ເອົາ​ຄັກໆ​ເດີ້ທິມຊາດລາວເຮົາ!..​ສາວ ມາດາມໂບ ປະກາດຫາຜູ້ສົມທົບອີກ ໃຫ້ເຖີງ 100 ລ້ານກີບ

ອັດສີດ ຊ້າງລົ້ມຊ້າງ💸💸

“ມາດາມໂບ” ປະກາດລັ້ນອັດສິດໃຫ້ນັກເຕະທີມຊາດລາວ ພິຊິດໄຊເຫນືອໄທໃນAFF U23 🇱🇦🇹🇭

ຕອນເຊົ້າວັນນີ້ “ມາດາມໂບ” ຫລື ພິຈິກາ ບຸນກວ້າງ ຜູ້ມີຊື່ສຽງໃນວົງການບານເຕະລາວ ໄດ້ປະກາດອັດສິດເງີນເປັນຈຳນວນ 40 ລ້ານກີບ ໃຫ້ຍັງປະກາດຫາຜູ້ສົມທົບອີກ ໃຫ້ເຖີງ 100 ລ້ານກີບ

ໃຫ້ກັບທັບນັກກິລາທີມຊາດລາວ ຊຸດຍູ 23 ຖ້າຫາກເອົາຊະນະທີມຊາດໄທໄດ້ໃນຮອບຮອງຊະນະເລີດ ໃນວັນທີ່ 24 /2/22 ຫລືມື້ອື່ນນີ້ເອງ ຖ້າເຮັດໄດ້ເອົາໄປເລີຍ.

🇱🇦🇱🇦 ສຳລັບ”ມາດາມໂບ”ເປັນຜູ້ຍິງຄົນຫນຶ່ງທີ່ມີບົດບາດໃນວົງການບານເຕະຂອງ ສປປ.ລາວ ເຂົາເຄີຍທຳທີມານ ວຽງຈັນຍູໄນເຕັດ ແລະເຂົາຍັງເຄີຍຊື່ຊົມ ແລະມີ

“ມາດາມແປ້ງ” ຫລື ນວນພັນ ລ່ຳຊຳ(นวลพรรณ ล่ำซำ)ຍິງເກັ່ງຂອງວົງການບານເຕະຂອງໄທ ເປັນເນັດໄອດໍ້ ອີກດ້ວຍ.

ມາດາມອອກປະກາດອັດສີດແບບນີ້ເຮັດທີມຊາດມີກຳລັງກ້າວກະໂດດອີກຄັ້ງ ຊ້າງລົ້ມຊ້າງ ຊ້າງເສີກ ສປປ.ລາວ ພົບ ຊ້າງສຶກໄທ ມື້ອື່ນ ເວລາ 19:00 ໂມງ ຮູ້ກັນ🇱🇦🇹🇭

#ທີມຊາດລາວ23 #LaosU23 #AFFU23Championship2022
ມີມາ: ມາມໄລ່ຕາມກະແສຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button