ຜົວໜີຕາຍກັບມາ ແຕ່ ພົບພຽງຮ່າງທີ່ໄຮ້ວິນຍານເມຍ ຫ ລ ວ ງ ຢູ່ໃນເຮືອນ

ຜົວໜີໄປຢູ່ນຳເມຍນ້ອຍ ຕິດໂຄວິດແລ່ນຊຸມຊາມກັບມາຫາເມຍໃຫ້ຊ່ວຍພາໄປຫາໝໍ ແຕ່ເຫດບໍ່ເປັນດັ່ງຄິດ ຄັ້ງນີ້ພົບພຽງຮ່າງທີ່ໄຮ້ວິນຍານຢູ່ໃນເຮືອນ ຄາດວ່າຈົບຊີວິດຕັ້ງແຕ່ມື້ທີ່ຜົວຖີ້ມໄປຢູ່ນຳເມຍນ້ອຍ.

ເຫດການນີ້ເກີດຂຶ້ນໃນວັນທີ 8 ເມສາປີ 2022 ນີ້ເອງ ທີ່ຈັງຫວັດຊົນບູຣີປະເທດໄທ  ໂດຍສະພາຍສົບເມຍແມ່ນເອົາສາຍໄຟມັດຄໍເສຍຊີວິດຄາຕັ່ງອີ້ໃນເຮືອນ ໃນໄວ 36 ປີ.

ຜູ້ເປັນຜົວໃນໄວ 37 ປີເມື່ອເຂົ້າມາເຫັນເມຍໃນສະພາບນັ້ນ ໄດ້ແຕ່ນັ່ງຮ້ອງໄຫ້ກອດສົບ ກ່ອນຈະແກ້ເອົາສາຍໄຟອອກແລ້ວເອົານອນລົງພື້ນ ແລະເອົາຜ້າຫົ່ມມາປົກໄວ້.

ຈາກການສອບຖາມຜູ້ເປັນຜົວໄດ້ເນື້ອໃນໃຈຄວາມວ່າ ຕົນໄດ້ແຍກທາງກັບເມຍໄປຢູ່ກັບເມຍນ້ອຍ ກໍ່ຄືແຟນໃໝ່ແຕ່ເນື່ອງຈາກຕົນຕິດໂຄວິດແຟນໃໝ່ບໍ່ສົນໃຈເລີຍຈິ່ງກັບມາຫາຜູ້ຕາຍ ເພື່ອຈະໃຫ້ພາໄປຫາໝໍ ແຕ່ພໍມາເຖິງຫ້ອງພັກເປີດປະຕູເຂົ້າມາກໍພົບວ່າເມຍໄດ້ຜູກຄໍລາໂລກໄປແລ້ວ.

ເອື້ອຍຂອງຜູ້ເສຍຊີວິດເລົ່າວ່າ ນ້ອງສາວມີບັນຫາຫຼາຍຢ່າງ ທັງເລື່ອງການເງິນ, ການງານລາວບອກຢາກກັບບ້ານໄປຢູ່ບູຣີຣຳ ແຕ່ບໍ່ມີເງິນຕົນໄດ້ບອກວ່າຖ້າມີເງີນຄ່ອຍມາ ແຕ່ສາເຫດຫຼັກໜ້າຈະເປັນຍ້ອນຄອບຄົວທີ່ບໍເຂົ້າໃຈກັນຕ້ອງໜີຈາກໄປນ້ອງຈິ່ງຕັດສິນໃຈຄິດສັ້ນ.

ໜ້າເສຍດາຍແທນຜົວ ຕອນນັຍງມີຊີວິດຢູ່ບໍຮັກ ຢາກມີໃໝ່ພໍຊິຕາຍຈັ່ງຄິດພໍ້ວ່າ ຄົນນັ້ນຄືຮັກແທ້ ທຸກຢ່າງກໍ່ສວາຍເກີນແກ້ ຊາດນີ້ຄົງຍັງພຽງຄວາມຊົງຈຳໃຫ້ລາວໄດ້ຮູ້ສຶກຜິດໄປຕະຫຼອດການ.

Leave a Reply

Your email address will not be published. Required fields are marked *

Back to top button