ແມ່ຄ້າຄົນນີ້ ອອກມາຊີ້ແຈງສາເຫດທີ່ ຄົນເອົາພາບລາວໄປໂພສວ່າ ແມ່ນຮ້ານ ປີ້ງໄກ່ 500,000

ແມ່ຄ້າຄົນນີ້ ອອກມາຊີ້ແຈງສາເຫດທີ່ ຄົນເອົາພາບລາວໄປໂພສວ່າ ແມ່ນຮ້ານ ປີ້ງໄກ່ 500,000 . ເຊີ່ງພາບນີ້ ຈາກບຸກຄົນອື່ນມາຖ່າຍຕອນເຈົ້າຫນ້າທີ່ກ່ຽວມາກວດແຕ່ບໍ່ແມ່ນຮ້ານລາວ

ແຕ່ບໍ່ຮູ້ວ່າ ຈະມີຄົນຄົນບໍ່ດີມາເຮັດແບບນີ້ໃຫ້, ທີ່ໆ ຕົນເອງບໍ່ແມ່ນຮ້ານທີ່ຂາຍແພງປານນັ້ນ, ແຕ່ສາເຫດນີ້ ເຈົ້າຂອງຮ້ານຄົນນີ້ ຍັງໄດ້ອະທິບາຍວ່າ

ຫລັງແມ່ຄ້າຮ້ານທີ່ ເກັບເງີນນຳລູກຄ້າແພງເກີນຕາມທີ່ສັງຄົມຮັບຊາບນັ້ນ ກໍ່ໄດ້ປິດຮ້ານກັບບ້ານແລ້ວ ເພາະອາຍຫນ້າ ຕໍ່ບັນດາແມ່ຄ້າທີ່ຢູ່ໃກ້ ແລະ ກໍ່ບໍ່ມີລູກຄ້າກ້າເຂົ້າຮ້ານລາວ.

ເຈົ້າຂອງຮ້ານທີ່ ຄົນແທ້ທີ່ ຂາຍໄກ່ໂຕ500,000 ແມ່ນຄົນນີ້ ແລະ ມີລາຍລະອຽດດັ່ງຕໍ່ໄປນີ້

ຕໍ່ກັບເຫດການໄກ່ໂຕ500,000 ນີ້ ເຈົ້າຫນ້າທີ່ກ່ຽວຂ້ອງກໍ່ໄດ້ຕິດຕາມຕາມຫາເຈົ້າຂອງຮ້ານ ຈາກກໍລະນີທີ່ກໍາລັງເປັນຂ່າວໂດງດັ່ງໃນສືສັງຄົມອອນລາຍ ຫຼື

ທາງເຟດບຸກ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ່າ ຂອງຊົນເຜົ່າມົ້ງ ທີ່ເດີນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຕົວຈິງ ອາຫານ 8ລາຍການລວມເປັນເງິນສູງເຖິງ 7,345,000ກີບ

ໃນນັ້ນຄ່າ ໄກ່ 5ໂຕ 2,500,000 ສະເລ່ຍຖືກໂຕລະ 500,000ກີບ, ປາ 6ໂຕ 1,200,000ກີບ ຖືກໂຕລະ 200,000ກີບ ເຂົ້າສຸກ 4 ຈານ 280,000ກີບ ຖືກຈານລະ 70,000ກີບ ປີ້ງ 2 ຊຸດ 600,000ກີບ ຖືກ ຊຸດລະ 300,000ກີບ, ເຂົ້າລາດໜ້າ 7 ຈານ 420,000 ຖືກຈານລະ 60,000ກີບ, ເບຍ ຈໍານວນ 50 ປ໋ອງ 2000,000 ຖືກປ໋ອງລະ 40,000ກີບ ນໍ້າດືມ ຈໍານວນ 15ຕຸກ 225,000ກີບ ຖືກຕຸກ 15000ກີບ.

ເຫັນວ່າລາຄາສູງເກີນລາຄາທ້ອງຕະຫຼາດຫຼາຍ ດັງນັ້ນທາງ ສະມາຄົມ ກິລາວັນນະຄະດີິພື້ນເມືອງ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງເຫັນວ່າມີມູນຄວາມຈິງແທ້ ດັ່ງຈຶ່ງໄດ້ເອີ້ນຜູ້ກ່ຽວຫຼືເຈົ້າຮ້ານ ມາສຶກສາອົບຮົມ ແລະ ປັບໄໝຕາມລະບຽບຂອງສະມາຄົມ.

ຈາກກໍລະນີດັ່ງກ່າວ ນາງກົງເຢຍວ່າງ ເຈົ້າຂອງຮ້ານຂາຍເຄື່ອງຢູ່ສະຖານທີ່ບຸນກິນຈຽງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ໃນຄັ້ງວັນທີ 25 ທັນວາ 2022 ທີ່ເກັບເງິນນໍາລູກຄ້າທີ່ມາກິນ-ດືມ ຢູ່ໃນຮ້ານຂອງຕົນເອງ ເກີນລາຄາໃນທ້ອງຕະຫຼາດທົ່ວໄປ

ໂດຍຜູ້ກ່ຽວໄດ້ຍອມຕໍ່ການກະທໍາຕໍ່ລູກຄ້າເຮັດໃຫ້ເກີດຫາງສຽງຢູ່ໃນສັງຄົມ ທ່ານຈິ່ງໄດ້ຂໍອາໄພຕໍ່ສັງຄົມ ແລະ ບັນດາແຂກທີ່ມາອຸດໜູນຮ້ານ.

ຈາກນັ້ນທ່ານ ຈົງວ່າງ ຮອງປະທານ ສະມາຄົມ ກິລາວັນນະຄະດີິພື້ນເມືອງ ໄດ້ມີຄໍາເຫັນຕໍ່ເຫດການທີ່ຂຶ້ນເຊິ່ງທ່ານກ່າວວ່າ ແມ່ນໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ເທດສະການບຸນກິນຈຽງເຜົ່າມົ້ງ ໂດຍສະເພາະແຂວງຂວາງ

ຕໍ່ກັບເຫດການດັ່ງກ່າວທາງຄະນະຮັບຜິດຊອບໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານການບໍລິການເອົາໃຈໃສ່ປະຕິບັດກົດລະບຽດ ແລະ ມາດຕະການທີ່ທາງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ເພື່ອໃຫ້ນັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງເມືອງຢາກມາທ່ຽວຊົມແຂວງຊຽງຂວາງກໍຄື ເທດສະການບຸນກິນຈຽງຂອງຊົນເຜົ້າມົ້ງ ໃຫ້ມີຄວາມຝົດຝື້ນມ່ວນຊືນຕະຫຼອດໄປ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button