ຊົມເຊີຍ ເຈົ້າໜ້າທີ່ ຢຶດ ຢ า ບ້าໄດ້ ຈໍาນວນ 6 ລ້ າ ນເມັ ດ

ມີຄລິບໃຕ້ຄອມເມັ້ນ! ຈັງແມ່ນຫຼາຍໂພດໂພ! ຊົມເຊີຍ ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ຢຶດຢາບ້າໄດ້ ຈໍານວນ 6 ລ້ານເມັດ”

+ ວັນທີ 25 ຕຸລາ 2021, ເວລາ ປະມານ 2:14 ນາທີ ທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງຢາເສບຕິດ ຈາກເມືອງຕົ້ນເຜິ້ງ ຫາ ເມືອງຫ້ວຍຊາຍ, ຈາກນັ້ນ, ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ

,,,

,,

ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງສົມທົບກັບ ປກສ-ປກຊ ທີ່ປະຈຳຢູ່ຈຸດກວດທາງເຂົ້າໂຄງການກໍ່ສ້າງສະໜາມບິນ ເຂດບ້ານໃຫຍ່ສີເມືອງງາມ ຕິດຕາມພົບເຫັນລົດເປົ້າໝາຍ 2 ຄັນ ບໍມີປ້າຍທະບຽນ ຄື:

ລົດຍີຫໍ້ປາລາໂດ 1 ຄັນ ແລະ ລົດລີໂວສີຂາວ 1 ຄັນ ແລ່ນອອກຈາກເສັ້ນທາງເວັ້ນສະໝາມບິນເຂດຫາງບ້ານໃຫຍ່ສີເມືອງງາມ ທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເພື່ອກວດກາລົດເປົ້າໝາຍດັ່ງກ່າວ ແຕ່ຄັນທີ່ 1 ແລ່ນໜີດ້ວຍຄວາມໄວໄປທາງເສັ້ນທາງຈາກບ້ານໃຫຍ່ສີເມືອງງາມໄປຫາບ້ານດອນທາດ ຄັນທີ 2 ຈອດ ຫ່າງຈາກເຈົ້າໜ້າທີ່ 50-60 ແມັດ ແລ້ວຜູ້ຂັບໄດ້ແລ່ນລົບໜີເຂົ້າໄປໃນປ່າທາງເຈົ້າໜ້າທີ່ໄດ້ແລ່ນນໍາແຕ່ບໍ່ທັນ.

+ ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ ປກສ-ປກຊ ເມືອງ ຈຶ່ງໄດ້ສົມທົບກັບພາກສວນທີ່ກ່ຽວຂ້ອງກວດກາລົດ (ລີໂວ້) ຄັນດັ່ງກ່າວ ພົບຢາເສບຕິດປະເພດຢາບ້າຈຳນວນ 30 ເປົາ, ເທົາກັບ 3.000 ມັດ ຫຼື 6.000.000 ເມັດ.

+ ຕໍ່ຜູ້ກະທຳຜິດດັ່ງກ່າວ ທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ໄດ້ມອບໃຫ້ພະແນກສະກັ້ດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງບໍ່ແກ້ວ ສືບຕໍ່ດຳເນີນການຕິດຕາມເພື່ອຊອກຫາຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຊົມຄລີບ

ພາບ-ຂ່າວ: ກອງບັນຊານການ ປກສ ເມືອງຕົ້ນເຜິ້ງ

Leave a Reply

Your email address will not be published. Required fields are marked *

Back to top button