ເຈົ້າໜ້າທີ່ ເຮັດແທ້ບຸກຄົ້ນເຮືອນເປົ້າໝາຍ ໂຮງຜະລິດຢູ່ໃຕ້ດີນສວນໄຮ່

ເຈົ້າໜ້າທີ່ ປກສ ອຸດົມໄຊ ເຮັດແທ້ບຸກຄົ້ນເຮືອນເປົ້າໝາຍ ພົບຢາບ້າຫຼາຍພັນເມັດ

+ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບຂໍ້ມູນຈາກພົນລະເມືອງດີໃນຕົ້ນເດືອນກັນຍາທີ່ຜ່ານມາວ່າ ຢູ່ດິນສວນໃກ້ກັບເຮືອນຂອງ ທ້າວ ຈູໄລວ້າ ບ້ານພູສະຫວັນ ເມືອງໄຊ ມີຮ່ອງຮອຍສົງໄສພົວພັນຢາເສບຕິດ

ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ຕິດຕາມ ເຫັນວ່າມີມູນຄວາມຈິງ ແລະ ສາມາດເຊື່ອຖືໄດ້ ກ່ອນນໍາກໍາລັງເຂົ້າກວດຄົ້ນເຄຫະສະຖານ (ເຮືອນສົງໄສ) ແລະ ຈັບກຸມເປົ້າໝາຍ 2 ຄົນ

+ ຜ່ານການສອບສວນໃນເບື້ອງຕົ້ນ ຍັງສາມາດຂະຫຍາຍຜົນເຖິງພັກພວກຮ່ວມຂະບວນ ອີກ 2 ຄົນ ລວມເປັນ 4 ຄົນ ຊື່ ທ້າວ ຈຸໄລວ້າ ອາຍຸ 48 ປີ, ທ້າວ ປໍຈົວລີ ອາຍຸ 29 ປີ, ທ້າວ ຊົວເຈີລີ ອາຍຸ 58 ປີ ແລະ ທ້າວ ວົງລີ ອາຍຸ 19 ປີ ພວກກ່ຽວຢູ່ບ້ານພູສະຫວັນ.

,

ສໍາລັບການກວດຄົ້ນເຄຫະສະຖານທີ່ພົວພັນກັບຢາເສບຕິດຂອງພວກກ່ຽວຄັ້ງນີ້, ມີທັງ ໝົດ 3 ຈຸດ ຄື:

ຈຸດທີ 1: ແມ່ນເຮືອນຂອງ ທ້າວ ຈູໄລວ້າ ສາມາດຢຶດເຄື່ອງຂອງກາງໄດ້ ຄື ຢາບ້າ ຈໍານວນ 265 ເມັດ, ບັ້ງເສບຢາບ້າ 1 ບັ້ງ, ເງິນ 2.000.000 ກີບ, ລົດຈັກ 1 ຄັນ ແລະ ໂທລະສັບມືຖື 2 ໜ່ວຍ;

,

ຈຸດທີ 2: ເຮືອນຂອງ ທ້າວ ປໍຈົວລີ, ທ້າວ ຊົວເຈີລີ ແລະ ທ້າວ ວົງລີ ( ທັງ 3 ແມ່ນຄົນໃນຄອບຄົວດຽວກັນ) ກວດພົບເຫັນ ຢາບ້າ ຈໍານວນ 194 ເມັດ, ເງິນ 25.000 ບາດ, ປືນລົມ 1 ກະບອກ, ລົດຈັກ 2 ຄັນ, ໂທລະສັບມືຖື 2 ເຄື່ອງ ແລະ ລົດເກັງ ຍີ່ຫໍ້ HYUNDAI ສີປອນເງິນ ທະ ບຽນ ກທ 6448 ກໍາແພງນະຄອນ ແລະ

ຈຸດທີ 3: ກວດຄົ້ນຫ້ອງໃຕ້ດິນສວນຂອງ ທ້າວ ຈຸໄລວ້າ ແລະ ທ້າວ ປໍຈົວລີ ພົບເຫັນຢາບ້າເມັດສີແດງ ຈໍານວນ 8.790 ເມັດ, ຢາບ້າທີ່ຍັງເປັນແປ້ງຝຸ່ນສີແດງ (ບໍ່ທັນໄດ້ອັດເປັນເມັດ) 1 ຖົງ ນ້ໍາໜັກ 5 ກິໂລກຼາມ, ຢາບ້າ ເປັນເມັດສີຂຽວ 4.170 ເມັດ, ແປ້ງຝຸ່ນປະສົມນ້ໍາຫນັກ 12,8 ກິໂລກຼາມ, ກາຈ້ໍາ ມີເຄື່ອງໝາຍໂຕ Y 1 ອັນ, ເຄື່ອງໝາຍໂຕ A 1 ອັນ ແລະ ເຄື່ອງໝາຍເລກ 1 ຈໍານວນ 1 ອັນ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງຈໍານວນໜຶ່ງ.

