າຍວັນທີ 22 ເມສາ 2022 ຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງວຽງຈັນ

ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວວົງ ພອນເເກ້ວ ລັດຖະມົນຕີກະຊວງພະລັງງານ ເເລະ ບໍ່ເເຮ່ ເເລະ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນ ຕີກະຊວງ ການເງີນ, ມີຄະນະພັກ-ຄະນະນໍາ, ພະນັກງານຫລັກເເຫລ່ງຂອງລັດວິສາຫະກິດໄຟຟ້າລາວ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ໃນພິທີ ທ່ານ ກົງຄໍາ ສິທິວໍລະດາ, ຫົວຫນ້າກົມຈັດຕັ້ງພະນັກງານ ກະຊວງການເງີນ ໄດ້ຜ່ານຂໍ້ລົງຂອງນາຍົກ ລັດຖະມົນຕີ ສະບັບເລກທີ22/ນຍ, ລົງວັນທີ 4 ເມສາ 2022 ວ່າດ້ວຍການເເຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ຈໍານວນ 9 ທ່ານ ປະກອບມີ:

– ທ່ານ ປອ. ພູທະນູເພັດ ໄຊສົມບັດ, ຮອງລັດຖະມົນຕີ ກະຊວງການເງີນ, ເປັນຫົວຫນ້າຄະນະ

– ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີ ກະຊວງພະລັງງານ ເເລະ ບໍ່ເເຮ່, ເປັນຮອງຫົວໜ້າຄະນະ.

– ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ເປັນຄະນະ

– ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຫົວຫນ້າກົມຄຸ້ມຄອງຫນີ້ສີນສາທາລະນະ, ກະຊວງການເງິນ, ເປັນຄະນະ

– ທ່ານ ປອ.ສອນເພັດ ອິນທະວົງ, ຫົວຫນ້າກົມປູຕິຮູບລັດວິສາຫະກິດ ເເລະ ການປະກັນໄພ ກະຊວງການເງິນ, ເປັນຄະນະ

– ທ່ານ ສົມພິດ ເເກ້ວວິຈິດ, ຫົວຫນ້າກົມທຸລະກິດພະລັງງານ, ກະຊວງພະລັງງານ ເເລະ ບໍ່ເເຮ່, ເປັນຄະນະ

– ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ, ຄະນະບໍດີ ຄະນະເສດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ເປັນຄະນະ

– ທ່ານ ນາງ ເຄືອວັນ ຈັນທະພູວົງ, ຮອງຫົວຫນ້າກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ, ເປັນຄະນະ

– ທ່ານ ບຸນເອື້ອ ສີວັນເພັງ, ຫົວຫນ້າຝ່າຍບໍລິຫານ, ປະທານສະຫະພັນກໍາມະບານລັດວີສາຫະກິດໄຟຟ້າລາວ, ເປັນຄະນະ.

ນອກຈາກນີ້ ທ່ານ ກົງຄໍາ ສິທິວໍລະດາ ຍັງໄດ້ໃຫ້ຮູ້ກ່ຽວກັບສິດ, ພາລະບົດບາດ ເເລະ ຫນ້າທີ່ໃນການເຄື່ອນ ໄຫວວຽກງານຂອງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕື່ມອີກ.​

ໃນໂອກາດນີ້, ທ່ານ ດາວວົງ ພອນເເກ້ວ, ລັດຖະມົນຕີກະຊວງ ພະລັງງານ ເເລະ ບໍ່ເເຮ່ ມີຄໍາເຫັນວ່າ: ການເເຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວຂອງລັດຖະບານໃນຄັ້ງນີ້ ເພື່ອໃຫ້ສອດຄ່ອງກັບສະພາບ, ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງຂອງພັກເຮົາໃນໄລຍະໃຫມ່ ເເລະ

ນອນຢູ່ໃນຂະບວນວິວັດຂອງການປັບປຸງລັດວິສາຫະກິດໃຫ້ເປັນໄປຕາມເງື່ອນໄຂປັດຈຸບັນ ເເນໃສ່ເພື່ອບັນລຸທິດທາງ ເເລະ ຄາດຫມາຍກ່ຽວກັບການປັບປຸງລັດວິສາຫະກິດ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ກໍານົດໄວ້ຢ່າງຈະແຈ້ງ ແລະ ປະຕິບັດຢ່າງເຂັ້ມງວດຫລັກການຈັດຕັ້ງ ແລະ ການເຄື່ອນໄຫວ,

ທັງຮັບປະກັນ ແລະ ປົກປ້ອງຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ປະຕິບັດການຄຸ້ມຄອງຕາມກົນໄກເສດຖະກິດຕະຫລາດ, ປັບປຸງໂຄງການທາງດ້ານການຈັດຕັ້ງກົນໄກຄຸ້ມຄອງວິສາຫະກິດທີ່ມີການໄລ່ລຽງທຸລະກິດທີ່ສອດຄ່ອງກັບກົດເກນຂອງຕະຫລາດ.​

ສ່ວນ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງີນ ໄດ້ມີຄໍາເຫັນເພີ່ມຕື່ມຕໍ່ກັບການຈັດຕັ້ງປະ ຕິບັດວຽກງານຂອງຄະນະປະຕິຮູບລັດວິສາຫະກິດໄຟຟ້າ ເພື່ອເປັນບ່ອນອີງເຮັດໃຫ້ວຽກງານນີ້ກາຍເປັນວຽກງານຮີບດ່ວນໃນການແກ້ໄຂວິການການທີ່ເກີດຂື້ນກັບລັດວິສາຫະກິດໄຟຟ້າລາວໃນໄລຍະຜ່ານມາ

ໂດຍສະເພາະການເເກ້ໄຂບັນຫາຫນີ້ສີນຄຸມເຄືອ, ລວມເຖີງວຽກງານປີ່ນອ້ອມຕ່າງໆ ໃຫ້ເປັນໄປຕາມທິດຊີ້ນໍາຂອງລັດຖະບານໃນເເຕ່ລະໄລຍະ ໃຫ້ດີຂື້ນກວ່າເກົ່າ.

FM 90

Leave a Reply

Your email address will not be published. Required fields are marked *

Back to top button