ໂຈນປຸ້ນທະນາຄານ ລປພ ໃຈເກີນຮ້ອຍ ສູ້ກັບໂຈນ

ໂຈນປຸ້ນທະນາຄານ ແຕ່ກັບພົບ ລປພ. ໃຈເກີນຮ້ອຍ ສູ້ກັບໂຈນ ຈົນເຮັດໃຫ້ໂຈນຕາຍ.ພາບເຫດການທີ່ ລປພ. 2 ຄົນ ຂອງທະນາຄານອອມສິນ ສາຂາທີຍູໂດມຣັງສິດ ຖະຫນົນຊຽງຣາກ-ບາງຂັນ ຕຳບົນຄອງຫນຶ່ງ ອຳເພີຄອງຫລວງ ຈັງຫວັດປະທຸມທານີ(ໄທ)

ກຳລັງຊ່ວຍກັນຈັບຄົນທີ່ກໍ່ເຫດເຂົ້າໄປປຸ້ນເງີນທະນາຄານອອມສິນ ຂະນະນັ້ນເອງເຈົ້າຫນ້າທີ່ ລປພ. ຄົນຫນຶ່ງຖືກເອົາມີດຈີ້ຄໍ ແຕ່ ລປພ. ຄົນນັ້ນຫຶດສູ້ ໂດຍບໍ່ຍອມ ຈຶ່ງເກີດເຫດການຕໍ່ສູ້ກັນຂື້ນຢູ່ພາຍໃນທະນາຄານ.

ກ່ອນທີ່ໂຈນຈະແລ່ນຫນີເພື່ອໄປຂີ່ລົດຈັກ ທີ່ຈອດໄວ້ແຄມທາງ ເພື່ອຫລົບຫນີ ຊຶ່ງຂະນະນັ້ນເຈົ້າຫນ້າທີ່ ລປພ. ແລ່ນຕາມໄປທັງໆທີ່ຕົວເອງກໍ່ຖືກແທງດ້ວຍອາວຸດມີດໄດ້ຮັບບາດເຈັບ ແຕ່ ລປພ.

ບໍ່ປ່ອຍໃຫ້ຫນີງ່າຍໆ ໄລ່ຕາມໄປແລ້ວເອົາມີດທີ່ຄົນຮ້າຍເຮັດຕົກນັ້ນແທງໂຈນຈົນໄດ້ຮັບບາດເຈັບເຊັ່ນກັນ ແລະ ພົນລະເມືອງດີເຂົ້າໄປຊ່ວຍຈັບໄວ້ ແຕ່ຄົນຮ້າຍທົນກັບບາດແຜບໍ່ໄຫວເລີຍເສຍຊີວິດ ສ່ວນ ລປພ. ກໍ່ໄດ້ຮັບບາດເຈັບສາຫັດເຊັ່ນກັນແຕ່ຕອນນີ້ປອດໄພແລ້ວ.

ຂໍ້ມູນຈາກ: FB: Mot Mot (ໄທ)ລປພ. ຕົວຢ່າງ ປົກປ້ອງຊັບສິນ ໃຫ້ນາຍຈ້າງຢ່າງສຸດຊີວິດ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button