ດີປານປິດຖີ້ມ! ..ໝາກເລັບແມວ ຢາດີລົງຂາວຄັນ ແລະ ເບົາຫວານ ໝໍ້ດຽວເຫັນຜົນ

ສ່ວນຫຼາຍແລ້ວຈະພົບເຫັນໝາກເລັບແມວໃນປ່າທົ່ວໄປ ຕາມທີ່ພື້ນທີ່ຮາບພຽງປ່າຜັດໃບ ປ່າດິບ ໂດຍໝາກເລັບແມວຈະມີຢູ່ 2 ຊະນິດຄື: ໝາກເລັບແມວຕົວຜູ້ ແລະ ໝາກເລັບແມວຕົວແມ່

ລັກສະນະໝາກດິບສີຂຽວ ໝາກສຸກສີດຳໝາກຈະອອກຊ່ວງເດືອນ ກໍລະກົດ-ເດືອນສິງຫາ ແລະ ໝາກຈະສຸກຊ່ວງເດືອນ ພະຈິກ ຫາ ເດືອນທັນວາ ເທົ່ານັ້ນມີລົດຊາດສົ້ມຫວານ ຫາກສຸກແລ້ວກໍ່ຈະມີລົດຫວານ ແຊບ ກິນງ່າຍ

ເອີ້ນໄດ້ວ່າເປັນໝາກໄມ້ປ່າທີ່ຫາກິນໄດ້ຍາກ ແຕ່ກໍ່ເຕັມໄປດ້ວຍຄຸນປະໂຫຍດທີ່ຫຼາກຫຼາຍດ້ານສະໝຸນໄພ ຊື່ງຄົນສະໄໝກ່ອນໃຊ້ເປັນຢາສະໝຸນໄພທີ່ມີສັບພະຄຸນຫຼາຍ

* ລັກສະນະຂອງຕົ້ນໝາກເລັບແມວຕົ້ນ : ເລັບແມວເປັນໄມ້ເຖົາເນື້ອແຂງ ຂະໜາດນ້ອຍ ເຖົາແລະກິ່ງມີໜາມແຫຼມທົ່ວທັ້ງຕົ້ນ ເປືອກເຖົາສີດຳເທົາ ເປືອກໃນສີແດງ

ໃບ : ໃບດຽວ ຮູບຊົງມົນຍາວເລັກນ້ອຍ ເສັ້ນກາງ 3 ເສັ້ນ ຂອບໃບຮຽວ ທ້ອງໃບມີຂົນນຸ່ມສັ້ນໆ ຫຼັງໃບ ສີຂຽວເຂັ້ມຄ້າຍໃບພຸດທາ

ດອກ : ດອກອອກເປັນຊໍນ້ອຍໆ ເປັນກະຈຸກຕາມຊອກໃບໝາກ : ໝາກເປັນໝາກມົນ ໝາກດິບຈະມີສີຂຽວ ເມື່ອສຸກມີສີດຳ ມີ 1 ເມັດ ຣົດຫວານອົມສົ້ມ* ສັບພະຄຸນທາງສະໝຸນໄພ

ຮາກ – ເປືອກ : ລົດຈືດເຝືອນໜ້ອຍໜຶ່ງ ຕົ້ມດື່ມ ຂັບການມີລົງຂາວ, ຂັບຖ່າຍ, ແກ້ມົດລູກພິການ, ແກ້ຝີໃນມົດລູກ, ແກ້ໂລກເບົາຫວານ, ຊ່ວຍໃນການຍ່ອຍ ແລະ ຮັກສາພາວະກົດເກິນ ໃຊ້ຮາກຝົນກັບນ້ຳທາແກ້ເລັບທີ່ຫໍ້ເລືອດ ແລະ ເປັນຢາທາແກ້ຝີ

ໝາກ : ລົດສົ້ມຫວານຝາດເຢັນ ແກ້ຂີ້ກະເທິແກ້ໄອ ເຮັດໃຫ້ຊຸ່ມຄໍ ໝາກສຸກຮັບປະທານໄດ້ ມີລົດສົ້ມອົມຫວານ ມີລິດເປັນຢາລະບາຍ

* ໝາກໄມ້ປ່າຄືໝາກເລັບແມວ ມີປະໂຫຍດໄດ້ນ້ອຍກວ່າໝາກໄມ້ຊະນິດອື່ນໆ ທີ່ມີຢູ່ທົ່ວໄປ ທີ່ສຳຄັນຍັງບໍ່ມີລາຄາແພງ ຫາກຕ້ອງການຈະກິນອາດຈະຕ້ອງຫາໃນປ່າບໍລິເວນທີ່ມີ ຫຼື ຕາມຕະ ຫຼາດໃນຊົນນະບົດ

ແຕ່ກໍ່ນັບວ່າເປັນໝາກໄມ້ປ່າທີ່ຫາຍາກ ເພາະການເກັບຍາກຫຼາຍເນື່ອງຈາກຕົ້ນມີໜາມ ແລະ ອອກໜ່ວຍໃຫ້ກິນເປັນຊ່ວງເວລາສັ້ນໆ ຂອງປີ

ທີ່ມາ: ພາເຂົ້າລາວ

Leave a Reply

Your email address will not be published. Required fields are marked *

Back to top button