ເຈົ້າຫນ້າທີ່ເລັ່ງຕິດຕາມ ຈັບ 3 ຄົນໄທ..ທີ່ຍິງ ຄົນລາວ

ເຈົ້າຫນ້າທີ່ ກຳລັງຕິດຕາມນຳຈັບ 3 ຄົນໄທ ທີ່ໃຊ້ ປືນ ຍິງ ທ້າວ ຫນູວ່າງ ອາຍຸ 42 ປີ, ປະຊາຊົນ ບ້ານດອນຫນູນ ເມືອງໄຊນີ ນະຄອນຫລວງວຽງຈັນ ຢູ່ບ້ານສອງຫ້ອງ ເມືອງໄຊທານີ ເສຍຊີວິດໃນວັນທີ 20 ເມສາ 2022 ທີ່ຜ່ານມາ;

ປັດຈຸບັນ ຜູ້ກໍ່ເຫດໄດ້ເອົາຕົວຫລົບຫນີ.ທ່ານ ກາວລີ ລີໄຊຕູ້ ນາຍບ້ານຫນອງສອງຫ້ອງ ເມືອງໄຊທານີ ລາຍງາຍໃຫ້ຮູ້ວ່າ:

ເຫດຄາດຕະກຳ ເກີດຂຶ້ນໃນເວລາ 19:00 ໂມງ ຂອງວັນທີ 20 ເມສາ 2022ກ່ອນເກີດເຫດ ທ້າວ ຫນູວ່າງ ກັບ ທ້າວ ທອນ ບ້ານໂພນງາມ 1 ເມືອງໄຊທານີ ມີຊາຍບໍ່ຊາບຊື່ 3 ຄົນ ( ມົ້ງຄົນໄທ )

ແລະ ຜູ້ຍິງ ບ້ານຫນອງສອງຫ້ອງ ອີກ 2 ຄົນ ທັງຫມົດ ພາກັນນັ່ງກິນເບຍຢູ່ຮ້ານອາຫານທ່າເຮືອບັກແຄມງື່ມຮ່ວມກັນ.

ພາຍຫລັງ ທ້າວ ຫນູວ່າງ ໄດ້ຍ່າງອອກຈາກຮ້ານອາຫານ ມາຮອດທາງຢ່າງ ກໍຖືກໃຊ້ປືນ ຍິງ 4 ນັດ ຖືກບໍ ລິເວນຫົວ 1 ນັດ, ຖືກຫນ້າເອີກ ແລະ ຖືກລໍາຕົວ 3 ນັດເສຍຊີວິດຄາທີ່ ຈາກນັ້ນ ຜູ້ກໍ່ເຫດທີ່ເປັນຄົນມົ້ງສັນຊາດໄທ ກໍຂີ່ລົດເອົາຕົວຫລົບຫນີ.

ຕໍ່ກັບເຫດການທີ່ເກີດຂຶ້ນ ເຈົ້າຫນ້າທີ່ກໍາລັງ ຕິດຕາມຕົວ ຜູ້ກໍ່ເຫດ ມາດຳເນີນຄະດີ ຕາມລະບຽບກົດຫມາຍ.

” ສະແດງຄວາມເສຍໃຈນຳຄອບຄົວ ແລະ ຍາດຂໍໃຫ້ເຈົ້າຫນ້າທີ່ຈັບຄົນຮ້າຍມາລົງໂທດໂດຍໄວ “

Cr: ຈາກ ນສພ ລາວພັດທະນາ

Leave a Reply

Your email address will not be published. Required fields are marked *

Back to top button