ແຈ້ງການ​ດ່ວນ!.. ມຊ ເປີດ​ການຮຽນ-ການສອນ

🔥 ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານ ຄະນະບໍດີ ແລະ ຜູ້ອໍານວຍການສະຖາບັນພາຍໃນ ມຊ ຊາບວ່າ

ເພື່ອສືບຕໍ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 (COVID-19) ແລະ ເພື່ອໃຫ້ການຈັດຕັ້ງການຮຽນ-ການສອນ ປະຈຳສົກສຶກສາ 2021-2022 ມີຄວາມເປັນເອກະພາບ ແລະ ມີປະສິດທິພາບສູງ ໃຫ້ຄະນະວິຊາຕ່າງໆ ແລະ ສະຖາບັນ ພາຍໃນ ມຊ ຈັດຕັ້ງການຮຽນການສອນຕາມເນື້ອໃນລະອຽດດັ່ງລຸ່ມນີ້:

1. ສຳລັບນັກສຶກສາປີ 1 ຂອງທຸກໆສາຂາວິຊາໃນທົ່ວ ມຊ ໃຫ້ເລີ່ມຕົ້ນຈັດຕັ້ງການຮຽນ-ການສອນໃນວັນທີ 17 ມັງກອນ2022 ເປັນຕົ້ນໄປ ໂດຍໃຫ້ຈັດຕັ້ງການຮຽນ-ການສອນຜ່ານທາງອອນລາຍ (Online) ໂດຍນຳໃຊ້ຊຸມ (zoom) ຫຼື ກຸໂກມິດ (Google Meet) ຫຼື ນຳໃຊ້ເຄື່ອງມືຮັບໃຊ້ກອງປະຊຸມຜ່ານທາງອອນລາຍອື່ນໆ.

2. ສຳລັບວິຊາລວມ 4 ສາຂາວິຊາ (ລາວສຶກສາ 1. ລາວສຶກສາ 2, ການເມືອງ ແລະ ຈິດຕະວິທະຍາ) ໃຫ້ຈັດຕັ້ງການຮຽນ-ການສອນ ຜ່ານລະບົບບໍລິຫານຈັດການ ການຮຽນ-ການສອນທັນສະໄໝ (SLMS) ຂອງ ມຊ.

3. ໃຫ້ຄະນະວິຊາ ແລະ ສະຖາບັນ ຮວບຮວມເອົາເບົວອດແອັບ (WhatsApp) ຂອງຜູ້ປົກຄອງ ແລະ ນັກສຶກສາປີ 1 ເພື່ອນຳໃຊ້ເຂົ້າໃນການປະສານງານໃນການຈັດຕັ້ງການຮຽນ-ການສອນແບບອອນລາຍ.

4. ວັນທີ 10 ຫາ 14 ມັງກອນ 2012 ໃຫ້ແຕ່ລະຄະນະວິຊາ ແລະ ສະຖາບັນ ຈັດຕັ້ງປະຖົມນິເທດໃຫ້ນັກສຶກສາປີທີ I ຜ່ານທາງອອນລາຍ (ornline).

5. ສໍາລັບນັກສຶກສາແຕ່ປີ 2 ຫາ ປີ ສຸດທ້າຍຂອງທຸກໆສາຂາວິຊາໃຫ້ຈັດຕັ້ງການຮຽນ-ການສອນຜ່ານລະບົບອອນລາຍ(online).

ສ່ວນລາຍວິຊາຂອງບາງຫຼັກສູດທີ່ມີການຮຽນ-ການສອນທົດລອງຕົວຈິງ ແລະ ການລົງຝຶກໃນພາກສະໜາມແມ່ນໃຫ້ຄະນະວິຊາ ແລະ ສະຖາບັນຈັດຕັ້ງການຮຽນ-ການສອນ ຢູ່ສະຖານທີ່ຫ້ອງທົດລອງ ຫຼື ພາກສະໜາມຕົວຈິງ ໂດຍໃຫ້ນັກສຶກສາມາຮຽນຕົວຈິງແບບເຊິ່ງໜ້າ,

ແຕ່ໃຫ້ຈັດສັນເວລາ ແລະ ແບ່ງຈໍານວນນັກສຶກສາເຂົ້າຮຽນພາກປະຕິບັດຕົວຈິງໃຫ້ມີຈຳນວນໜ້ອຍ ສາມາດປະຕິບັດໄດ້ຕາມລະບຽບການຮັກສາໄລຍະຫ່າງ ແລະ ມາດຕະການອື່ນໆທີ່ຄະນະສະເພາະກິດກຳນົດໄວ້.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ.

Leave a Reply

Your email address will not be published. Required fields are marked *

Back to top button