ເຈົ້າຄອງນະຄອນ ສັ່ງ..!! ຫ້າມບຸກລຸກຫາກິນ ໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ-ພູເຂົາຄວາຍ

ເຈົ້າຄອງນະຄອນ ສັ່ງ  ຫ້າມບຸກລຸກຫາກິນ ໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ-ພູເຂົາຄວາຍ

ຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງວ່າດ້ວຍການປົກປັກຮັກສາປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ໃນຂອບເຂດນະຄອນຫຼວງວຽງຈັນ

ເພື່ອປົກປັກຮັກສາ, ບູລະນະຟື້ນຟູລະບົບນິເວດ ຢູ່ເຂດປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ມີຄວາມອຸດົມສົມບູນ ແລະ ສ້າງໃຫ້ກາຍເປັນຕົວເມືອງສີຂຽວ ຕາມນະໂຍບາຍ ສໍສີຂຽວ ຂອງນະຄອນຫຼວງວຽງຈັນ ວາງອອກ ໃຫ້ບັນລຸຄາດໝາຍການສ້າງຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ,

ພ້ອມທັງ ເພີ່ມທະວີການສະກັດກັ້ນ, ປ້ອງກັນການບຸກລຸກ ເຂດປ່າສະຫງວນແຫ່ງຊາດ, ການລັກລອບຕັດໄມ້ທຳລາຍປ່າ, ການເຄື່ອນຍ້າຍໄມ້, ການຂຸດຄົ້ຊັບພະຍາກອນທຳມະຊາດ, ການບຸກລູກຈັບຈອງດິນເຂດປ່າສະຫງວນ, ບັນຫາໄຟໄໝ້ລາມປ່າ ແລະ

ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ພື້ນທີ່ເຂດປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ໃຫ້ຫຼຸດໜ້ອຍລົງ ແລະ ສາມາດແກ້ໄຂໄດ້ຢ່າງຂາດຕົວ

ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງ:

1. ໃຫ້ກອງບັນຊາການທະຫານ, ບັນດາພະແນກກການ, ອົງການທຽບເທົ່າພະແນກ ນະຄອນຫຼວງວຽງຈັນ, ບັນດາອົງການປົກຄອງເມືອງ, ບ້ານ ແລະ ຂະແຫນງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດສິດ, ຫນ້າທີ່ ແລະ ຄວາມ ຮັບຜິດຊອບຂອງຕົນ ໃນການຄຸ້ມຄອງປົກປັກຮັກສາປ່າສະຫງວນແຫ່ງຊາດ

ແລະ ສະກັດກັ້ນ, ປ້ອງກັນການບຸກລຸກ ເຂດປ່າສະຫງວນແຫ່ງຊາດ, ການລັກລອບຕັດໄມ້ທໍາລາຍປ່າ, ການເຄື່ອນຍ້າຍໄມ້, ການຂຸດຄົ້ນຊັບພະຍາກອນ, ການ ບຸກລູກຈັບຈອງດິນເຂດປ່າສະຫງວນ, ບັນຫາໄຟໄຫມ້ລາມປ່າ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ ຢູ່ພື້ນທີ່ປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ດ້ວຍຄວາມຮັບຜິດຊອບສູງ

; 2. ໃຫ້ຄົ້ນຄວ້າລົບລ້າງໃບອະນຸຍາດ, ຫຍຸບເລິກ, ຮື້ຖອນໂຮງງານເຟີນີເຈີ, ໂຮງເລື່ອຍ, ໂຮງງານຜະລິດໄມ້ປ່ອງ ຫຼື ທູລະກິດກ່ຽວກັບໄມ້ ທີ່ຕັ້ງຢູ່ໃນເຂດປ່າສະຫງວນ ແລະ ຂອບເຂດໃກ້ຄຽງ, ປ່າປ້ອງກັນ ແລະ ປ່າຊົມໃຊ້ (ປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ໃນຂອບເຂດນະຄອນຫຼວງວຽງຈັນ);

3. ຫ້າມເດັດຂາດບໍ່ໃຫ້ອົງການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນໃດ ເຂົ້າໄປບຸກລູກ, ຈັບຈອງດິນເຂດປ່າສະຫງວນ, ແຫຼ່ງນ້ໍາ, ປ່າໄມ້ ແລະ ການຂຸດຄົ້ນແຮ່ທາດຕ່າງໆ ໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ໃນຂອບເຂດ ນະຄອນຫຼວງວຽງຈັນ (ເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງນໍາໃຊ້, ເຂດເຊື່ອມຕໍ່, ເຂດກັນຊົນ).