+ ຈາກການສອບສວນຂອງເຈົ້າໜ້າທີ່, ທ້າວ ຈູໄລວ້າ ແລະ ທ້າວ ປໍຈົວລີ ໃຫ້ການຮັບສະພາບຕໍ່ເຈົ້າໜ້າທີ່ຕໍາຫຼວດວ່າ: ໄດ້ຮ່ວມກັນເຄື່ອນໄຫວພົວພັນຢາເສບຕິດເເທ້ ສ່ວນເຄື່ອງຂອງກາງຢາບ້າ, ເຄື່ອງ ມື -ອຸປະກອນທີ່ກ່ຽວຂ້ອງ ທີ່ເຈົ້າໜ້າທີ່ກວດພົບເຫັນ ແລະ ສາມາດຢຶດໄດ້ຢູ່ຫ້ອງໃຕ້ດິນຢູ່ສວນນັ້ນ ແມ່ນຂອງພວກກ່ຽວແທ້ ເຊິ່ງໃນຕົ້ນເດືອນສິງຫາຜ່ານມາ ພວກກ່ຽວໄດ້

ຕິດຕໍ່ສັ່ງຊື້ເຄື່ອງມື-ອຸປະກອນນໍາຜູ້ຮ່ວມຂະບວນການ (ບໍ່ຮູ້ຊື່ ແລະ ທີ່ຢູ່) ເຊິ່ງເປັນໂຊເຟີຂັບລົດບັນທຸກ 12 ລໍ້ ໃນລາຄາ 60.000.000 ກີບ ແລະ ພາຍຫຼັງທີ່ໄດ້ເຄື່ອງມາແລ້ວ

ກໍໄດ້ພາກັນຂຸດຂຸມສ້າງຫ້ອງໃຕ້ຕິດ ແລ້ວຕິດຕໍ່ສັ່ງຊື້ແປ້ງຝຸ່ນ ແລະ ສານເຄມີທີ່ໃຊ້ປະສົມປຸງແຕ່ງຢາບ້າ ແລະ ພວກກ່ຽວເຮັດສໍາແລ້ວຄັ້ງທໍາອິດໄດ້ຢາບ້າ ຈໍານວນ 18 ມັດ. ຈາກນັ້ນ, ກໍນໍາໄປໄປຂາຍໃຫ້ຊາຍບໍ່ຮູ້ຊື່ (ຄົນມາແຕ່ຕ່າງແຂວງ) ໂດຍການນັດສົ່ງຊື້-ຊາຍຢາບ້າໃຫ້ກັນຢູ່ເຂດບ້ານຫຼັກ 44.

ສ່ວນຢາບ້າ ແລະ ແປ້ງຝຸ່ນທີ່ເຈົ້າຫນ້າທີ່ຢຶດໄດ້ຢູ່ຫ້ອງໃຕ້ດິນ ແມ່ນຈໍານວນທີ່ບໍ່ທັນໄດ້ບັນຈຸໃສ່ຖົງ ແລະ ບໍ່ທັນໄດ້ອັດເປັນເມັດເທື່ອ.

+ ທ້າວ ຈູໄລວ້າ ຍັງໃຫ້ການອີກວ່າ: ສໍາລັບຢາບ້າ ຈໍານວນ 265 ເມັດ ທີ່ກວດພົບເຫັນຢູ່ເຮືອນຂອງຜູ້ກ່ຽວນັ້ນ ແມ່ນນໍາອອກມາຈາກຫ້ອງໃຕ້ດິນສວນເພື່ອນໍາມາໄວ້ເສບເອງ ແລະ ທ້າວ ປໍຈົວລີ ໄດ້ໃຫ້ການອີກວ່າ ຢາບ້າ ຈໍານວນ 194 ເມັດ ທີ່ຢຶດໄດ້ຢູ່ເຮືອນຂອງຕົນນັ້ນ ແມ່ນເອົາມາໃຫ້ ທ້າວ ຊົວເຈີລີ (ພໍ່) ເສບ.

+ ທ້າວ ຊົວເຈີລີ ໄດ້ໃຫ້ການວ່າ ລູກຊາຍເອົາມາໃຫ້ຜູ້ກ່ຽວເສບແທ້ ສ່ວນການເຄື່ອນໄຫວຕ່າງໆ ນັ້ນແມ່ນບໍ່ຮັບຮູ້ ແລະ ທ້າວ ວົງລີ (ນ້ອງຊາຍ) ຂອງທ້າວ ປໍຈົວລີ ແມ່ນໄດ້ໃຫ້ການປະຕິເສດວ່າບໍ່ຮັບຮູ້ ແລະ ບໍ່ກ່ຽວຂ້ອງກັບຂະບວນການໃນຄັ້ງນີ້.

+ ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຍັງສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກທີ່ຮ່ວມຂະບວນການ ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button