ສະພາບອັດຕາເງິນເຟີ້ ໃນເດືອນມີຖຸນາ 2022 ຂອງແຕ່ລະແຂວງ

ສະພາບອັດຕາເງິນເຟີ້ ໃນເດືອນມີຖຸນາ 2022 ຂອງແຕ່ລະແຂວງ! ອັດຕາເງິນເຟີ້ລວມ ເດືອນມີຖຸນາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ທົ່ວປະເທດແມ່ນ ສູງຂຶ້ນ 23,6% (ເດືອນພຶດສະພາ 2022 ແມ່ນ 12,8)

ແຂວງທີ່ ມີອັດຕາເງິນເຟີ້ສູງສຸດ ແມ່ນແຂວງ ວຽງຈັນ 31.9% ສ່ວນແຂວງ ທີ່ມີອັດຕາ ເງິນເຟີ້ຕ່ຳສຸດ ແມ່ນແຂວງ ຫລວງພະບາງ 12.2%

ອັດຕາເງິນເຟີ້ລວມ ເດືອນມີຖຸນາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສູງຂຶ້ນ 23,6% (ເດືອນພຶດສະພາ 2022 ແມ່ນ 12,8) ຊຶ່ງເປັນການເພີ່ມຂຶ້ນສູງ.

ເນື່ອງຈາກ, ການສູງຂຶ້ນຂອງລາຄານ້ໍາມັນເຊື້ອໄຟ, ອາຍແກ໊ສ໌, ການອ່ອນຄ່າຂອງເງິນກີບທຽບກັບສະກຸນເງິນຫຼັກ(ບາດ ແລະໂດລາ) ແລະສະກຸນເງິນຕາ, ໂດຍລາຄານ້ໍາ ມັນເຊື້ອໄຟ ທຽບປີຕໍ່ປີ ເພີ່ມຂຶ້ນສູງຖິງ 107,1%, ແກ໊ສ໌ຫຸງຕົ້ນ 69,4%, ຄໍາຮູບປະພັນ 68,7%, ສິນຄ້າອຸປະໂພກບໍລິໂພກ

ປະເພດອາຫານສໍາເລັດຮູບ ແລະທາດແປ້ງ, ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມບໍ່ແມ່ນເຫຼົ້າ, ເຫຼົ້າ ແລະຢາສູບ, ເຄື່ອງນຸ່ງ ແລະເກີບ, ເຄື່ອງກໍ່ສ້າງ ແລະອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ,

ຮັກສາສຸຂະພາບ ແລະ ຢາ, ລົດ ແລະເຄື່ອງອາໄຫຼ່ລົດ, ບໍລິການໂດຍສານ, ການສຶກສາ, ບັນເທິງພັກຜ່ອນ ແລະເຄື່ອງໃຊ້ສ່ວນຕົວ ໂດຍສະເລ່ຍ ສູງຂຶ້ນ 26,9% ແລະປະເພດສິນຄ້າອາຫານສົດ, ພະລັງງານ ເພີ່ມສູງຂຶ້ນ 20,0%.

ທີ່ຫຼາຍຄົນງົງວ່າເປັນຫຍັງແຕ່ລະແຂວງຄ່າເງິນເຟີ້ຕ່າງກັນ ຍ້ອນວ່າແຕ່ລະແຂວງມີການໃຊ້ເງິນແຕກຕ່າງກັນບາງແຂວງໃຊ້ແຕ່ເງິນກີບ ແຕ່ບາງແຂວງໃຊ້ເງິນຕ່າງປະເທດເປັນສ່ວນໃຫຍ່

ຍອມຮັບເລີຍວ່າໃນແຂວງຂອງຂ້ອຍຄົນສ່ວນໃຫຍ່ຈະຈັບຈາຍຊື້ຂາຍກັນເປັນເງິນກີບເທົ່ານັ້ນ ສ່ວນເງິນຕ່າງຊາດບໍ່ຄ່ອຍມີການຈັບຈ່າຍເລີຍ ຢູ່ຫລວງພະບາງເຂົາໃຊ້ແຕ່ເງິນກີບໂດຍເຮັດຕາມຄຳຂວັນຢູ່ເມືອງລາວໃຊ້ແຕ່ເງິນກີບ

ແຕ່ພໍຂ້ອຍຈາກຫຼວງພະບາງມາຕ່າງແຂວງມາເມືອງຊະນະຄາມແຂວງວຽງຈັນບອກເລີຍວ່າແຕກຕ່າງກັນຢ່າງຊັດເຈນຄົນສ່ວນຫຼາຍຈັບຂ່າຍຊື້ຂາຍແມ່ນເວົ້າແຕ່ເງິນບາດເທົ່ານັ້ນ

ຈົນຂ້ອຍຜູ້ທີລື້ງເຄີຍໃຊ້ແຕ່ເງິນກີບຖືກເຂົາໂກງຍ້ອນບໍ່ຮູ້ວ່າກີບປ່ຽນເປັນບາດເທົ່າເທົ່າໃດ ບໍ່ນ່າລະຈຶງເຮັດໃຫ້ຄ່າເງິນກີບອ່ອນຄ່າທີ່ສຸດ

ທີ່ມາ: ສູນສະຖິຕິແຫ່ງຊາດ

Leave a Reply

Your email address will not be published. Required fields are marked *

Back to top button