ລັດເຊຍ ກັບ ຫວຽດນາມ ຈະຊ້ອມຮົບຮ່ວມກັນ ບັ້ນຮົບ “ສາມັກຄີທະວີບ”

ລັດເຊຍກັບຫວຽດນາມຈະຊ້ອມຮົບຮ່ວມກັນ ສະເໜີຊື່ວ່າ ບັ້ນຮົບ “ສາມັກຄີທະວີບ” «Континентальный союз – 2022» . ກອງປະຊຸມອອນໄລປຶກສາຫາລືລະຫວ່າງຜູ້ບັນຊາການ ສອງກອງທັບ ຈັດຂຶ້ນໃນ 19/4/2022.

ກອງທັບລັດເຊຍ ນໍາໂດຍ ພົນໂທແຊກໄກ ລາຄຸດກິນ ຜູ້ບັນຊາການຄວບຄຸມສູນພາກພື້ນ, ກອງທັບປະຊາຊົນຫວຽດນາມ ນໍາໂດຍ ພົນໂທດົງດິງແທັງ.

ພັນເອກອີວານຕາຣາແອບ ກ່າວວ່າ ການຊ້ອມຮົບຄັ້ງນີ້ ແນໃສ່ເພີ່ມທະວີຂີດຄວາມສາມາດ ຂອງຜູ້ບັນຊາ ແລະກອງບັນຊາການ ໃນການບັນຊາ ຈັດຕັ້ງ ຊ້ອມຮົບ ແລະບັນຊາຮູບແຖວສູ້ຮົບໃນເງື່ອນໄຂຍຸດທະວິທີທີ່ຫຍຸ້ງຍາກ ໃຫ້ຄ່ອງແຄ່ວ, ເສີມສ້າງໄຫວພິບແກ້ໄຂສະຖານະການ ສູ້ຮົບຕົວຈິງສະເພາະໜ້າ.

ກອງປະຊຸມໄດ້ກຳນົດ ບໍລິເວນເປົ້າໝາຍແລະວັນເວລາຂອງການຊ້ອມຮົບ ພ້ອມທັງປຶກສາຫາລື ວຽກງານເສນາຮັກ ແລະພະລາທິການ ປິ່ນອ້ອມ ກໍ່ຄືການເຄື່ອນໄຫວວັດທະນະທໍາກາຍະກໍາການທະຫານນໍາອີກ.

ວັນທີ 22/4/2022, ອົງຄະນະພັກ ອົງການປົກຄອງປະຊາຊົນ ແລະແນວໂຮມແຫ່ງຊາດ ຫວຽດ ນາມ ນະຄອນຮາໂນຍ ໄດ້ຈັດຕັ້ງພິທີວາງພວງມາລາ ຕໍ່ຫນ້າຮູບປັ້ນຂອງທ່ານເລນິນ ຢູ່ເມືອງບາດິງ ເນື່ອງໃນໂອກາດ ວັນຄ້າຍວັນເກີດຂອງເພີ່ນຄົບຮອບ 152 ປີ ຕາມທີ່ເຄີຍໄດ້ປະຕິບັດມາແຕ່ລະປີ.

ສະຫະພາບໂຊຫວຽດ ທີ່ສືບທອດໂດຍ ສະຫະພັນລັດເຊຍ ຫລັງປີ 1991, ເປັນໜຶ່ງໃນປະເທດທໍາອິດທີ່ຮັບຮູ້ ສາທາລະນະລັດປະຊາທິປະໄຕຫວຽດນາມ, ແລະໃຫ້ການສະໜັບສະໜູນທີ່ສໍາຄັນທີ່ສຸດຮ່ວມກັບສປ.ຈີນ ແລະບັນດາປະເທດສັງຄົມນິຍົມ ແລະກ້າວໜ້າ ໃຫ້ແກ່ຂະບວນການປົດປ່ອຍ ແລະທ້ອນໂຮມປະເທດຊາດເປັນເອກະພາບຂອງຫວຽດນາມ.

ເດືອນ 11/2021 ທ່ານຫງວຽນຊວນຟຸກໄດ້ພົບປະກັບທ່ານປູຕິນໃນໂອກາດການຢູ່ໄປຢ້ຽມຢາມລັດຖະກິດທີ່ປະເທດລັດເຊຍ ແລະໄດ້ເຊັນຖະແຫລງການຮ່ວມກ່ຽວກັບວິໃສທັດພັດທະນາການເປັນຄູ່ຮ່ວມຍຸດທະສາດຮອບດ້ານຮອດປີ 2030 ລະຫວ່າງ ສ. ລັດເຊຍ ກັບສສ.ຫວຽດນາມ.

ລັດເຊຍກັບຫວຽດນາມມີມູນເຊື້ອມິດຕະພາບຍາວນານ ແລະເປັນເພື່ອນມິດຍຸດທະສາດທີ່ໄວ້ເນື້ອເຊື່ອໃຈກັນ. ສອງກອງທັບລ້ວນແຕ່ເປັນກອງທັບວິລະຊົນມີຊື່ສຽງກ້ອງໂລກ ຜ່ານການທົດສອບໃນແປວໄຟແຫ່ງການຕໍ່ສູ້ຕີຊະນະການຮຸກຮານມາແລ້ວ.

ເຫດການເກີດຂຶ້ນ ໃນຂະນະທີ່ການປະທະກັນດ້ານການທະຫານຢູ່ເອີຣົບຕາເວັນອອກພວມດຸເດືອດຂ້ຽວຂາດ; ອີກບໍ່ພໍເທົ່າອາທິດກໍຈະມີການປະຊຸມສຸດຍອດ ອາຊຽນ-ສະຫະລັດອາເມລິກາ ແລະ ທ້າຍປີ ກໍແມ່ນກອງປະຊຸມ ເອເປັກ.

ຊົມຄລີບ

Credit to Новости, REGNUM, Nhan Dan

Leave a Reply

Your email address will not be published. Required fields are marked *

Back to top button