ບໍ່ມີເກືອກໍເຄັມໄດ້!..​ ນັກວິໄຈຍີ່ປຸ່ນພັດທະນາ “ໄມ່ຖູ່ໄຟຟ້າ” ທີ່ມີຄວາມສາມາດກະຕຸ້ນໃຫ້ມີຣົດຊາດເຄັມເມື່ອກິນອາຫານ

ປົກກະຕິເວລາທີ່ເຮົາກິນເຂົ້າປຽກ, ເຝີ, ໝີ່ ຫຼື ເມນູເສັ້ນອື່ນໆ ສິ່ງທີ່ຂາດບໍ່ໄດ້ເລີຍນັ້ນກໍຄື ໄມ້ຖູ່ ເພາະມັນຈະຊ່ວຍໃຫ້ເຮົາກິນເມນູເສັ້ນເຫຼົ່ານີ້ໄດ້ຢ່າງງ່າຍດາຍ.

ທັງນີ້ໄມ່ຖູ່ທີ່ເຮົາໃຊ້ໃນປັດຈຸບັນຫຼາຍຄົນກໍໜ້າຈະເຄີຍເຫັນມັນໃນຮູບແບບຂອງໄມ້, ເຫຼັກ ຫຼື ພລາສຕິກ ແຕ່ສໍາລັບໄມ່ຖູ່ໄຟຟ້າຣົດເກືອຈາກຍີ່ປຸ່ນທີ່ມີຄຸນສົມບັດເຮັດໃຫ້ຜູ້ໃຊ້ກະຕຸ້ນຣົດຊາດເຄັມເມື່ອກິນອາຫານນີ້ ເຊື່ອວ່າຫຼາຍຄົນຕ້ອງບໍ່ເຄີຍເຫັນແລະຢາກໃຊ້ມັນຢ່າງແນ່ນອນ.

ນະວັດຕະກຳໄມ້ຖູ່ໄຟຟ້າ “ຣົດເກືອ” ນີ້ ມັນຖືກພັດທະນາໂດຍສາສະດາຈານ Homei Miyashita ແຫ່ງມະຫາວິທະຍາໄລ Meiji ທີ່ໄດ້ຈັບມືກັບ ຜູ້ຜະລິດເຄື່ອງດື່ມ Kirin Holdings Co. ໂດຍມີເປົ້າໝາຍເພື່ອຫວັງທີ່ຈະລົດປະລິມານໂຊດຽມໃນອາຫານ.

ການເຮັດວຽກຂອງໄມ່ຖູ່ໄຟຟ້ານີ້ແມ່ນໄດ້ອາໄສກົນໄກກະຕຸ້ນໄຟຟ້າ ແລະ ລະບົບຄອມພິວເຕີຂະໜາດນ້ອຍທີ່ຕິດຕັ້ງເທິງສາຍຮັດຂໍ້ມືຂອງຜູ້ກິນ ເພື່ອສະໜອງໃຫ້ຂະບວນການກະຕຸ້ນຣົດຊາດເກີດຂຶ້ນໄດ້ສົມບູນ.

ນອກຈາກນີ້ ສາສະດາຈານ Homei Miyashita ບອກວ່າອຸປະກອນນີ້ຈະໃຊ້ກະແສໄຟຟ້າອ່ອນໆ ທີ່ສົ່ງອີອົງ (Ion) ໂຊດຽມຈາກອາຫານຜ່ານໄມ້ຖູ່ໄຟຟ້າໄປທີ່ປາກຂອງຜູ້ໃຊ້ ແລະ ເຮັດໃຫ້ເກີດຣົດຊາດເຄັມ.

