ເປັນອຸທາຫອນ!.. ຢ່າປ່ອຍໃຫ້ຄົນເປັນໂລກຊຶມເສົ້າຢູ່ຄົນດຽວ

ບ່າວຫຼໍ່ ເປັນໂລກຊຶມເສົ້າມາຫຼາຍປີແລ້ວ ແລະ ບໍ່ຄ່ອຍສະແດງອາການແບບຊັດເຈນປານໃດ ເພາະບາງມື້ລາວກະດີບາງມື້ກະບໍ່ດີ ມາຮອດວັນທີ 19-11-2022 ລາວກໍ່ໄດ້ຈົບຊີວິດຂອງຕົນເອງ.

,

ສຸດທ້າຍນີ້ຢາກຝາກເປັນອຸທາຫອນໃຫ້ທຸກຄົນທີ່ມີຄົນໃກ້ຊິດມີແນວໂນ້ມເປັນໂລກຊຶມເສົ້າ ຢາກໃຫ້ເບີ່ງແຍງໃສ່ໃຈເຂົ້າໃຈແລະຮັບຟັງເຂົາເຈົ້າໃຫ້ຫຼາຍສ້າງສິ່ງແວດລ້ອມທີ່ດີໃຫ້ກັນ ເຂົ້າຫາທາງແພດໄດ້ແຮງເປັນການດີ ເພາະຊີວິດຫນື່ງມັນມີຄ່າແລະສຳຄັນກັບອີກຫຼາຍຊີວິດ.

23ປີ ທີ່ເປັນອ້າຍເປັນນ້ອງກັນມາຮ່ວມສຸກຮ່ວມທຸກກັນຫຼາຍເທົ່າໃດເປັນຫຍັງມຶງຄືບໍ່ອົດອີກຕື່ມມຶງຄືຕັດສິນໃຈຈົບຊີວິດແບບນີ້ ໃຈກູສະຫຼາຍຊຳ່ໃດອີ່ແມ່ແຮງໃຈສະຫຼາຍກ່ອນຊຳ່ນັ້ນ

,,

ຄອບຄົວທຸກຄົນຮັກມຶງໂອບອ້ອມເອົາມຶງບໍ່ຢາກໃຫ້ມຶງເປັນຫຍັງ ແຕ່ມຶງໄປເຈີ້ປັນຫາໂຕໃດມາມັນຍາກທີ່ຈະແກ້ໄຂປານນັ້ນພຸ້ນຫວາາ ຍາມກູລົ້ມມືງດຶງກູຂື້ນສະເຫມີ ນ້ອງກັບແມ່ຢາກກິນຫຍັງໄດ້ຫຍັງອ້າຍກະພາໄປຫາໃຫ້ ແຕ່ບາດນີ້ທີ່ມຶງລົ້ມເປັນຫຍັງມຶງຄືເລືອກທີ່ຈະຈົບຊີວິດແບບນີ້

ຄືບໍ່ຖ້າກູກ່ອນກູຈະຊ່ວຍມຶງທຸກຢ່າງໃນເມື່ອທີ່ກູພ້ອມຂໍແຄ່ມຶງຖ້າ ເວລາເຈີ້ເລື່ອງຕະຫຼົກມືງມັກຈະສົ່ງມາໃຫ້ກູເບີ່ງ ເວົ້າໃຫ້ກູຟັງ ແຕ່ເວລາມືງມີປັນຫຍັງຄືບໍ່ຄ່ອຍບອກກູແນ່ ຫຼື ຜິດທີ່ກູເອງບໍທີ່ບໍ່ໃສ່ໃຈມຶງໃຫ້ຫຼາຍກ່ອນນິ

ເພາະອາການຂອງມຶງມັນເດົາບໍ່ຄ່ອຍອອກເລີຍ ອ້າຍເອີ້ຍຍຍ ໄປສູ່ພົບພູມທີ່ດີເດີ້ບໍ່ເຈັບບໍ່ປ່ວຍບໍ່ຕ້ອງຫ່ວງຫຍັງຫຼືເປັນຫຍັງແລ້ວ ຊາດນີ້ໂລກໃຈຮ້າຍກັບມຶງເກີນໄປເກີດຊາດຫນ້າຂໍໃຫ້ໂລກໃຈດີກັບມຶງເດີ້ອ້າຍເອີ້ຍເກີດຊາດຫນ້າສັນໃດໃຫ້ເຮົາກັບມາເປັນອ້າຍນ້ອງກັນອີກເດີ້ກູຮັກມຶງຫຼາຍ!!

ສາເຫດ: ການຕາຍຂໍບໍ່ລົງລາຍລະອຽດຫຍັງ ລາວເປັນໂລກຊຶມເສົ້າມາຫຼາຍປີແລ້ວ ແລະບໍ່ຄ່ອຍສະແດງອາການແບບຊັດເຈນປານໃດ ເພາະບາງມື້ລາວກະດີບາງມື້ກະບໍ່ດີ

ສຸດທ້າຍນີ້ຢາກຝາກເປັນອຸທາຫອນໃຫ້ທຸກຄົນທີ່ມີຄົນໃກ້ຊິດມີແນວໂນ້ມເປັນໂລກຊຶມເສົ້າ ຢາກໃຫ້ເບີ່ງແຍງໃສ່ໃຈເຂົ້າໃຈແລະຮັບຟັງເຂົາເຈົ້າໃຫ້ຫຼາຍສ້າງສິ່ງແວດລ້ອມທີ່ດີໃຫ້ກັນ ເຂົ້າຫາທາງແພດໄດ້ແຮງເປັນການດີ ເພາະຊີວິດຫນື່ງມັນມີຄ່າແລະສຳຄັນກັບອີກຫຼາຍຊີວິດ …

ດ້ວຍຮັກແລະອາໄລອ້າຍສຸດທີ່ຮັກຂອງຂ້ອຍ🙏🏻🖤

ທ້າວ ອຸ່ນເຮືອນ ວົງສິນນະສອນ ວັນເດືອນປີເກີດ 31-08-1995 ວັນເດືອນປີ ເສຍ 19-11-2022

,,

Leave a Reply

Your email address will not be published. Required fields are marked *

Back to top button