ໂສມຫນ້າ ຜູ້ຂັບລົດຕຳແມ່ຕູ້ເສຍຊີວິດ ແລ້ວລົບຫນີ

ຕຳແລ້ວເອົາຕົວລົບໜີແຕ່ໄປບໍ່ລອດ

ທ້າວວຽງສະຫວັນ ອາຍຸ 31 ປີ ຂັບລົດກະບະວີໂກ ໝາຍເລກທະບຽນ ກຫ 4489 ກຳແພງນະຄອນ ຕຳກັບລົດຈັກແມ່ຕູ້ ອາຍຸ 64 ປີ

ຢູ່ຖະໜົນ 450 ປີ ເຂດບ້ານນາແຄ ເມືອງໄຊທານີ ນວ ວັນທີ 24 ມັງກອນ 2022, ເສຍຊີວິດຄາທີ່ ແລ້ວເອົາຕົວລົບໜີ, ເຈົ້າໜ້າທີ່ໄລ່ລ້າຊອກຫາສຸດທ້າຍໄປບໍໍ່ລອດ.
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບແຈ້ງວ່າມີອຸບັດຕິເຫດລົດຕຳກັນເສຍຊີວິດ ແລ້ວເອົາຕົວລົບໜີ ຈຶ່ງໄດ້ລົງກວດກາຊັນນະສູດວັດແທກເກັບກຳຂໍ້ມູນຫຼັກຖານຮອດ ວັນທີ 25 ມັງກອນ 2022 ເວລາ 5:00ໂມງ ຈຶ່ງສາມາດກັກຜູ້ເອົາຕວົລົບໜີ ພ້ອມພາຫະນະໄດ້ຢູ່ເຮືອນຜູ້ກ່ຽວບ້ານ ຫນອງພະຍາ ເມືອງໄຊທານີ ນວ ຊາບຊື່ ທ້າວ ວຽງສະຫວັນ ອາຍຸ 31ປີ ອາຊີບກຳມະກອນ.

ຈາກນັ້ນຈຶ່ງໄດ້ນຳຕົວຂື້ນມາ ສອບສວນ, ພາຍຫຼັງສອບສວນຖ້າຜູ້ກ່ຽວຫາກເປັນຜູ້ລະເມິດກົດລະບຽບຈະລາຈອນເຊີ່ງຕາມປະມວນກົດໝາຍອາຍາ ມາດຕາ 145 ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ:

ວັກ 3 ລະບຸວ່າ ໃນກໍລະນີທີ່ການກະທຳຜິດ ຫາກພາໃຫ້ມີຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ່ ແຕ່ 5.000.000 ກີບ ຫາ 20.000.000 ກີບ, ແຕ່ຫາກຜູ້ກະທຳຜິດຫາກເອົາຕົວລົບໜີກໍ່ຈະມີໂທດໜັກເພີ່ມຂື້ນຕື່ມອີກຕາມ

ມາດຕາ 146 ການຫຼົບໜີຈາກອຸບັດຕິເຫດ: ເຊີ່ງໄດ້ລະບຸໄວ້ວ່າ ບຸກຄົນໃດຫາກໄດ້ເຮັດໃຫ້ອຸບັດຕິເຫດເກີດຂຶ້ນ ຫຼື ມີສ່ວນພົວພັນໂດຍກົງກັບອຸບບັດຕິເຫດແລ້ວຫຼົບໜີ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ່ ແຕ່ 3,000.000 ກີບ10.000.000 ແລະ

ຍັງມີຄວາມຮັບຜິດຊອບທາງແພ່ງຕໍ່ຜົນເສຍຫາຍທີ່ເກີດຂື້ນ, ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີກຳລັງເລັ່ງສອບສວນເພື່ອສະຫຼຸບສຳນວນຄະດີສົ່ງໄອຍາການສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ.

ກອງບັນຊາການ ປກສ ນວ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດ ແລະ ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະຫນົນເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຫລີກລ່ຽງການເກີດອຸບັດຕິເຫດ,

ຖ້າຫາກອຸບັດຕິເຫດເກີດແລ້ວຕ້ອງມີມະນຸດສະທຳກ້າຮັບຜິດຊອບຕໍ່ການກະທຳຂອງຕົນເອງທີ່ກໍ່ຂຶ້ນ.

ຊົມຄຼິບ

Leave a Reply

Your email address will not be published. Required fields are marked *

Back to top button