ປັບໃໝຜູ້ທີ່ນໍາຂີ້ເຫຍື້ອໄປຖິ້ມຢູ່ ເສັ້ນທາງຕັດໃໝ່ໜອງບຶກ​ ​63​ ລ້ານກີບ

ວັນທີ 8 ເມສາ 2012 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວ ເມືອງວຽງຈັນ (ຄບຕ) ໄດ້ສຶກສາອົບຮົມ ແລະ ປັບໃໝ ທ້າວ ອາ ເຈີນ ພະນັກງານບໍລິສັດອາຍກົວ ວິສາວະກໍາກໍສ້າງຕົບແຕ່ງ ວຽງຈັນ ຈໍາກັດ ທີ່ໄດ້ນໍາໃຊ້ລົດໝາຍເລກ ກນ 1652 ຄົນ ຂີ້ເຫຍື້ອໄປຖິ້ມຢູ່ເສັ້ນທາງຕັດໃໝ່ໜອງບຶກ-ໜອງບົວທອງ ເມືອງສີໂຄດຕະບອງ

ວັນທີ 29 ມັງກອນ 2022 ໂດຍມີນໍ້າໜັກທັງໝົດ 7 ໂຕນ ແລະ ໃນວັນທີ 7 ກຸມພາ 2022 ໄດ້ນໍາໃຊ້ລົດ ທະບຽນດັ່ງກ່າວ ຂົນຂີ້ເຫຍື້ອໄປຖິ້ມຕື່ມອີກຢູ່ທີ່ບຶງທາດຫຼວງ ເມືອງໄຊເສດຖາ ມີບໍລິມາດປະມານ 6 ໂຕນ

ເຊິ່ງການກະທໍານີ້ ເປັນແບບຢ່າງທີ່ບໍ່ດີຕໍ່ສັງຄົມ ສ້າງຄວາມຮົກເຮື້ອໃຫ້ ນະຄອນຫຼວງວຽງຈັນ ພ້ອມນັ້ນ ຍັງເປັນການທໍາລາຍ ສິ່ງແວດລ້ອມຕື່ມອີກ ນອກນັ້ນ ຍັງເປັນການລະເມີດຕໍ່ລະບຽບ ກົດໝາຍ ກໍຄືລະບຽບການໃນຄຸ້ມຄອງຂີ້ເຫຍື້ອ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການ ຄບຕ ໃຫ້ສໍາ ພາດວ່າ: ພາຍຫຼັງທີ່ພົນລະເມືອງດີໄດ້ຖ່າຍຄລິບວີດີໂອສົ່ງໃຫ້ ຫ້ອງການ ຄບຕ ໄດ້ປະສານຫາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ເພື່ອຊອກຫາເລກທະບຽນເປົ້າຫມາຍ ກນ 1652 ໄດ້ຮູ້ວ່າ ລົດທະບຽນດັ່ງກ່າວຢູ່ບ້ານ ເກົ້າລ້ຽວ ເມືອງສີ ໂຄດຕະບອງ

ຈາກນັ້ນ ໄດ້ປະສານຫາພະແນກ ແລະ ກະຊວງ ກ່ຽວຂ້ອງ ໃນການຊອກຫາຂໍ້ມູນກ່ຽວກັບບໍລິສັດ ອາຍກົວ ວິ ສະວະກໍາກໍ່ສ້າງຕົບແຕ່ງວຽງຈັນ ຈໍາກັດ ເຊິ່ງເປັນບໍລິສັດໃຫ້ ບໍລິການຕົບແຕ່ງພາຍໃນ ແຕ່ຂໍ້ມູນທີ່ໄດ້ບໍ່ຊັດເຈນ ຈາກນັ້ນ ໄດ້ ຂຽນໜັງສືສະເໜີຫາກົມຕໍາຫຼວດຄຸ້ມຄອງຄົນຕ່າງດ້າວ ຈຶ່ງໄດ້ ພົບເຫັນບຸກຄົນທີ່ກະທໍາຜິດ ມີຊື່ວ່າ ທ້າວ ອາເຈີນ ເປັນຄົນ ສັນຊາດຈີນ

ການຊອກຄົ້ນຫານີ້ ໃຊ້ເວລາປະມານ 1 ເດືອນ ກວ່າ ຈາກນັ້ນ ຫ້ອງການ ຄບຕ ຈຶ່ງໄດ້ເຊື້ອເຊີນຜູ້ກ່ຽວມາ ສອບຖາມ ແລະ ໄດ້ຮັບສາລະພາບວ່າ ວັນທີ 29 ມັງກອນ 2022 ຕົນໄດ້ນໍາໃຊ້ລົດປ້າຍ ກນ 1652 ຂົນຂີ້ເຫຍື້ອໄປຖິ້ມ

ເສັ້ນທາງຕັດໃໝ່ໜອງບຶກ-ໜອງບົວທອງ ວັນທີ 7 ກຸມພາ 2022 ໄດ້ຂົນຂີ້ເຫຍື້ອໄປຖິ້ມຢູ່ບຶງທາດຫຼວງ ເມືອງໄຊເສດຖາ ແທ້ ເປັນຈໍານວນຫຼວງຫຼາຍ ແລະ ໄດ້ຈູດເຜົາຖິ້ມ.

ຕໍ່ກັບການກະທໍາເປັນກ່າວ ເຫັນວ່າຜິດຕໍ່ລະບຽບການ ແລະ ກົດຫມາຍສິ່ງແວດລ້ອມ ສປປ ລາວ ແລະ ຫ້ອງການ ຄບຕ ໄດ້ ນໍາຜູ້ກ່ຽວມາສຶກສາອົບຮົມ ແລະ ປັບໃໝຕາມລະບຽບການທີ່ ກໍານົດໄວ້ ໂດຍຜ່ານການຄິດໄລ່ຄ່າເກັບມ້ຽນ ແລະ ປັບໃຫມ ຂີ້ເຫຍື້ອຂອງທ້າວ ອາເຈັນ ຄັ້ງນີ້ມີມູນຄ່າທັງໝົດ 63 ລ້ານກີບ.

ທີ່ມາ: ວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *

Back to top button