ເກີດເຫດລົດພວງບັນທຸກສິນຄ້າ ພິກຂວໍ້າ ຂ້າງທາງ

ໃນເວລາປະມານ12:30ນາທີ ຂອງວັນທີ 23 ເມສາ 2022 ໄດ້ເກີດເຫດລົດພວງບັນທຸກສິນຄ້າປະເພດເຄື່ອງສົດຈາກຊຽງຂອງ ແຂວງຊຽງຣາຍ ຣາຊາອານາຈັກໄທ ທະບ່ຽນ73-5218 ສົນບູຣິ ພິກຂວໍ້າທີ່ແຂວງບໍ່ແກ້ວ ສປປລາວ.

ເຊິ່ງຜູ້ຂັບລົດແມ່ນ ທ້າວ ສຸວິດ ຊັນຊາດໄທ ໃຫ້ຂໍ້ມູນເບື່ອງຕົ້ນວ່າ:ຕົນເອງໄດ້ຂັບລົດຂົນສົ່ງສິນຄ້າປະເພດເຄື່ອງສົດມາແຕ່ຊຽງຂອງ ປະເທດໄທ ເພື່ອມາສົ່ງໃຫ້ ລູກຄ້າທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລ່ນດ້ວຍຄວາມໄວປະມານ 30 ກິໂລ ຕໍ່ຊົ່ວໂມງ,

,,

ແຕ່ມາຮອດ ຈຸດ 4 ແຍກພະແນກແຜນການ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ເກີດອຸປະຕິເຫດພິກຂວໍ້າ ສາເຫດຍ້ອນບໍ່ຄຸນເຄີຍກັບເສັ້ນທາງ.

ຜູ້ຂັບຂີ່ແມ່ນປອດໄພ ປະຈຸບັນພາກສວນທີ່ກ່ຽວຂ້ອງແມ່ນກຳລັງດຳເນີນໃຫ້ການຊ່ວຍເຫຼື້ອ.ສ່ວນຄ່າເສຍຫາຍຈະແຈ້ງໃຫ້ຮູ້ຕາມພາຍລັງ.

,,

ພາບ-ຂ່າວ:ຄຳພັນ ແກ້ວມະນີ

ອີກຂ່າວ ມື້ນີ້ ເກີດ ອຸບັດຕິເຫດລົດເມໂດຍສານປະຈຳທາງ ວຽງຈັນ-ປາກເຊ ຕຳທ້າຍລົດບັນທຸກສິນຄ້າຢ່າງຫນັກ

ເກີດອຸບັດຕິເຫດລົດເມໂດຍສານປະຈຳທາງ ວຽງຈັນ-ປາກເຊ ຕຳທ້າຍລົດບັນທຸກສິນຄ້າຢ່າງຫນັກຈົນເຮັດໃຫ້ດ້ານຫນ້າຂອງລົດເມຫຍຸບເຂົ້າໃນເວລາປະມານ 3 ໂມງເຊົ້າຂອງ ວັນທີ 23 ເມສາ 2022

ຊົນທ້າຍລົດບັນທຸກ ຢູ່ຂອບເຂດ ບ້ານເຊບັງນວນ ເມືອງ ສອງຄອນ.ແຕ່ໂຊກດີອຸປະຕິເຫດຄັ້ງນີ້ ບໍ່ມີຜູ້ໃດເສຍຊິວິດ.ມີແຕ່ບາດເຈັດເລັກນ້ອຍ.

ຂໍໃຫ້ທຸກທ່ານທີ່ໃຊ້ພະຫະນະຕາມທ້ອງຖະໜົນຫຼວງ ມີສະຕິ ແລະ ປະຕິບັດຕາມກົດຈະລາຈອນ ເພື່ອຮັກສາຊັບສິນ ຊິວິດ ຂອງຕົນເອງແລະຜູ້ອື່ນ .ຄ່ອຍໄປ ຄ່ອຍມາ ເຄົາລົບກົດຈະລາຈອນຢ່າງເຂັ້ມງວດ.

Leave a Reply

Your email address will not be published. Required fields are marked *

Back to top button