ກໍລະນີ ມີການ ກວດກາພົບເຫັນການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນໃດ ມີໃບຕາດິນ ຫຼື ໃບອະນຸຍາດນໍາໃຊ້ທີ່ດິນ, ແຫຼ່ງນ້ໍາ, ປ່າໄມ້ , ແຮ່ທາດ ກໍ່ໃຫ້ຮີບຮ້ອນສະເຫນີຂັ້ນເທິງລົບລ້າງ ແລະ ກວດກາຄືນການອະນຸຍາດນໍາໃຊ້ຜ່ານມາ ໂດຍມອບໃຫ້ອົງການທີ່ກ່ຽວຂ້ອງ ດໍາເນີນການກວດກາ ແລະ ປະຕິບັດວິໄນ ຕໍ່ຜູ້ລະເມີດຢ່າງເຂັ້ມງວດ ແລະ ເດັດຂາດ;

4. ຫ້າມຊື້-ຂາຍ ບັນດາອຸປະກອນເຄື່ອງມືຕ່າງໆ ກ່ຽວກັບການເລື່ອຍ, ການຊອຍ, ການຕັດໄມ້ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ກໍລະນີ ມີການກວດກາພົບເຫັນ ແມ່ນໃຫ້ທໍາການຍຶດ, ອາຍັດ, ທໍາລາຍຖີ້ມ ແລະ ດໍາເນີນຄະດີຕາມລະບຽບກົດຫມາຍ;

5. ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ບໍ່ກ່ຽວຂ້ອງ ເຂົ້າໄປພາຍໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ, ນອກຈາກເຈົ້າຫນ້າທີ່ກວດກາປົກປັກຮັກສາປ່າໄມ້ ແລະ ພາກສ່ວນທີ່ຖືກແຕ່ງຕັ້ງເທົ່ານັ້ນ;

ໃຫ້ປິດກັ້ນທຸກເສັ້ນທາງ ບໍ່ໃຫ້ພາຫະນະປະເພດລາກແກ່ (ລົດຕ່ອກໆ, ລົດໃຫຍ່ທຸກຊະນິດ) ສາມາດເດີນທາງ ເຂົ້າ-ອອກ ປ່າສະຫງວນໄດ້, ຍົກເວັ້ນແຕ່ເສັ້ນທາງຍຸດທະສາດທາງການທະຫານສະເພາະ ແລະ ໃຫ້ຈົ່ງໄວ້ແຕ່ເສັ້ນທາງຍ່າງເທົ່ານັ້ນ, ຊຶ່ງຈະເປັນການປິດຊ່ອງວ່າງ ໃນການເຂົ້າໄປບຸກລຸກເຂດປ່າໄມ້ ຢູ່ໃນເຂດປ່າສະຫງວນດັ່ງກ່າວ;

6. ຫ້າມເດັດຂາດ ບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ດໍາເນີນກິດຈະການ ເຜົ່າຖ່ານ ແລະ ຕັດໄມ້ຄ້ໍາແບບ ໃນຂອບເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຊົມໃຊ້ ເພື່ອເປັນການຮັກສາໄມ້ນ້ອຍໄວ້ຄຸມດິນໃຫ້ຊຸ່ມຊື່ນ ແລະ

ເປັນ ອາຫານສັດ ຕາມລະບົບນິເວດ; ການຂຸດຄົ້ນໄມ້ ເພື່ອເປັນແຫຼ່ງພະລັງງານ (ໄມ້ຟືນ, ໄມ້ເພື່ອເຜົາຖ່ານ, ໄມ້ຫຼັກຮົ້ວ, ໄມ້ຄ້ໍາແບບ ແມ່ນອະນຸຍາດໃຫ້ເອົາສະເພາະຈາກເນື້ອທີ່ຄຸ້ມຄອງຂອງປະຊາຊົນ ແລະ ປ່າຊົມໃຊ້ຂອງບ້ານ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງກ່ອນ;

7. ຫ້າມເດັດຂາດ ບໍ່ໃຫ້ປະຊາຊົນ ເຂົ້າໄປທໍາມາຫາກິນ, ເກັບກູ້ເຄື່ອງປ່າຂອງດົງ, ລ່າເນື້ອ ຢູ່ໃນປ່າສະຫງວນ ແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ ເຂດຫ້ວງຫ້າມ, ເຂດຄຸ້ມຄອງນໍາໃຊ້, ເຂດເຊື່ອມຕໍ່ເດັດຂາດ), ເຂດກັນຊົນ ແມ່ນອະນຸ ຍາດໃຫ້ປະຊາຊົນ ສາມາດເຂົ້າໄປເກັບກູ້ເຄື່ອງປ່າຂອງດົງ ໄດ້ບາງຊະນິດ ເຊັ່ນ:

ຫນໍ່ໄມ້, ເຫັດ, ຜັກປ່າ, ຫົວມັນປ່າ, ຫມາກໄມ້ປ່າ, ພືດສະຫມຸນໄພ, ຫມາກຕາວ, ຫນໍ່ແຍ້, ຫນໍ່ສານ, ຫນໍ່ຫວາຍ ແລະ ອື່ນໆ ເພື່ອການໃຊ້ສອຍຂອງ ປະຊາຊົນ ແຕ່ຕ້ອງປະຕິບັດຕາມຂໍ້ແນະນໍາທາງດ້ານເຕັກນິກວິຊາການ ບົນພື້ນຖານການຄຸ້ມຄອງອະນຸລັກແບບ ຍາວນານ ແລະ ບໍ່ມີລັກສະນະດັບສູນ.

