ດ່ວນ!.. ການ​ນຳ​ເຂົ້ານ້ຳມັນຫລຸດລົງ ອາດເຮັດໃຫ້ລາຄານ້ຳມັນ ມີໂອກາດເພີ່ມຂື້ນ

ການນຳເຂົ້ານໍ້າມັນເຊື້ອໄຟຫຼຸດລົງ ເຮັດໃຫ້ນໍ້າມັນຂາດປໍ້າຮຽກຮ້ອງທົ່ວສັງຄົມຊ່ວຍກັນປະຢັດ

ໃນໄລຍະຜ່ານມາ, ແຂວງສະຫວັນນະເຂດ ພົບກັບບັນຫານ້ຳມັນຂາດປ້ຳເຮັດໃຫ້ ພໍ່ແມ່ປະຊາຊົນ ແລະ ຜູ້ທີ່ໃຊ້ລົດພົບຄວາມ ຫຍຸ້ງຍາກ ແລະເກີດມີຫາງສຽງວິພາກວິ ຈານຕ່າງໆນາໆ ຕໍ່ກັບບັນຫາດັ່ງກ່າວ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກອຸດສາຫະກຳ ແລະການ ຄ້າແຂວງສະຫວັນນະເຂດ ໄດ້ໃຫ້ ສຳພາດຕໍ່ນັກຂ່າວພວກເຮົາວ່າ:

ດັ່ງທີ່ຮູ້ນຳກັນແລ້ວວ່າ, ລາຄາ ນ້ຳມັນເຊື້ອໄຟໄດ້ເໜັງຕີງ ຂຶ້ນຢ່າງ ຕໍ່ເນື່ອງ ໂດຍໃນຕົ້ນປີ 2022 ໄດ້ປັບຂຶ້ນ-ລົງລາຄານ້ຳມັນເຖິງ 11 ຄັ້ງ ສາເຫດທີ່ເຮັດໃຫ້ລາຄາ ນ້ຳມັນເຊື້ອໄຟສູງຂຶ້ນ ເກີດຈາກ ຄວາມຂັດແຍ່ງລະຫວ່າງບັນດາ ປະເທດ ທີ່ຜະລິດນ້ຳມັນອອກຮັບ ໃຊ້ໃນໂລກ ເຮັດໃຫ້ປະເທດທີ່ນຳ ເຂົ້ານ້ຳມັນ ລ

ວມທັງປະເທດລາວ ພວກເຮົາ ໄດ້ຮັບຜົນກະທົບ, ບວກ ກັບການນຳເຂົ້າສິນຄ້າຈາກຕ່າງ ປະເທດມີຈຳນວນຫຼາຍຂຶ້ນສົ່ງ ຜົນໃຫ້ມີຄວາມຕ້ອງການເງິນຕາ ຕ່າງປະເທດເປັນຈຳນວນຫຼາຍ ໃນການຊຳລະສະສາງເມື່ອເງິນ ຕາມີຄວາມຕ້ອງການສູງກໍ່ຈະ ແຂງຄ່າຂຶ້ນສົ່ງຜົນໃຫ້ເງິນກີບ ອ່ອນຄ່າລົງ,

ຊຶ່ງແຫຼ່ງເງິນຕາຕ່າງ ປະເທດ (ໂດລາ) ທີ່ສະໜອງໃຫ້ ແກ່ພາກທຸລະກິດໃນການຊື້ນ້ຳມັນ ເຂົ້າມາຈຳໜ່າຍບໍ່ທ່ວງທັນກັບ ຄວາມຕ້ອງການ ເຊິ່ງທົ່ວປະເທດ ມີບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອ ໄຟຈຳນວນທັງໝົດ 13 ບໍລິສັດ ແຕ່ປະຈຸບັນມີພຽງ 4 ບໍລິສັດ ທີ່ສາມາດນຳເຂົ້ານ້ຳມັນໄດ້ຈຶ່ງມີ ຜົນກະທົບຕໍ່ການນຳເຂົ້ານ້ຳມັນ ເຊື້ອໄຟພຽງພໍກັບຄວາມຕ້ອງ ການຂອງສັງຄົມ,

ການນຳເຂົ້ານ້ຳ ມັນມີຈຳນວນຫຼຸດລົງແຕ່ຄວາມ ຕ້ອງການຊົມໃຊ້ສູງຂຶ້ນບັນຫາ ທີ່ກ່າວມາທັງໝົດນີ້, ລ້ວນແລ້ວ ແຕ່ເປັນສາເຫດທີ່ພາໃຫ້ການນຳ ເຂົ້ານ້ຳມັນມາຈຳໜ່າຍພາຍໃນ ໂດຍສະເພາະແມ່ນນ້ຳມັນແອັດ ຊັງບໍ່່ບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ປ້ຳນ້ຳມັນຫຼາຍປ້ຳຂາດ ນ້ຳມັນ.

ນອກນີ້, ກໍ່ຍັງມີຜູ້ທີ່ ສວຍໂອກາດຊື້ນ້ຳມັນແອັດຊັງ ມາຮ່າຍໃສ່ກະຕຸກຂາຍຕາມແຄມທາງ ແລະ ມີລາຄາສູງກວ່າໃນປ້ຳ ທີ່ເປັນການເອົາລັດເອົາປຽບຜູ້ຊົມ ໃຊ້ຕໍ່ກັບຫານີ້, ທາງພະແນກ ພວກເຮົາກໍ່ໄດ້ແຕ່ງເຈົ້າໜ້າທີ່ ກວດກາການຄ້າລົງເຮັດວຽກ ໃນແຕ່ລະເມືອງ ຖ້າພົບເຫັນຈະໄດ້ປັບໃໝຕາມລະບຽບການ

ຈາກນີ້, ກໍ່ຂໍຮຽກຮ້ອງການນຳພັກ-ລັດ ທຸກຂັ້ນ ຄວນມີມາດຕະການສຸກ ເສີນໃນການຫຼຸດຜ່ອນພາສີ, ອາກອນລົງ ເພື່ອເຮັດໃຫ້ບໍລິສັດນຳ ເຂົ້າສາມາດນຳເຂົ້ານ້ຳມັນໄດ້ ຫຼາຍຂຶ້ນ ນອກນີ້ກໍ່ຮຽກຮ້ອງພາກ ລັດ, ເອກະຊົນ ແລະຜູ້ຊົມໃຊ້ ຊ່ວຍ ກັນປະຢັດມັດທະຍັດບໍ່ໃຊ້ຟຸມ ເຟືອຍ ໂດຍສະເພາະໃນຍຸກເຂົ້າ ຍາກໝາກແພງຄືແບບນີ້.

ຂ່າວແຈ້ງຕື່ມວ່າ: ທ່ານ ປະ ດິດສິນ ຣາຊະມົນຕຣີ ຫົວໜ້າສາ ຂາລັດວິສາຫະກິດນ້ຳມັນເຊື້ອ ໄຟລາວສາຂາສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ຕື່ມວ່າ:ການ ນຳເຂົ້ານ້ຳມັນເຊື້ອໄຟໃນຕົ້ນປີ 2022 ແມ່ນໄດ້ຫຼຸດ ລົງໃນແຕ່ລະ ເດືອນໃນນີ້ໃນຊ່ວງເດືອນມີນາ ຫຼຸດລົງຈາກເດືອນກຸມພາ 18% ແລະໃນເດືອນເມສາຫຼຸດລົງຈາກ ເດືອນມີນາເຖິງ 24%

ທີ່ມາ: FM90

Leave a Reply

Your email address will not be published. Required fields are marked *

Back to top button