ຊີ້ແຈ້ງບັນຫາ ສັງຄົມເດືອດ ລາວມີເຂື່ອນຫຼາຍເຂື່ອນໄຟຟ້າ ແຕ່ຄວາມຈິງປະເທດເຮົາບໍ່ມີເຂື່ອນເປັນຂອງຕົນເອງ

ຈາກກໍລະນີທີ່ Page ຕ່າງໆ ໃນສື່ສັງຄົມອອນໄລ ໄດ້ນຳເອົາເນື້ອໃນການປະກອບຄຳຄິດຄຳເຫັນຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ III ຂອງ ສະພາແຫ່ງຊາດຊຸດທີ IX ວ່າ:

” ເຖິງວ່າປະເທດລາວເຮົາຈະມີເຂື່ອນຫຼາຍເຂື່ອນ ເປັນໝໍ້ໄຟອາຊຽນ ແຕ່ຄວາມຈິງປະເທດເຮົາບໍ່ມີເຂື່ອນເປັນຂອງຕົນເອງ “.

ຂໍ້ມູນທີ່ຖືກຕ້ອງຕາມການປະກອບຄຳເຫັນແມ່ນ #ໃນສັງຄົມເຂົ້າໃຈວ່າ ປະເທດລາວມີ 100 ເຂື່ອນ ເປັນໝໍ້ໄຟອາຊຽນ ເປັນຫຍັງຄ່າໄຟຈຶ່ງແພງ? ຄວາມຈິງ ໄຟຟ້າລາວ ບໍ່ມີເຂື່ອນເປັນຂອງຕົນເອງ ປະຈຸບັນ ໄດ້ຊື້ໄຟຈາກເຂື່ອນຕ່າງໆ ແລະ ໂຄງການຕ່າງໆ

ສະນັ້ນ, ຈຶ່ງຂໍຄວາມຮ່ວມມືນຳຜູ້ເຜີຍແຜ່ ແລະ ຜູ້ຮັບຂໍ້ມູນຂ່າວສານ ຈົ່ງປັບປຸງເນື້ອໃນໃຫ້ຖືກຕ້ອງຕາມຄວາມເປັນຈິງດ້ວຍ. ພ້ອມດຽວກັນນັ້ນ, ທາງພວກເຮົາໄດ້ມີຂໍ້ມູນເພີ່ມເຕີມ ຕາມລາຍລະອຽດດັ່ງນີ້:

ປະເທດລາວມີແຫຼ່ງຜະລິດຂະໜາດໃຫຍ່ ແລະ ນ້ອຍ ທີ່ໄດ້ຜະລິດໄຟແລ້ວ 90 ແຫ່ງ ລວມກໍາລັງຕິດຕັ້ງ10.956,14 ເມກາວັດ ເຂ່ືອນທັງໝົດແມ່ນການລົງທຶນຂອງພາກເອກະຊົນ ໂດຍມີເຂື່ອນທີ່ເປັນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໃນຕະຫຼາດຫຼັກຊັບ ທີ່ ຟຟລ ຖືຫຸ້ນ 51% ຈຳນວນໜຶ່ງ.

ສໍາລັບ ຟຟລ ແມ່ນມີເຂື່ອນ ຂະໜາດນ້ອຍປະມານ 3 ເມກາວັດ, ທຽບໃສ່ກໍາລັງໄຟຟ້າທີ່ ຟຟລ ມີສັນຍາຮັບຊື້ ປະມານ 4.500 ເມກາວັດ, ໝາຍຄວາມວ່າ ຟຟລ ຕ້ອງຊື້ໄຟເຂົ້າມາໃນລະບົບ ແລ້ວຈໍາໜ່າຍຕໍ່ໃຫ້ຜູ້ຊົມໃຊ້ໄຟໃນຂອບເຂດທົ່ວປະເທດ.

ສັນຍາຊື້ໄຟໃນແຫຼ່ງຜະລິດ ແມ່ນເປັນສັນຍາໃນໄລຍະຍາວ 25 ປີ ທີ່ເຊັນໄວ້ຕັ້ງແຕ່ກ່ອນການກໍ່ສ້າງແຕ່ລະໂຄງການ ໂດຍລາຄາຊື້ໄຟຟ້າແມ່ນຖືກຮັບຮອງໂດຍລັດຖະບານ ແລະ ລັດ ກໍ່ເປັນຜູ້ກໍານົດລາຄາຂາຍໃນແຕ່ລະໄລຍະ ແນ່ໃສ່ບໍ່ໃຫ້ສົ່ງຜົນກະທົບຫຼາຍຕໍ່ຄ່າຄອງຊີບໃນສັງຄົມ ທີ່ ລັດ ໄດ້ຄໍານຶງເຖິງ ພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ທີ່ລາຍຮັບຍັງບໍ່ທັນສູງ

ຈຶ່ງໄດ້ມີນະໂຍບາຍກໍານົດໃຫ້ລາຄາໄຟຟ້າຕໍ່າກວ່າຄວາມເປັນຈິງ ແລະ ຕໍ່າກວ່າລາຄາໄຟຂອງປະເທດເພື່ອນບ້ານອ້ອມຂ້າງ.

ນອກຈາກນີ້ຫຼາຍຄົນສົນໃຈວ່າເຮົາມີເຂື່ອນໄຟຟ້ານັບ 100 ແຫ່ງ, ສົ່ງໄຟອອກໄປຂາຍຕ່າງປະເທດມີລາຍຮັບຫຼາຍ ພັນຕື້ກີບຕໍ່ປີ ແລ້ວເງິນໄປໃສ?

