ອັດຕະປື ເດັດຂາດຫ້າມຂາຍຊີ້ນໝູເກີນລາຄາ 45.000 ກີບ

ວັນທີ 3 ພະຈິກ 2021 ນີ້, ພະແນກອຸດສະຫະກຳ ແລະ ການຄ້າແຂວງ ອັດຕະປື ສົມທົບກັບຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ໄດ້ລົງຕິດຕາມ, ກວດກາ ແລະ ປັບລາຄາສິນຄ້າຕາມທ້ອງຕະຫຼາດເມືອງສາມັກຄີໄຊ ແຂວງອັດຕະປື.

ເຊິ່ງນໍາໂດຍທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງອັດຕະປື, ມີຫ້ອງການອຸດສະຫະກຳ ແລະ ການຄ້າເມືອງສາມັກຄີໄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງຕິດຕາມ, ກວດກາໃນຄັ້ງນີ້ ແມ່ນເພື່ອລົງຊີ້ນໍາ ແລະ ປັບລາຄາສິນຄ້າເປັນຕົ້ນ: ສິນຄ້າປະເພດຊີ້ນໝູ, ກວດກາມາດຕະຖານຊິງຊັ່ງ (ກິໂລ) ພ້ອມໄດ້ກໍານົດລາຄາຊີ້ນໝູມີດັ່ງນີ້:

ຊີ້ນສັນ(ຊີ້ນປະເພດ1)ໃຫ້ຂາຍໃນລາຄາ45.000ກີບ/ກິໂລ,

ຊີ້ນກ້ອນຂາ(ຊີ້ນປະເພດ1)ໃຫ້ຂາຍໃນລາຄາ45.000ກີບ/ກິໂລ,

ຊີ້ນໝູສາມຊັ້ນໃຫ້ຂາຍໃນລາຄາ40.000ກີບ/ກິໂລ,

ກະດູກຂ້າງໃຫ້ຂາຍໃນລາຄາ40.000ກີບ/ກິໂລ,

ເຄື່ອງໃນ(ຫົວໃຈ,ຕັບ)ໃຫ້ຂາຍໃນລາຄາ40.000ກີບ/ກິໂລ,

ຂາທັງສີ່ຂາໃຫ້ຂາຍໃນລາຄາ35.000ກີບ/ກິໂລ,ຫົວໝູໃຫ້ຂາຍໃນລາຄາ35.000ກີບ/ກິໂລ,

ໃສ້ອ່ອນ+ໃສ້ແກ່ໃຫ້ຂາຍໃນລາຄາ 20.000ກີບ/ກິໂລ,

ກະດູກໂຄ່ຍໃຫ້ຂາຍໃນລາຄາ30.000ກີບ/ກິໂລ,

ນໍ້າມັນ+ຊີ້ນມຸ່ນໃຫ້ຂາຍໃນລາຄາ20.000ກີບ/ກິໂລ.

ນອກຈາກນີ້ຫ້າມເດັດຂາດບໍ່ໃຫ້ຜູ້ປະກອບການລັກໂລບການຊັ່ງຜອງ ຫຼື ນໍາໃຊ້ການຊັ່ງຜອງຂອງຊິງຊັ່ງທີ່ດັດແປງໂດຍບໍ່ຖືກຕ້ອງຕາມມາດຕະການເຕັກນິກຢ່າງເດັດຂາດຫາກຜູ້ໄດລະເມີດສວຍໂອກາດຂຶ້ນລາຄາສິ້ນຄ້າ(ຊີ້ນຫມູ)ເກີນທີ່ກຳນົດແມ່ນຈະໄດ້ປັບໄໝ 1.500.000 ກີບ/ຄັ້ງ,ສວຍໂອກາດປອມແປງຕາຊິງຫຼື

ດັດແປງການວັດແທກທີ່ບໍ່ໄດ້ມາດຕະຖານຈະຖືກປັບໄໝ 100.000-3.000.000ກີບ/ຄັ້ງ,ບໍ່ຕິດປ້າຍລາຄາເປັນສະກຸນເງິນກີບຈະມີໂທດປັບໄໝແຕ່ 500.000-1.000.000ກີບ/ຄັ້ງ, ຖ້າຜູ້ປະກອບການຫາກມີການລະເມີດເປັນອາຈີນແມ່ນຈະຖືກດຳເນີນຄະດີຕາມກົດຫມາຍມາດຕາ147, 150 ຂອງກົດໝາຍອາຍາແລະຈະໃຫ້ຢຸດການດຳເນີນກິດຈະການທັນທີ.

ດັ່ງນັ້ນ, ຈິ່ງໄດ້ປະຊາສໍາພັນເຖິ່ງຜູ້ຊົມໃຊ້ສິນຄ້າຖ້າເຫັນວ່າທ່ານໃດມີການຂຶ້ນສິນຄ້າປະເພດຊີ້ນໝູທີ່ເກີນລາຄາທີ່ກຳນົດໄວ້ ຫຼື ມີການດັດແປງແປງຊິງຊັ່ງທີ່ບໍ່ຖືກຕາມມາດຕະກາເຕັກນິກສາມາດໂທສາຍດ່ວນ 1510 ຫລື ໄປແຈ້ງໂດຍກົງທີ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ.

ຂ່າວມະນີວອນ

Leave a Reply

Your email address will not be published. Required fields are marked *

Back to top button