ໂຮງຮຽນ ຂາດເຂີນ ໃຜມີນ້ຳໃຈ ຂໍບໍລິຈາກຊ່ວຍແດ່

ເພິ່ນຂໍມາກະຈັດໃຫ້ ເປີດຮັບບໍລິຈາກ ມຸ້ງ ເສື່ອ ສາດ ຫມອນ ຜ້າຫົ່ມ ອຸປະກອນການຮຽນ ເພິ່ນເອີ້ນຫາຕ້ອງໄດ້ໄປ💜ໄດ້ເງິນຫລາຍກະສິເຮັດໃຫ້ແລ້ວເລີຍໂຮງຮຽນຫັນ ສາທຸເດີ້🙏🏻ຫລວງນ້ຳທາເອີ້ນຫາ ຫລວງນຳ້ທາມີຄຳຕອບ

,,

#ໂອກາດທາງການສຶກສາຂອງຄົນເຮົາມັນບໍ່ເທົ່າກັນ ພາບທີ່ເຫັນຄືພາບຫໍພັກນັກຮຽນ ມສ ເມືອງນາແລ, ແຂວງຫຼວງນ້ຳທາ. ແຕ່ເດີມແລ້ວຈະມີຫໍພັກໃນໄວ້ໃຫ້ນັກຮຽນທີ່ເຮືອນຢູ່ໄກສາມາດພັກເຊົາເພື່ອສຶກສາຮ່ຳຮຽນ.

ມີນັກຮຽນທີ່ນອນໃນຫໍພັກທັງໝົດປະມານ 200 ປາຍຄົນ, ມີອາຄານເຮືອນນອນທັງໝົດ 4 ຫຼັງ, ແບ່ງອອກເປັນຫໍພັກຊາຍ 2 ຫຼັງ ແລະ ຫໍພັກຍິງ 2 ຫຼັງ, ຜ່ານການໃຊ້ງານມາຫຼາຍປີເຮັດໃຫ້ອາຄານເກົ່າຊຸດໂຊມ.

,,,

ດັ່ງໃນພາບແມ່ນອາຄານຫລັງເກົ່າມາແຕ່ທຳອິດ ໂດຍຜ່ານການປັບປຸງມາແຕ່ໄລຍະ ແລະ ເປັນຫລັງສຸດທ້າຍມີນັກຮຽນນອນເຫລືອຈາກ3ຫຼັງບໍ່ຮອດ10ຄົນ(ຄືດັ່ງທີ່ເຫັນ)

ປັດຈຸທາງກຳລັງກໍ່ສ້າງຫໍພັກຫລັງໃໝ່(ຮູບສຸດທ້າຍ)ເພື່ອໃຊ້ແທນຫລັງດັ່ງກ່າວເຊີ່ງແມ່ນທືນສົມທົບຂອງຜູ້ປົກຄອງນັກຮຽນຈາກ16 ບ້ານທີ່ມີນັກຮຽນມາເຂົ້າຮຽນເຊິ່ງມາຮອດປັດຈຸບັນທາງຄະນະຮັບຜິດຊອບລະດົມທືນໄດ້ຈຳນວນ 9 ບ້ານ ແລະ ກໍ່ສ້າງໄດ້ຕາມທີ່ເຫັນຍັງອີກ 7 ບ້ານທີ່ຍັງລະດົມບໍ່ທັນໄດ້(ໂຄວິດເປັນເຫດເສດຖະກິດຄອບຄົວຂາດເຂີນ).

ປັດຈຸບັນທາງໂຮງຮຽນກໍ່ໄດ້ຂໍຈາກຫລາຍພາກສ່ວນຢູ່ແລະກໍ່ສ້າງຕາມກຳລັງທີ່ມີ ຫໍພັກຫລັງເກົ່ານັ້ນອະນາຄົດຈະເປັນບ່ອນຈອດລົດນັກຮຽນ ຖ້າທ່ານໃດຢາກໃຫ້ການຊ່ວຍເຫລືອທາງໂຮງຮຽນພວກເຮົາກໍ່ຍິນດີເພາະຍັງມີຫລາຍຢ່າງທີ່ຕ້ອງກໍ່ສ້າງ.

ສາມາດຕິດຕໍ່ຜ່ານ FB ອຈ Oung Jueakamzor 🙏

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button