ລູກໃພ້ໃຈໂຫດ ວາງແຜນຄາດຕະກຳແມ່ຍ່າກ່ອນຖືກເຈົ້າໜ້າທີ່ນຳຕົວມາທົດສະກຳຄືນເຫດກາ

ວາງແຜນຄາດຕະກຳແມ່ຍ່າ ກ່ອນຖືກເຈົ້າໜ້າທີ່ນຳຕົວມາທົດສະກຳຄືນເຫດການ ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ:

ນາງ ນ້ອຍ ອາຍຸ 26 ປີ, ກຳມະກອນ,ຢູ່ບ້ານ ຊົງ ເມືອງນາກາຍ ແຂວງຄຳມ່ວນ ໄດ້ວາງແຜນຄາດຕະກຳ ນາງ ສັງວານ ຄຳສະຫວ່າງ ຫຼື (ນາງ ວັນ ) ອາຍຸ 50 ປີ ອາຊີບປະຊາຊົນ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ ເຄາະດີທີ່ບໍ່ມີຜູ້ເສຍຊີວິດ ແຕ່ມີຜູ້ໄດ້ຮັບບາດເຈັບ 2 ຄົນ.

ເຈົ້າໜ້າທີ ກອງຄະດີວິຊາສະເພາະຂອງ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ຜ່ານການສອບສວນ ນາງ ນ້ອຍ ໄດ້ຮັບສາລະພາບ ຕໍ່ເຈົ້າໜ້າທີວ່າ: ໃນເວລາ 18 ໂມງ ຂອງ ວັນ 10 ກຸມພາ 2022 ນາງນ້ອຍ ໄດ້ໄປເຮືອນ ນາງ ຈ່ອຍ ອາຊີບຄ້າຂາຍ ຢູ່ບ້ານ ທ່າແຂກກາງ, ເມືອງທ່າແຂກ ແຂວງຄຳມ່ວນ.

ຈາກນັ້ນ ໄດ້ໂທລະສັບຫານາງ ສັງວານ ຫຼື ນາງວັນ ແມ່ຂອງ ທ້າວ ແປບຊີ້ (ຜົວ) ແລ້ວຖາມວ່າ : ທ້າວ ແປບຊີ້ ໄປໃສແທ້. ນາງ ສັງວານ ແມ່ນໄດ້ຕອບ ນາງ ນ້ອຍ ວ່າ : ບໍ່ຮູ້,ບໍ່ຈັກ; ນາງ ນ້ອຍ ຈື່ງໄດ້ເວົ້າກັບ ນາງ ສັງວານ ຕໍ່ອີກວ່າ:

ຖ້າສິໄປແທ້ຄືບໍ່ເວົ້າກັນກ່ອນ,ຄືບໍ່ເມື່ອຫາ ພໍ່ແມ່ເຮົາກ່ອນ ບາດຮອດຍາມກິນດອງເຂົາຖາມຊິເຮັດແນວໃດພວກເຈົ້າຄືມາເວົ້າສະບາຍແທ້ຢ້ານເສຍເງິນເບາະແລ້ວ ນາງ ນ້ອຍ ກໍໄດ້ ວາງໂທລະສັບ.

ພາຍຫຼັງວາງ ໂທລະສັບແລ້ວນາງ ນ້ອຍ ຈື່ງມີແນວຄິດຢາກຮ້າຍ ໃສ່ຜູ້ເປັນແມ່ຍ່າແຮງ ແລ້ວຄິດວ່າ ນາງ ສັງວານ ບອກໃຫ້ ທ້າວ ແປບຊີ້ໜີຈາກຜູ້ກ່ຽວ ຈື່ງໄດ້ຈັບເອົາມິດສີຂາວ,ດ້າມຈັບສີດຳ,ຍາວປະມານ 30 X 13 ຊັງຕີແມັດທີ່ຢູ່ລີ້ນຊັກຕູ້ຂອງ ນາງ ຈ່ອຍ ເໜັບເຊື່ອງໃສ່ແອ່ວພ້ອມກັບເສື້ອຍືດແຂນສັ້ນສີດຳຂອງຜູ້ກ່ຽວແລ້ວຍ່າງໄປຕາມທາງມຸ້ງໜ້າໄປເຮືອນຂອງນາງ ສັງວານ ຢູ່ບ້ານປາກດົງ ເມືອງທ່າແຂກ ແຂວງຄຳມ່ວນ,

