ບ້ານນານົກຂຸ້ມ ທຳພິທິຄອບໄຂ່ວ ແລະ ເຄື່ອນຍ້າຍເສົາຫີນເກົ່າແກ່

ອົງການປົກ ຄອງບ້ານນົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ພ້ອມດ້ວຍຜູ້ເຖົ້າຜູ້ແກ່, ພໍ່ແມ່ປະຊາຊົນ ແລະ ລູກຫລານ ໄດ້ພ້ອມກັນຈັດພິທີທາງສາສະໜາຄອບໄຂ່ວເຈົ້າທີ່ເຈົ້າຖານ ເພື່ອອັງເຊີນ-ເຄື່ອນຍ້າຍເສົາຫີນ ຈຳນວນ 2 ຕົ້ນໄປສະຖິດໄວ້ຢູ່ທີ່ວັດປ່າຫີນປາຄູນທີ່ຂຶ້ນກັບບ້ານດັ່ງກ່າວ.

ຕາມການໃຫ້ຂອງມູນຂອງອົງການປົກຄອງບ້ານໃຫ້ຮູ້ວ່າ: ເສົາຫີນນີ້ໄດ້ມີການຄົ້ນພົບຢູ່ບໍລິເວນດິນຂອງແມ່ຕູ້ແອ ໃນທ້າຍປີ 2020 ໃນຂະນະທີ່ລູກຫລານຂອງເພິ່ນກຳລັງຂຸດຂຸມຕັ້ງເສົາເຮືອນ,

..

ເຊິ່ງຜູ້ເຖົ້າຜູ້ແກ່ສັນນິຖານວ່າ ເສົາຫີນນີ້ຕ້ອງມີປະຫວັດຄວາມເປັນມາກ່ຽວ ຂ້ອງກັບວັດປ່າຫີນປາຄູນ ຫລື ກໍ່ອາດແມ່ນເສົາຫລັກເຂດ ແດນຂອງບ້ານທີ່ຄົນຮຸ່ນກ່ອນໆນຳມາຝັ່ງໄວ້.

ເຖິງແນວໃດກໍ່ຕາມ ຊາວບ້ານນານົກຂຸ້ມຕ່າງກໍ່ມີຄວາມເຊືີ່ອວ່າ ເປັນເສົາຫີນມົງຄຸນທີ່ມີຄວາມໝາຍ ຕິດພັນກັບປະຫວັດຂອງບ້ານ ແລະ ຕິດພັນກັບພຸດທະສາສະໜາ,

ເນື່ອງຈາກອີງຕາມປະຫວັດສາດແລ້ວ ບ້ານນານົກຂຸ້ມ ກໍ່ຄືເມືອງທຸລະຄົມ ມີຄວາມເກົ່າແກ່ທີ່ມີມາແຕ່ດົນແລ້ວ.

Leave a Reply

Your email address will not be published. Required fields are marked *

Back to top button