ປາວານໃຫຍ່ 30 ໂຕນ ຂຶ້ນຝັ່ງໃນນ່ານນ້ຳ

ໃນວັນທີ 19 ເມສາ ຂ່າວຕ່າງປະເທດລາຍງານວ່າ: ພົບປາວານສາຍພັນສະເປີມຂຶ້ນຝັ່ງ ໃນນ່ານນ້ຳນອກເມືອງ ໜິງໂປ ເຂດ ເຈີຈຽງ ທາງຕາເວັນອອກຂອງຈີນ ຫລັງຈາກຄວາມພະຍາຍາມຂອງເຈົ້າໜ້າທີ່ປະມົງທ້ອງຖິ່ນ ແລະ ສູນຊ່ວຍເຫຼືອປ່າ-ນ້ຳ ໄດ້ຊ່ວຍມັນກັບຄືນສູ່ທະເລໄດ້ສຳເລັດ.

..

..

ຜູ້ຊ່ຽວຊານໄດ້ລະບຸວ່າ: ປາວານມີຄວາມຍາວປະມານ 20 ແມັດ ນ້ຳໜັກປະມານ 30 ໂຕນ ແລະ ຈຸດທີ່ຂຶ້ນມາຫ່າງຈາກຊາຍຝັ່ງປະມານ 740 ແມັດ. ເນື່ອງຈາກມີຂະໜາດທີ່ໃຫຍ່ ແລະ ໄກຈາກຊາຍຝັ່ງເຈົ້າໜ້າທີ່ຈຶ່ງໄດ້ໃຊ້ແຜນການຫົດນ້ຳຢ່າງຕໍ່ເນື່ອງເພື່ອປ້ອງກັນການຂາດນ້ຳ ແລະ ຖ້າໃຫ້ນ້ຳຂຶ້ນສູງ.

,,

ຈົນມາຮອດເວລາ ມາຮອດເວລາປະມານ 22:00 ໂມງດ້ວຍກະແສນໍ້າໄດ້ຂຶ້ນສູ່ລະດັບສູງ ໃນທີ່ສຸດໜ່ວຍກູ້ໄພຈາກທຸກພາກສ່ວນໄດ້ສົ່ງປາວານລົງສູ່ເຂດນ້ຳເລິກ ແລະ ປະສົບຜົນສຳເລັດໃນເບື້ອງຕົ້ນ.

ຊົມຄລີບ

ຂອບໃຈທີ່ມາ: ລາວໂພສ Laospost

Leave a Reply

Your email address will not be published. Required fields are marked *

Back to top button