ເມືອງຈຳພອນ ມອບເຄືອງຊ່ວຍເຫລືອໃຫ້ຄອບຄົວປະຊາຊົນທີ່ຖືກເຄາະຮ້າຍໄຟໄຫມ້ເຮືອນ

ມື້ນີ້ 27/10/2021 ເມືອງຈຳພອນ ມອບເຄືອງຊ່ວຍເຫລືອໃຫ້ຄອບຄົວປະຊາຊົນທີ່ຖືກເຄາະຮ້າຍໄຟໄຫມ້ເຮືອ

ໃນວັນທີ 26 ຕຸລາ 2021 ນີ້ ຄະນະກຳມະການຕ້ານໄພພິບັດ ເມືອງຈຳພອນ ໄດ້ລົງມອບເຄື່ອງຊ່ວຍເຫລືອໄຫ້ແກ່ຄອບຄົວ ປະຊາຊົນທີ່ຖືກເຄາະຮ້າຍຈາກໄຟໄຫມ້ເຮືອນ ຢູ່ທີ່ບ້ານ ພາຍຂອງ ເມຶອງຈຳພອນ ແຂວງ ສະຫວັນະເຂດ ນຳໂດຍ ທ່ານ ນາງ ພູທອງ ແກ້ວໄຊຍະພອນ ຮອງເຈົ້າເມືອງ ຈຳພອນ ທັງເປັນປະທານຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ,

..

..

ເຄື່ອງທີ່ນຳໄປມອບປະກອບມີ: ແປງສີພັນ 1 ໂຫລ, ເກີບ 2 ຄູ່, ເຫລັກຕະປູ 3 ໂລ, ເຕົ້າກາ 1ຫ່ນວຍ, ມຸ້ງ 1 ດາງ, ຜ້າຫົມ 1 ຜືນ, ເສື້ອ, ສົ້ງ ຈຳນວນໜື່ງ,ໃນນັ້ນມີເສື້ອເກົ່າ 2 ກະສອບ, ຫມອນ 8 ຫນ່ວຍ ແລະ ສັງກະສີ 60 ແຜ່ນ ເປັນກຽດມອບໂດຍທ່ານ ນາງ ພູທອງ ແກ້ວໄຊຍະພອນ ແລະ ຮັບໂດຍ ທ່ານ ດວງເດືອນ ເຊິ່ງຕາງຫນ້າຄອບຄົວຜູ້ຖືກເຄາະຮ້າຍຈາກໄຟໄຫມ້ເຮືອນ ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນວັນທີ 23 ຕຸລາ 2021

ສາເຫດ ແມ່ນເກີດຈາກໄຟຟ້າລັດວົງຈອນ ເຊີ່ງມູນຄ່າຄວາມເສຍຫາຍທັງຫມົດປະມານ 79ລ້ານກີບ.

Leave a Reply

Your email address will not be published. Required fields are marked *

Back to top button