ແຕ່ສຳລັບຄົນທີ່ກັງວົນຫຼືສົງໄສວ່າການກະຕຸ້ນໄຟຟ້າແບບນີ້ຈະສົ່ງຜົນກະທົບຕໍ່ຮ່າງກາຍມະນຸດຫຼືບໍ່? ກໍບໍ່ຕ້ອງຢ້ານເພາະທີມວິໄຈໄດ້ລະບຸວ່າ ໄມ້ຖູ່ໄຟຟ້ານີ້ ແມ່ນໃຊ້ໄຟຟ້າໃນລະດັບຕໍ່າ ເຊິ່ງມັນບໍ່ພຽງພໍທີ່ຈະສົ່ງຜົນອັນຕະລາຍຕໍ່ຮ່າງກາຍຄົນເຮົາ.

ທີມວິໄຈຍັງໄດ້ທົດສອບໄມ້ຖູ່ໄຟຟ້າຣົດເກືອກັບບັນດາຄົນທີ່ບໍ່ມັກກິນເຄັມພໍເທົ່າໃດ ດ້ວຍການເສີບນ້ຳຊຸບມິໂຊະຣົດເກືອເພື່ອໃຫ້ເຂົາເຈົ້າລອງກິນ ໂດຍການໃຊ້ໄມ້ຖູ່ໄຟຟ້າ ຫຼັງຈາກໄດ້ກິນນ້ຳຊຸບເຂົ້າໄປຜົນການທົດລອງກໍປາກົດວ່າ ໄມ້ຖູ່ດັ່ງກ່າວຊ່ວຍເພີ່ມຣົດຊາດເຄັມຂຶ້ນມາອີກປະມານ 1.5 ເທົ່າ.

ພ້ອມກັນນັ້ນ ທີມວິໄຈພັດທະນາອຸປະກອນນີ້ຂຶ້ນໂດຍໃຫ້ຄວາມສໍາຄັນກັບສຸຂະພາບເປັນຫຼັກ ເພາະວ່າການຮັບປະທານເກືອໃນປະລິມານຫຼາຍເກີນໄປມີຄວາມສ່ຽງຕໍ່ການເກີດໂຣກຄວາມດັນເລືອດສູງ ເຊິ່ງເປັນສາເຫດຂອງອາການຫົວໃຈວາຍ ແລະໂຣກຫຼອດເລືອດໃນສະໝອງ.

“ເພື່ອປ້ອງກັນໂຣກເຫຼົ່ານີ້ ເຮົາຈຶ່ງຈຳເປັນຕ້ອງຫາທາງລົດປະລິມານເກືອໃນອາຫານ ແຕ່ສໍາລັບຄົນຕິດກິນເຄັມຫຼາຍເກີນໄປ ການຕ້ອງພະຍາຍາມລົດເກືອແທ້ ອາດຈະເຮັດໃຫ້ເກີດຄວາມທຸກທໍລະມານ ນີ້ຈຶ່ງເປັນອີກໜຶ່ງຕົວເລືອກສໍາລັບການກິນອາຫານໃນອະນາຄົດ” Ai Sato ຂອງວິໄຈຂອງ Kirin Holdings Co.ກ່າວ

ກ່າວ.ເອີ້ນໄດ້ວ່າອຸປະກອນຊະນິດນີ້ໃນອະນາຄົດຕ້ອງມາປະຕິວັດວົງການອາຫານແລະການກິນຢ່າງແນ່ນອນ ເພາະນອກຈາກຈະຊ່ວຍລົດປະລິມານເກືອໃນການກິນແລ້ວ ມັນຍັງຊ່ວຍໃຫ້ເຮົາລົດຄວາມສ່ຽງຈາກໂຣກຕ່າງໆ

ທີ່ເກີດຈາກການເສບຕິດຣົດຊາດເຄັມ ແລະ ສຳລັບໃຜທີ່ສົນໃຈໃນອຸປະກອນນີ້ ທີມນັກພັດທະນາວາງແຜນທີ່ຈະເລີ່ມຈໍາໜ່າຍໃຫ້ຜູ້ບໍລິໂພກລ່ວງໜ້າ ຫຼັງຈາກພັດທະນາໄດ້ສົມບູນແລ້ວ.

ຊົມຄລີບ

ທີ່ມາ: lao x

Leave a Reply

Your email address will not be published. Required fields are marked *

Back to top button