ຍິງຮຽບຮ້ອຍ ! ປູຕີນບໍ່ໄດ້ ອ່ອນແອ ຄືເມກາ ນາໂຕ້ຄິດ

💥 ຍິງຮຽບຮ້ອຍ ! ຂີປະນາວຸດທີ່ຊາດຕາເວັນຕົກຮູ້ຈັກກັນໃນນາມ

ຊາຕານ2 ໄດ້ອອກຈາກຖານປ່ອຍອວະກາດ Plesetsk ທາງຕອນເໜືອຂອງລັດເຊຍ, ມັນໄດ້ບິນໄປອ້ອມທົ່ວປະເທດລັດເຊຍທີ່ກ້ວາງໃຫຍ່, ຈານັ້ນມັນກໍ່ດັກຫົວຮົບລົງສູ່ພື້ນຕາມເປົ້າໝາຍທີ່ກຳນົດໄວ້…

ທາງກອງທັບລັດເຊຍຖະແຫຼງວ່າ ດ້ວຍພະລັງ-ອຳນາດຂອງຂີປະນາວຸດສະນິດນີ້ສາມາດຍິງຂ້າມແລະອ້ອມຂົ້ວໂລກເໜືອຫຼືໃຕ້ໄປຕົກໃສ່ເປົ້າໝາຍປະເທດໃດກໍ່ໄດ້,ຄວາມໄວເໜືອສຽງ20ເທົ່າ,​

ສາມາດຫຼົບຫຼີກລະບົບຕໍ່ຕ້ານອາກາດຍານທຸກສະນິດຂອງສະຫະລັດແລະນາໂຕ້ໄດ້ຢ່າງສະບາຍ, ທັງສາມາດບັນທຸກອາວຸດໄດ້ຫຼາຍກ່ວາແລະຕິດຕັ້ງຫົວຮົບນິວເຄຍແບບໃໝ່ໄດ້.

ທ່ານປູຕິນຍັງໄດ້ກ່າວວ່າ ຍັງຈະທົດສອບລຸ້ນຕໍ່ໄປອີກຄື “ຊາມາສ” ແລະຝາກໄປເຖິງຝ່າຍກົງກັນຂ້າມທີ່ຄິດຈະສູ້ຮົບກັບລັດເຊຍນັ້ນວ່າ: ປະເທດໃດກໍ່ຕາມທີ່ຈະພະຍາຍາມຮຸກຮານປະເທດຂອງເຮົາ

ໃຫ້ທົບທວນຕົວເອງໃຫ້ລອບຄອບເສຍກ່ອນ. ແລະທ່ານຍັງກ່າວວ່າ ອາວຸດສະນິດພິເສດຂອງເຮົາມີໄວ້ຄຸ້ມກັນຄວາມປອດໄພຂອງລັດເຊຍຈາກການຮຸກຂອງພາຍນອກ.

ຊົມຄຼິບ

Leave a Reply

Your email address will not be published. Required fields are marked *

Back to top button