ຂໍ້ມູນຜູ້ເສຍຊີວິດ 7 ຄົນ ມື້ນີ້

ມາຮອດວັນທີ 10 ທັນວາ 2021 ຕົວເລກ ເສຍຊີວິດສະສົມ 231 ຄົນ (ໃໝ່ 07), ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:

1). ເພດຊາຍ, ອາຍຸ 56 ປີ, ບ້ານຢູ່ປະຈຸບັນບ້ານກິ່ວກະຈຳ, ເມືອງ ຊຽງເງິນ ແຂວງ ຫຼວງພະບາງ- ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ – ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19

– ເຂົ້າໂຮງໝໍ ວັນທີ່ 06 ທັນວາ 2021, ຄົນເຈັບອິດເມື່ອຍ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ສະພາບຄົນເຈັບອິດເມື່ອຍອ່ອນເພຍຫຼາຍພາຍຫຼັງຟອກໄຂ່ຫຼັງ ແລະ ໄດ້ເຂົ້ານອນຕິດຕາມຢູ່ຫ້ອງມໍລະສຸມ

– ມາຮອດເວລາ 23:20 ນາທີຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຍິງ, ອາຍຸ 35 ປີ ອາຊີບ: ປະຊາຊົນ, ບ້ານຢູ່: ສັງຄະໂລກ ເມືອງ ຫຼວງພະບາງ ແຂວງຫຼວງພະບາງ- ພະຍາດປະຈຳໂຕ: ບໍ່ເຄີຍກວດສຸຂະພາບ- ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ

– ຄົນເຈັບມີອາການອິດເມື່ອຍຮາກຫຼາຍກ່ວາ 3 ວັນ ຈົນຮອດເວລາ 11:20 ນາທີ ຂອງວັນທີ່ 07 ທັນວາ 2021 ຄົນເຈັບງ່ວງຊຶມ ໄດ້ສົ່ງເຂົ້າມາໂຮງໝໍກວດພົບເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້ານອນໂຮງໝໍ ແລະ ສະພາບຄົນເຈັບບໍ່ໄດ້ສະຕິ ອາການ ບໍ່ດີ- ມາຮອດເວລາ 5:15ໂມງ ຂອງວັນດຽວກັນ ຄົນເຈັບ ໄດ້ເສຍຊີວິດ

3). ເພດຊາຍ, ອາຍຸ 85 ປີ, ບ້ານ ຫ້ວຍຊາຍໃຕ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.- ພະຍາດປະຈຳຕົວ: ເປັນອຳມະພາດ ນອນຕິດຕຽງ 4 ປີ + ເບົາຫວານ- ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.

– ວັນທີ 06 ທັນວາ 2021: ຄົນເຈັບເຂົ້າມານອນໂຮງໝໍຍ້ອນວ່າ ໄຂ້ ໄອ ຫັນໃຈຝືດ ເປັນຢູ່ບ້ານໄດ້ 3 ມື້ ແລະ ຜົນກວດພົບເຊື້ອ covid-19.- ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 06-09 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 04 ວັນ- ຮອດເວລາ 10:50 ນາທີ ຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

4). ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານ ນໍ້າຫໍ້ໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.- ພະຍາດປະຈຳຕົວ: ພະຍາດປອດ.- ບໍ່ໄດ້ສັກຢາກັນພະຍາດໂຄວິດ-19. – ວັນທີ 29 ພະຈິກ 2021: ຄົນເຈັບເຂົ້າມາກວດຢູ່ໂຮງໝໍຍ້ອນອາການອິດເມື່ອຍ, ໄຂ້, ໄອ, ຫັນໃຈຝືດ ແລະ ຜົນກວດພົບເຊື້ອ covid-19.

– ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 29 ພະຈິກ 2021 – 07 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມເປັນເວລາ 09 ວັນ- ມາຮອດເວລາ 24:30 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

5). ເພດຊາຍ, ອາຍຸ 22 ປີ, ນັກໂທດຢູ່ຄຸມຂັງເມືອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.- ພະຍາດປະຈຳຕົວ: ແຂງແຮງດີ + ມີປະຫວັດເສບຢາເສບຕິດ- ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.

– ວັນທີ 08 ທັນວາ 2021: ຄົນເຈັບໄດ້ເຂົ້າມາໂຮງໝໍຍ້ອນອາການເມື່ອຍ, ໄອ, ຫັນໃຈຍາກ, ກະວົນກະວາຍ ແລະ ຜົນກວດພົບເຊື້ອ- ໄລຍະເວລາເຂົ້າມານອນປິ່ນປົວຢູ່ໂຮງໝໍ ວັນທີ່ 08-09 ທັນວາ 2021 ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 02 ມື້ – ມາຮອດເວລາ 20:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

6). ເພດຊາຍ, ອາຍຸ 65 ປີ, ບ້ານຮອ່ງສຸພາບ, ເມືອງໄຊເສດຖາ, ນະຄອນຫລວງ- ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຂັ້ນສຸດທ້າຍ- ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 ຄົບ

– ຄົນໃນຄອບຄົວຕິດເຊື້ອ- ເວລາ 13:30 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຫອບ, ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ- ມາຮອດເວລາ 18:30 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

7). ເພດຍິງ, ອາຍຸ 87 ປີ, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງ – ພະຍາດປະຈຳຕົວ: ຄວາມດັນເລືອດສູງ – ບໍ່ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 – ຄົນໃນຄອບຄົວຕິດເຊື້ອ- ວັນທີ 08 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ

– ວັນທີ 09 ທັນວາ 2021: ຍ້າຍຄົນເຈັບມາປີ່ນປົວຢູ່ຕຶກໂຄວິດ-19: ຄົນເຈັບມີອາການບໍ່ຮູ້ສະຕິ, ຫາຍໃຈຫອບແລະມາຮອດເວລາ 19:50 ນາທີ ຂອງມື້ດຽວກັນ ຄົນເຈັບ ໄດ້ເສຍຊີວິດ

Leave a Reply

Your email address will not be published. Required fields are marked *

Back to top button