ໃນຄວາມຈິງໄຟທີ່ສົ່ງອອກໄປຂາຍຕ່າງປະເທດສ່ວນໃຫຍ່ ແມ່ນເປັນຂອງເອກະຊົນທີ່ ລັດ (ຕາງໜ້າໂດຍ ບໍລິສັດ ຜະລິດ-ໄຟຟ້າລາວ ມາຫະຊົນ, ບໍລິສັດ ຖືຫຸ້ນລາວ) ມີຫຸ້ນຈໍານວນໜຶ່ງໃນແຕ່ລະໂຄງການ.

ສໍາຫຼັບ ຟຟລ ແມ່ນບໍ່ໄດ້ຖືຫຸ້ນໃນໂຄງການເຫຼົ່ານັ້ນ. ນອກນັ້ນ, ໃນໄລຍະ 10-12 ປີ ຕົ້ນຂອງການດໍາເນີນງານຂອງແຕ່ລະໂຄງການແມ່ນ ຕ້ອງໄດ້ໄປໃຊ້ໜີ້ທະນາຄານ.

ສະນັ້ນ, ບໍລິສັດຂາຫຸ້ນ ກໍ່ຈະໄດ້ເງິນປັນຜົນພຽງເລັກໜ້ອຍ ຫຼື ບາງໂຄງການບໍ່ໄດ້ເລີຍໃນຊ່ວງທີ່ໃຊ້ໜີ້. ເງິນທີ່ຈະເຂົ້າມາປະເທດລາວ ຫຼື ເປັນລາຍຮັບຂອງ ລັດ ແລະ ຂາຫຸ້ນ ຈຶ່ງບໍ່ຫຼາຍໃນໄລຍະ 10 ປີຕົ້ນ.

ເຖິງຢ່າງໄດກໍ່ຕາມ ການໃຫ້ເອກະຊົນມາສຳປະທານ ໄດ້ສ້າງຊັບສິນໄວ້ໃຫ້ລູກຫຼານລາວ ໃນອະນາຄົດ ເພາະພາຍຫຼັງໝົດອາຍຸສຳປະທານ ເຂື່ອນທຸກແຫ່ງ ກໍ່ຈະຖືກໂອນມາເປັນຂອງ ລັດ ໂດຍບໍ່ເສຍຄ່າ (ກ່ອນການໂອນກໍ່ຈະມີການສ້ອມແປງໃຫ້ກ່ອນ)

ໝາຍຄວາມວ່າ ປະເທດເຮົາຈະມີຊັບສິນ ທີ່ຕີເປັນມູນຄ່າຫຼາຍສິບຕື້ໂດລາ ແລະ ມີແຫຼ່ງພະລັງງານໝູນວຽນຮັບໃຊ້ສັງຄົມໄດ້ ໂດຍບໍ່ຕ້ອງລົງທຶນ ແລະ ສາມາດສືບຕໍ່ນໍາໃຊ້ໄປໄດ້ອີກເປັນຮ້ອຍປີ.

ແນ່ນອນເມື່ອນັກລົງທຶນເອົາທຶນມາກໍ່ສ້າງ ເຂົາກໍ່ຕ້ອງໄດ້ຂາຍໄຟໃຫ້ເຮົາ ຫຼື ຂາຍໄປຕ່າງປະເທດ ເພື່ອມີເງິນໄປໃຊ້ແທນເງິນກູ້ທະນາຄານ ແລະ ມີສ່ວນເຫຼືອເປັນກຳໄລຂອງເຂົາ ເຊິ່ງການກຳນົດລາຄາໄຟຟ້າທີ່ຂາຍ

ກໍ່ອີງໃສ່ຫຼັກການປະຕິບັດຂອງສາກົນ ແຕ່ການຂາຍໄຟໄປໃຫ້ຕ່າງປະເທດ ແມ່ນຈະແພງກວ່າການຂາຍໃຫ້ພາຍໃນປະເທດເລັກນ້ອຍ ໂດຍສັງເກດເຫັນໄດ້ວ່າລາຄາໄຟຢູ່ທຸກປະເທດ ອ້ອມຂ້າງປະເທດເຮົາທີ່ຊື້ໄຟຈາກ

ປະເທດລາວ ແມ່ນມີລາຄາຂາຍຢູ່ພາຍໃນປະເທດເຂົາສູງກວ່າ ລາຄາທີ່ ລັດ ຫລື ລັດວິສາຫະກິດໄຟຟ້າລາວ ຂາຍໃຫ້ກັບສັງຄົມລາວເຮົາ (ຂໍ້ມູນສາມາດຫາໄດ້ໃນ Google ຫຼື Youtube).

ການໃຫ້ສຳປະທານພັດທະນາໂຄງການເຂື່ອນໄຟຟ້າ ແມ່ນເຫັນວ່າເປັນແນວທາງທີ່ຖືກຕ້ອງຂອງ ພັກ ແລະ ລັດຖະບານ ເນື່ອງຈາກພວກເຮົາ ບໍ່ມີທຶນຮອນທີ່ຈະສາມາດພັດທະນາໂດຍລຳພັງໄດ້ ແລະ ຖ້າບໍ່ພັດທະນານໍ້າໃນແມ່ນ້ຳ ກໍ່ຈະໄຫຼຖິ້ມໄປຄືກັນກັບມັນໄດ້ໄຫຼຖິ້ມໄປຕະຫຼອດຫຼາຍພັນຫຼາຍໝື່ນປີທີ່ຜ່ານມາ.

ທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button