ສາວຖືກຫວຍ ດີໃຈຕັ້ງວົງດື່ມສະຫຼອງ ສຸດທ້າຍເສຍຊີວິດກ່ອນໃຊ້ເງິນ

ເຫດການທີ່ແອັດຈະເວົ້າເຖິງຕໍ່ໄປນີ້ເປັນເຫດການທີ່ເກີດຂຶ້ນຢູ່ປະເທດໄທແຕ່ແອັດຢາກຍົກຂຶ້ນມານໍາສະເໜີເພື່ອເປັນອຸທາຫອນເຕືອນສະຕິໃຜຫຼາຍໆຄົນທີ່ມັກດື່ມສິ່ງມຶນເມົາຈົນບໍ່ໄດ້ສະຕິເພາະມັນອາດພາໃຫ້ເກີດເຫດເສົ້າເຖິງແກ່ຊີວິດດັ່ງກໍລະນີສາວໂຊກຮ້າຍຄົນນີ້ກໍ່ເປັນໄດ້.

ທີ່ສໍານັກງານຕໍາຫຼວດແຫ່ງໜຶ່ງໃນເມືອງແພຣ່ຈັງຫວັດນະຄອນສະຫວັນໄດ້ຮັບແຈ້ງເກີດເຫດຄົນເສຍຊີວິດ ໂດຍໃນບ່ອນເກີດເຫດເປັນຕຶກແຖວພົບຮ່າງນາງວິມົນບຸນເພີ່ມອາຍຸ 41ປີພ້ອມມີລູກຊາຍໄວ14ຢືນຮ້ອງໄຫ້ຢູ່ທາງຂ້າງສອບຖາມລູກຊາຍເລົ່າວ່າ

ຫຼັງແຍກຍ້າຍກັນເຂົ້າຫ້ອງນອນ ກໍ່ບໍ່ໄດ້ພົບກັບແມ່ຈົນຕອນເຊົ້າເມື່ອເວລາ 6:30 ມາເຂົ້າຫ້ອງນໍ້າພົບວ່າແມ່ນອນເສຍຊີວິດຢູ່ໃນຫ້ອງນໍ້າແລ້ວ ແມ່ມີໂລກປະຈໍາຕົວເປັນໂລກລີ້ນຫົວໃຈຮົ່ວແຕ່ຍັງນ້ອຍແລະບໍ່ມັກໄປພົບແພດສ່ວນເຮັດວຽກຢູ່ອີກຈັງຫວັດໜຶ່ງ ຕອນນີ້ກໍາລັງເດີນທາງກັບມາ.

ຂະນະດຽວກັນສອບຖາມ ນາງສາວ ອັນຊະລີຂຽວງາມ ອາຍຸ 27ປີພະນັກງານບໍລິສັດດຽວກັນເລົ່າວ່າ: ຜູ້ເສຍຊີວິດເປັນຄົນລ່າເລີງມີໂລກປະຈໍາຕົວແຕ່ບໍ່ມັກໄປພົບແພດ,ກ່ອນໜ້ານີ້ມື້ວານຜ່ານມາຫາກໍ່ຖືກຫວຍລາງວັນເລກທ້າຍ 2ໂຕເຊິ່ງຕົນກໍ່ບໍ່ຮູ້ວ່າໄດ້ເລກມາຈາກໃສ.

ດ້ານທ້າວບອຍໝູ່ສະນິດຫຼັງຮູ້ຂ່າວກໍ່ຮີບມາເບິ່ງເຜີຍວ່າຊ່ວງ 6:00ໂມງລູກຊາຍຂອງນາງ ວິມົນໂທຫາຕົນກໍ່ຕົກໃຈແລະໃຫ້ລູກຊາຍໝູ່ໂທແຈ້ງເຈົ້າໜ້າທີ່ແຕ່ເມື່ອມາຮອດກໍ່ພົບວ່ານອນນິ້ງໃນຫ້ອງນໍ້າ ສະພາບນອນຕະແຄງ ຄີງຍັງອຸ່ນຢູ່ ຈຶ່ງຮີບຊ່ວຍປໍ້າຫົວໃຈແຕ່ກໍ່ບໍ່ສາມາດຊ່ວຍໄດ້ທັນແລ້ວ.

ຂະນະທີ່ລູກສາວຜູ້ເສຍຊີວິດອາຍຸ 10 ປີ ເລົ່າວ່າ:ມື້ຄືນແມ່ນັ່ງດື່ມເບຍກັບໝູ່ທີ່ໜ້າບ້ານແລະກັບເຂົ້າເຮືອນປະມານ2ໂມງຕົນໄດ້ຍິນສຽງແມ່ເຂົ້າເຮືອນແຕ່ບໍ່ໄດ້ຂຶ້ນມານອນໃນຫ້ອງຄືກັບທຸກມື້ຈາກນັ້ນໄດ້ຍິນສຽງເຂົ້າຫ້ອງນໍ້າແລະໄດ້ຍິນສຽງຄືກັບລົ້ມຈຶ່ງຍ່າງມາເບິ່ງຕົນຈຶ່ງເອີ້ນແຕ່ແມ່ບໍ່ຕື່ນ ຕົນກໍ່ຄິດວ່າແມ່ນອນຫຼັບຈຶ່ງກັບຂຶ້ນໄປນອນຕໍ່ຈົນຕອນເຊົ້າອ້າຍເຂົ້າມາພົບຈຶ່ງຮີບໂທບອກໝູ່ແມ່ໃຫ້ມາຊ່ວຍ.

ທັ້ງນີ້ ໃນເບື້ອງຕົ້ນຕາມຮ່າງກາຍບໍ່ມີບາດແຜຫຼືຮ່ອງຮອຍການຕໍ່ສູ້ ພີ່ນ້ອງບໍ່ຕິດໃຈສາເຫດການເສຍຊີວິດແຕ່ຕ້ອງຖ້າໃຫ້ສາມີຜູ້ກ່ຽວເດີນທາງກັບມາຫ້ອງ.

Leave a Reply

Your email address will not be published. Required fields are marked *

Back to top button