ໝາດກະຈາຍ ເປັນຢາ ບຳລຸງກຳລັງ, ແກ້ອາການເຈັບຫຼັງ ແລະ ເຈັບແອວ

ໝາດກະຈາຍ ລັກສະນະ: ຈັດເປັນພືດລົ້ມລຸກ, ອາຍຸຫຼາຍປີ. 

ລຳຕົ້ນສູງປະມານ 1.5 ມ, ມ່ວງເຂັ້ມ ຫຼື ສີມ່ວງປົນຂຽວ. 

ໃບດ່ຽວ, ອອກວຽນສະຫຼັບ, ຮູບຝາມື, ກວ້າງ 6-8 ຊມ, ຍາວ 8-10 ຊມ, ໂຄນໃບມົນ ຫຼື ເປັນວັດ, ຂອບເປັນວັກ, ປາຍເປັນແສກເລິກ 3-5 ແສກຄ້າຍນິ້ວມື.

 ກ້ານໃບແປ, ຍາວປະມານ 4 ຊມ. 

ຊໍ່ດອກແບບແຕກແໜງ, ອອກຕາມປາຍຍອດ, ຍາວ 20-30 ຊມ. 

ຊໍ່ດອກຍ່ອຍອອກເປັນກະຈຸກ. 

ດອກຍ່ອຍມີຈຳນວນຫຼາຍ, ສີຂາວ.

 ໝາກແຫ້ງ, ຂະໜາດນ້ອຍຫຼາຍ.

ໝາດກະຈາຍມີສັບພະຄຸນຫລາຍຢ່າງດັ່ງນີ້:

ໃບ: ຕົ້ມໃສ່ໄກ່ກິນບຳລຸງກຳລັງ, ແກ້ອາການເຈັບຫຼັງ ແລະ ເຈັບແອວ.

ລຳຕົ້ນ ແລະ ໃບ: ຊ່ວຍເຮັດໃຫ້ປະຈຳເດືອນມາປົກກະຕິ, ມີສານທີ່ຊ່ວຍຕ້ານອານຸມູນອິດສະຫຼະໄດ້ຫຼາຍຊະນິດ, ເຊິ່ງສານເຫຼົ່ານີ້ຊ່ວຍກະຕຸ້ນພູມຄຸ້ມກັນ ແລະ ຊ່ວຍຫຼຸດຄວາມເຊື່ອມຂອງຈຸລັງຕ່າງໆ.

ໃບ ແລະ ກ້ານດອກ: ເປັນຢາຊູກຳລັງ, ຮັກສາພາຍນອກແກ້ອາການຜິດປົກກະຕິຂອງປະຈຳເດືອນ ແລະ ຮັກສາຄວາມຜິດປົກກະຕິຂອງຕັບ.

ທັງຕົ້ນ: ຊ່ວຍຂັບລົມໃນລຳໄສ້, ກະເພາະອາຫານ, ຊ່ວຍກະຕຸ້ນການຍ່ອຍກະເພາະອາຫານ, ແກ້ອາການແໜ້ນທ້ອງ, ສຽດທ້ອງ, ຊ່ວຍບຳລຸງປອດ, ຟອກເລືອດ, ກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ, ຊ່ວຍກະຕຸ້ນພູມຄຸ້ມກັນ, ຊ່ວຍປັບຄວາມສົມດູນຂອງຮ່າງກາຍ, ຊ່ວຍດັບພິດ ແລະ ແກ້ອາການອັກເສບ.

ສານສະກັດ: ສາມາດປ້ອງກັນ ແລະ ຊ່ວຍຢັບຢັ້ງການເຕີບໂຕຂອງຈຸລັງມະເຮັງ ແລະ ຊ່ວຍຮັກສາໄຂ້ມາລາເຣຍໄດ້ດີ.

ນ້ຳມັນຫອມລະເຫີຍ:  ລຳຕົ້ນ ແລະ ໃບ: ມີສານຫອມລະເຫີຍທີ່ປະກອບດ້ວຍໄລໂມນີນ, ຊິວນີນ ແລະ ສານໄກຼໂຄໄຊດ໌ ເຊິ່ງມີຊື່ວ່າ ອະປິອີນ ສານສຳຄັນເຫຼົ່ານີ້ຊ່ວຍປັບຄວາມດັນເລືອດໄດ້ເປັນຢ່າງດີ.

ຂໍ້ມູນການສຶກສາ:ທັງຕົ້ນ: ພົບສານຟຼາໂວນອຍ, ເບຕ້າແຄໂຣທີນ, ໄຣໂບຟຼາວີນ ແລະ ວິຕາມິນຊີ ເຊິ່ງສານສຳຄັນເຫຼົ່ານີ້ລ້ວນແຕ່ມີສ່ວນຊ່ວຍແກ້ອາການອັກເສບ, ດັບພິດ, ຮັກສາອາການຜື່ນຄັນ ແລະ ຮັກສາຜິວໜັງທີ່ເປັນຕຸ່ມເປັນຝີ.

ຂໍ້ຄວນລະວັງ: ແມ່ຍິງມີລູກບໍ່ຄວນຮັບປະທານສະໝູນໄພຊະນິດນີ້, ເນື່ອງຈາກຈະເຮັດໃຫ້ເກີດອາການລຸລູກ ຫຼື ເປັນອັນຕະລາຍຕໍ່ລູກໃນທ້ອງ.ຄົນທີ່ມີຄວາມດັນຕໍ່າບໍ່ຄວນຮັບປະທານໃນປະລິມານຫຼາຍອາດຈະເຮັດໃຫ້ຄວາມດັນຕ່ຳໄປອີກ.

Leave a Reply

Your email address will not be published. Required fields are marked *

Back to top button