ສະຫວັນນະເຂດ ມີຄົນຕິດເຊື້ອ ໂຄວິດ-19 ຜູ້ເສຍຊີວິດ ກໍລະນີທີ 3 (ກໍລະນີທີ 10 ທົ່ວປະເທດ)

ວັນທີ19ສິງຫາ 2021 ຮັບແຈ້ງເຫດຄົນເສຍຊີວິດໂຄວິດ ຄະນະປິ່ນປົວທີ່ໂຮງໝໍສະໜາມຫລັກ9(ກໍລະນີ10)

ທາງທີມງານໜ່ວຍກູ້ໄພແຂວງສະຫວັນນະເຂດ ຮ່ວມມືກັບ ພະແນກສາທາລະນະສຸກ ໄດ້ມ້ຽນຄາບສົບແລ້ວນຳໄປຊາປະນະກິດສົບ ຕາມມາດຕະການປ້ອງກັນ

ລາຍງານຈາກ ກູ້ໄພ ແຂວງສະຫວັນນະເຂດ ໃຫ້ຮູ້ ໃນຕອນເຊົ້າ ວັນທີ 19 ສິງຫາ 2021 ນີ້ວ່າ:

ເສັດສີ້ນພາລະກິດ ວັນທີ 19/08/2021 ໜ່ວຍກູ້ໄພ ສະຫວັນນະເຂດ 1629 ມ້ຽນສົບຜູ້ເສຍຊີວິດໂຄວິດ19 ກໍລະນີທີ 10 ຂອງ ສປປ ລາວ, ກໍລະນີທີ 3 ຂອງແຂວງ ສະຫວັນນະເຂດ.

ເປັນ ເພດຊາຍ ອາຍຸ55 ປີ ປະຊາຊົນ ບ້ານໂພນຊາຍ ນະຄອນໄກສອນ ແຂວງ ສະຫວັນນະເຂດ ( ແຮງງານມາແຕ່ໄທ ປີ່ນປົວທີ່ສູນຫລັກ9 )

ສ່ວນຂໍ້ມູນເພີ່ມເຕີມຕິດຕາມໄດ້ທາງເພຈ #ໜ່ວຍກູ້ໄພແຂວງສະຫວັນນະເຂດ

Leave a Reply

Your email address will not be published. Required fields are marked *

Back to top button