ຢູ່ລ້າໄປສະໝັກ!..ຕ້ອງການຊ່າງ ທາສີ ຈຳນວນຫລາຍ ໄປເຮັດວຽກພົ່ນສີເຮືອກຳປັ່ນ ເງິນເດືອນສູງອີຫລີ່

ຕ້ອງການຊ່າງ ທາສີ 15ຄົນ ໄປເຮັດວຽກພົ່ນສີເຮືອກຳປັ່ນ ຢູ່ຕ່າງປະເທດ. ເງິນເດືອນບໍ່ລວມໂອທີ 39 ລ້ານກີບ ໄລຍະເຮັດວຽກ 3ປີ

– ເພດຊາຍ ອາຍຸບໍ່ເກີນ 50ປີ ສຸຂະພາບແຂງແຮງ

– ມີປະສົບການເຮັດສີລົດມາກ່ອນ

– ເປັນຄົນດຸໝັ່ນ ຊື່ສັດ ມີຄວາມຮັບຜິດຊອບສູງ, ມີວິໄນ

– ບໍ່ເສບຢາເສບຕິດ, ບໍ່ມີປະຫວັດຖືກໂທດ

ໝາຍເຫດ: ບໍ່ມີເງິນຄ່າແລ່ນເອກະສານ ແລະ ຄ່າເດີນທາງ ພວກເຮົາອອກໃຫ້ກ່ອນ ແລ້ວຈຶ່ງຫັກຊຳລະເປັນລາຍເດືອນ. ການລົງທະບຽນສະຫມັກແມ່ນບໍ່ມີຄ່າໃຊ້ຈ່າຍໃດໆ (ບໍ່ມີການເກັບເງິນລ່ວງຫນ້າໃດໆທັງນັ້ນ) ການເດີນທາງແມ່ນສາມາດເດີນທາງໄດ້ພາຍໃນ 45ວັນ.

ການໄປເຮັດວຽກນີ້ແມ່ນໄປຢ່າງຖືກຕ້ອງຕາມກົດໝາຍຜ່ານບໍລິສັດ ໄອຈອບ ຈຳກັດ ແລະ ໄດ້ຮັບການອະນຸຍາດຈາກກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການຢ່າງດີ

ຫາກທ່ານມີຄຸນສົມບັດ ແລະ ມີປະສົບການທີ່ເຫມາະສົມ ກະລຸນາຕິດຕໍ່ມາທາງວອດແອັບ 02095959594 ຫຼື 0302002000 ຖ້າຈະສອບຖາມເລື່ອງທີ່ບໍ່ກ່ຽວກັບເລື່ອງນີ້ຂໍສະຫງວນສິດບໍ່ຕອບເດີ (ເພາະຕອບບໍ່ໄຫວ)

ທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button