ອັບແດດ !.. ຍົນໂດຍສານ ຕົກ ມີຜູ້ເສຍຊີວິດ 132 ຄົນ

ເວ​ລາ 14 ໂມງ 38 ນາ​ທີ​ຂອງວັນ​ທີ 21 ມີ​ນາ​ນີ້, ຖ້ຽວ​ບິນ MU5735 ຂອງ​ບໍ​ລິ​ສັດ CHINA EASTERN ໄດ້ຂາດ​ການ​ຕິດ​ຕໍ່​ກັບ​ພາກພື້ນດິນຢູ່​ເທິງອາກາດຂອງ​ນະ​ຄອນ​ອູ​ໂຈ່ວ​ເຂດກວາງ​ຊີ​ຈີນ ແລະ ຕົກລົງເຂດພູດອຍ ຄວາມສູງ 30,000 ​ຟຸດ​, ແຕ່ຕົກລົງສູ່ພື້ນບຊ່ຮອດ3 ນາທີ

ຊົມຄລີບ

ຫລັງຈາກຍົນໂດຍສານ Boeing 737-800 ຕົກ ແມ່ນ China Eastern Airlines ໄດ້ປະກາດລະງັບນໍາໃຊ້ເຮືອບິນ Boeing 737-800 ທັງໝົດ 106 ລຳທັນທີ ເພື່ອສືບສາເຫດເເລະຄວາມປອດໄພກ່ອນ

..

..

ພາບເຮືອບິນ​ໂດຍສານ Boeing 737 ຖ້ຽວບິນ MU 5735 China Eastern Airlines ທີ່​ມີ 132 ຄົນ​ເສຍ​ຊີວິດ (ຜູ້​ໂດຍສານ 123 ຄົນ​ແລະ​ລູກ​ເຮືອ 9 ຄົນ) ​ໄດ້​ດິ່ງຈາກ​ຄວາມ​ສູງ 30,000 ​ຟຸດ​ລົງ​ພູ ​ພາຍໃນເວລາບໍ່ເຖິງ 3ນາທີ ແລະ ເກີດໄຟໃໝ້ລາມປ່າຂະໜາດ​ໃຫຍ່ ​ຢູ່​ໃກ້​ເມືອງ​ອູ​ໂຈ່​ວ, ​ແຂວງ​ກວາງຊີ​ຂອງ​ຈີນ.

ຊົມຄລີບ2…​

ຄວາມຫມາຍຂອງເຄື່ອງບີນຕົກ

ຄວາມໝາຍຂອງລວດລາຍເຮືອບິນໂບອິ້ງ 737-800 ທີ່ເກີດອຸບັດຕິເຫດ, ຂອງສາຍການບິນ CHINA EASTERN AIRLINES (ຊື່: Yunnan Peacock) ລາຍນົກຍຸງທີ່ເປັນສັນຍາລັກຂອງແຂວງຍູນນານ, ສປ.ຈີນ

ພາຍຫຼັງ​ເກີດ​ເຫດ​​ຍົນ​ຕົກ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ໃຫ້​ຄຳ​ຊີ້​ນໍາໃນ​ທັນ​ທີ ໂດຍສັ່ງ​ໃຫ້​​ປະ​ຕິ​ບັດ​ກົນ​ໄກ​ຮັບ​ມື​ສຸກ​ເສີນ​ໃນ​ທັນ​ທີ, ອອກ​ແຮງ​ສຸດ​ຂີດເພື່ອຄົ້ນຫາ ແລະ

ຊ່ວຍເຫຼືອຜູ້ປະສົບເຄາະ ຮ້າຍ ແລະ ແກ້​ໄຂວຽກ​ງານ​​ຕາມພາຍຫຼັງໃຫ້​ເໝາະ​ສົມ ພ້ອມ​ທັງ​ຄົ້ນຄວ້າ​ຫາ​ສາຍ​ເຫດຂອງ​ເຫດການ​ຍົນ​ຕົກ​ເທື່ອນີ້ໂດຍ​ໄວ, ເພີ່ມ​ທະ​ວີ​ການກວດ​ກາໄພອັນຕະລາຍ ທີ່ແຝງຊ້ອນໃນ​ຂົງ​ເຂດ​ການ​ບິນ​ພົນ​ລະ​ເຮືອນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້​ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢ່າງ​ເດັດ​ຂາດ.

ອີງ​ຕາມ​ຄຳ​ຊີ້ນໍາ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ, ອົງການການ​ບິນ​ພົນ​ລະ​ເຮືອນ ແລະ ກະຊວງ​ບໍລິຫານ​ຈັດການ​ວຽກ​ງານ​ສຸກ​ເສີນ​ຂອງ​ຈີນ​ໄດ້​ສົ່ງ​ໜ່ວຍ​ງານ​ໄປ​ຊີ້​ນຳ​ແລະ​ເຮັດ​ວຽກ​ຢູ່​ກັບ​ທີ່ ພ້ອມ​ທັງ​ຈັດ​ສົ່ງ​ກຳ​ລັງ​ຊ່ວຍ​ເຫຼືອ​ຢູ່​ເຂດກວາ​ງ​ຊີ ແລະ ແຂວງກວາງ​ຕຸ້ງ​ໄປ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ກັບ​ທີ່.

ປັດ​ຈຸ​ບັນ, ການກູ້ໄພຢູ່ສະຖານທີ່ເກີດເຫດ, ການ​ແກ້​ໄຂວຽກ​ງານກ່ຽວກັບ​ເຫດ​ການ​ຍົນ​ຕົກ ແລະ ການຄົ້ນຄວ້າ​ຫາ​ສາຍ​ເຫດ​ພວມ​ດຳ​ເນີນຢູ່.

ຂະນະນີ້ລໍຖ້າຜົນການສືບສວນຕື່ມອີກກ່ຽວກັບສາເຫດຂອງອຸປະຕິເຫດ, ແອໂຣລາວ ຈະອັບເດດໃຫ້ຮັບຊາບຢ່າງລະອຽດ ແລະ ທັນການແນ່ນອນ.

ຂໍ້ມູນ: ວິເຄາະສະຖານະການ | AEROLAOS

Leave a Reply

Your email address will not be published. Required fields are marked *

Back to top button