8. ຫ້າມເດັດຂາດ ບໍ່ໃຫ້ມີການບຸກລຸກ, ຈັບຈອງທີ່ດີນ, ລັກລອບຕັດໄມ້, ຊື້-ຂາຍໄມ້, ເຄື່ອນຍ້າຍໄມ້ທຸກຊະນິດ ໃນທຸກຮູບການ ໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ; ອົງການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນໃດ ທີ່ ລະເມີດ, ບຸກລູກ,

ຈັບຈອງທີ່ດິນ, ລັກລອບຕັດໄມ້, ຊື້-ຂາຍໄມ້, ເຄື່ອນຍ້າຍໄມ້ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໄຫມ ແລະ ດໍາເນີນຄະດີຕາມກົດຫມາຍ – ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ;

9. ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈັບຈອງທີ່ດິນປ່າສະຫງວນແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ ເພື່ອດໍາເນີນກິດຈະການຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດຫມາຍ;

10. ໃຫ້ອົງການປົກຄອງເມືອງ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ເປັນເຈົ້າການສົມທົບກັບຂະແຫນງການທີ່ກ່ຽວຂ້ອງ ດໍາເນີນການກວດກາ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີຄືນ ບັນດາຜູ້ຕ່ໍາ ເນີນກິດຈະການ ການທ່ອງທ່ຽວທໍາມະຊາດ ຢູ່ໃນ ແລະ ຂອບເຂດທີ່ຕິດກັບປ່າສະຫງວນແຫ່ງຊາດ

ພູພະນັງ ແລະ ພູເຂົາຄວາຍ ທຸກລະດັບ ແລະ ທຸກປະເພດ ທີ່ໄດ້ດໍາເນີນກິດຈະການໄລຍະຜ່ານມາ; ກໍລະນີ ມີການກວດກາພົບ ເຫັນ ຜູ້ປະກອບການທີ່ຍັງປະຕິບັດບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການວາງອອກ ກໍ່ໃຫ້ຮີບຮ້ອນນໍາສະເຫນີຂັ້ນເທິງພິຈາລະນາແກ້ໄຂຕາມລະບຽບການ;

11. ໃຫ້ອົງການປົກຄອງເມືອງ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ແລະ

ຂະແຫນງການທີ່ກ່ຽວຂ້ອງ ໂດຍມີການສົມທົບກັບ ກອງພັນໃຫຍ່ 941 (ກະຊວງປ້ອງກັນ ປະເທດ) ຄົ້ນຄວ້າປັບປຸງກົນໄກ, ແບບແຜນວິທີເຮັດວຽກ ແລະ ສ້າງແຜນການຄຸ້ມຄອງປ່າສະຫງວນແຫ່ງຊາດ ພູ ພະນັງ ແລະ ພູເຂົາຄວາຍ ຢ່າງລະອຽດ ເປັນຕົ້ນແມ່ນການເຄື່ອນໄຫວເວນຍາມ,

ການກວດກາລາດຕະເວນ, ການຕັ້ງຈຸດກວດກາເຂົ້າ-ອອກ ເພື່ອປ້ອງກັນ ແລະ ສະກັດກັ້ນການລັກລອບຕັດໄມ້ ແລະ ຊັບພະຍາກອນປ່າໄມ້;

12. ຄະນະໂຄສະນາອົບຮົມ, ອົງການປົກຄອງເມືອງ, ຫ້ອງການ-ຂະແຫນງການກໍ່ສ້າງຮາກຖານ ລົງເຄື່ອນໄຫວໂຄສະນາ,ເຜີຍແຜ່ເຊື່ອມຊຶມບັນດານິຕິກໍາ, ກົດຫມາຍຕ່າງໆ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາປ່າສະຫງວນ,

ປ່າປ້ອງກັນ, ປ່າ ຊົມໃຊ້ບ້ານ ໃຫ້ແກ່ປະຊາຊົນ, ກຸ່ມຄົນ ທີ່ເປັນເປົ້າຫມາຍຢ່າງມີຈຸດສຸມ, ດ້ວຍຫຼາຍຮູບການ ເຊັ່ນ: ຜ່ານສື່ມວນຊົນ, ສື່ ອອນລາຍ ແລະ ການລົງເຄື່ອນໄຫວໂຄສະນາ ຢູ່ຂັ້ນຮາກຖານບ້ານໃຫ້ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ມີສ່ວນຮ່ວມໃນການຕິດຕາມ, ກວດກາ ແລະ ສ່ອງແສງລາຍງານຜ່ານສາຍດ່ວນ ແລະ ຮູບການອື່ນໆ.

13. ມອບໃຫ້ອົງການປົກຄອງເມືອງ, ບັນດາພະແນກການ, ອົງການທຽບເທົ່າ ແລະ ຂະແຫນງການທີ່ກ່ຽວຂ້ອງ ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມ ຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ. 1

4. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ

..

Leave a Reply

Your email address will not be published. Required fields are marked *

Back to top button