ຈຸດປະສົງເພື່ອຈະໄປຄາດຕະກຳ ນາງ ສັງວານ ໃຫ້ຕາຍ. ຮອດ ເວລາ 23 ໂມງຂອງວັນດຽວກັນ ນາງ ນ້ອຍ ແມ່ນໄດ້ຍ່າງໄປຮອດເຮືອນຂອງ ນາງ ສັງວານ ພໍຮອດແລ້ວ ຜູ້ກ່ຽວຈື່ງໄປລີ້ຢູ່ແຈ່ເຮືອນ ໄດ້ປະມານ 10 ນາທີ ຜູ້ກ່ຽວຈຶ່ງໄດ້ເອົາເສື້ອທີ່ຜູ້ກ່ຽວຖືມາໝັດໃສ່ຫົວ ແລະ ປິດບັງໃບໜ້າ ແລ້ວໃຊ້ມິດທີ່ກຽມມານັ້ນງັດປະຕູເຮືອນທາງເປື້ອງໃຕ້ແລ້ວຍ່າງໄປມອດໄຟຟ້າຢູ່ໃນຫ້ອງນ້ຳນອກເຮືອນ.

ຈາກນັ້ນ ຜູ້ກ່ຽວໄດ້ເຂົ້າໄປລີ້ຢູ່ໃນເຮືອນໄດ້ປະມານ 30 ນາທີ, ທ້າວ ດາວອນ ຜູ້ເປັນຜົວຂອງນາງ ສັງວານ ແມ່ນໄດລຸກມາ ເຂົ້າຫ້ອງນ້ຳ ຈຶ່ງເຫັນປະຕູເຮືອນຖືກງັດຈື່ງໄດ້ປຸກ ນາງ ສັງວານ ລຸກຂຶ້ນມາເບິ່ງແລ້ວ ໄດ້ພາກັນກວດກາເບິ່ງເຄື່ອງເຮືອນເຫັນວ່າບໍ່ມີຫຍັງເສຍຫາຍຈຶ່ງໄດ້ພາກັນກັບໄປນອນ.

ຈົນຕົກມາຮອດເວລາ 03 ໂມງເຊົ້າຂອງວັນທີ່ 11 ກຸມພາ 2022, ນາງ ນ້ອຍ ຈຶ່ງໄດ້ຕັດສິນໃຈເປີດມຸ້ງເຂົ້າໄປແລ້ວໃຊ້ມີດທີ່ກຽມມາພ້ອມພັນໃສ່ຫົວຂອງ ນາງ ສັງວານ ຈຳນວນ ຫຼາຍ ບາດເພື່ອຫວັງເອົາຊີວິດ ແຕ່ ທ້າວ ດາວອນ (ຜູ້ເປັນຜົວ)ຂອງ ນາງ ສັງວານ ແມ່ນໄດ້ລຸກຂື້້ນມາຍາດເອົາມີດນຳ ນາງ ນ້ອຍຈຶ່ງໄດ້ໃຊ້ມີດພັນໃສ່ຫົວຂອງທ້າວ ດາວອນ 1 ບາດ ແລະ ແຂ່ງເບື້ອງຊາຍອີກ 1 ບາດ.

ຈາກນັ້ນ ທ້າວ ດາວອນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນທີ່ຢູ່ ບໍລິເວນໃກ້ຄຽງ ແລະ ນາງ ສັງວານໄດ້ໃຊ້ມືດືງເສື້ອ ທີ່ ປົກປິດໜ້າອອກຈຶ່ງເຮັດໃຫ້ ນາງ ນ້ອຍ ເກີດມີຄວາມຕົກໃຈໄດ້ແລ່ນ ອອກໄປ ທາງປ່າຫັຼງເຮືອນພ້ອມທັ້ງໂຍນມິດທີ່ໃຊ້ກໍ່ເຫດຖິ້ມແລ້ວເອົາຕົວຫຼົບໜີ.

ມາຮອດເວລາ 6 ໂມງຂອງວັນດຽວກັນທາງເຈົ້າໜ້າ ປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ຈຶ່ງຈັບຕົວ ນາງ ນ້ອຍ ຜູ້ກະທຳຜິດໄດ້ ແລ້ວນຳສົ່ງເຈົ້າໜ້າທີ່ ພະແນກຕຳຫຼວດ ປກສ ເມືອງທ່າແຂກດຳເນີນຄະດີຕາມລະບຽບກົດໝາຍ.

ພາຍຫຼັງສອບສວນສຳເລັດ, ມາຮອດວັນທີ 6 ເມສາ 2022 ເຈົ້າໜ້າທີ່ຈິ່ງໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນໃຫມ່ເພື່ອປະກອບຄຳຮັບສາລະພາບ ແລະ ສະຫຼຸບສຳນວນຄະດີສົ່ງໄອອະການຟ້ອງສານຕັດສິນຕາມກົດໝາຍ.

ຊົມຄລີບ

#ໜັງສືພິມຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *

Back to top button