ອົງການອະນາໄມໂລກເຕືອນ ຖ້າມະນຸດປະມາດ ມະນຸດອາດຈະ ແພ້ ໂຄ ວ ິດ

ມາຮອດປັດຈຸບັນ ເຮົາເຫັນວ່າການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຍັງບໍ່ທັນມີທ່າທີຫລຸດຜ່ອນ ແລະ ມະຫັບມະຫາຍໄປຈາກໂລກໃບນີ້, ກົງກັນຂ້າມ ມັນຍິ່ງນັບມື້ແຜ່ຂະຫຍາຍ ແລະ ກາຍພັນເປັນຊະນິດໃໝ່ທີ່ຮ້າຍແຮງ ແລະ ອັນຕະລາຍຮ້າຍກາດຂຶ້ນເລື້ອຍໆ.

ຫລ້າສຸດເມື່ອບໍ່ດົນມານີ້, ອົງການອະນາໄມໂລກໄດ້ອອກມາເຕືອນວ່າ: ພະຍາດໂຄວິດ-19 ອາດຈະລວມຕົວທຸກສາຍພັນເປັນຊະນິດໃໝ່ທີ່ຮ້າຍກາດອັນຕະລາຍກວ່າເກົ່າ. ດັ່ງແຫລ່ງຂ່າວໃໝ່ໆພັດວ່າມີໂຄວິດ-22 ຂຶ້ນມາຕື່ມອີກແລ້ວ. ພະຍາດສາຍພັນນີ້ຍິ່ງອັນຕະລາຍຮ້າຍກາດກວ່າສາຍພັນເດວຕາ ວ່າຊັ້ນ.

ສ່ວນວ່າສະພາບຄົນຕິດເຊື້ອໂຄວິດ-19 ສະສົມມາຮອດວັນທີ 31 ສິງຫາ 2021 ໃນທົ່ວໂລກມີເຖິງ 217.926.107 ຄົນ, ເສຍຊີວິດໄປແລ້ວ 4.524.102 ຄົນ ໃນນີ້ອັນດັບໜຶ່ງຍັງແມ່ນສະຫະລັດອາເມລິກາ, ຮອງລົງມາແມ່ນອິນເດຍ, ບຣາຊີລ ຕາມລຳດັບ. ສະເພາະບັນດາປະເທດອ້ອມຂ້າງລາວເຮົາທີ່ມີຜູ້ຕິດເຊື້ອຫລາຍກວ່າໝູ່ກໍແມ່ນປະເທດໄທ, ຮອງລົງມາແມ່ນປະເທດຫວຽດນາມ.

ຕໍ່ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນຮອບໃໝ່ນີ້ ສິ່ງທີ່ໜ້າວິຕົກກັງວົນທີ່ສຸດຄືຢູ່ປະເທດຫວຽດນາມ ເພາະມີຄົນຕິດເຊື້ອພາຍໃນມື້ດຽວເຖິງຫລັກພັນຄົນແລ້ວ ຈົນເຮັດໃຫ້ລັດຖະບານຕ້ອງສັ່ງການເອົາກຳລັງທະຫານຫລາຍພັນຄົນລົງພື້ນທີ່ນະຄອນໂຮ່ຈີມິງ ເພື່ອຕອບຕ້ານ ແລະ ສະກັດກັ້ນການແຜ່ລະບາດໃນຄັ້ງນີ້ໃຫ້ທັນການ ແລະ ຕໍ່ ສປປ ລາວ

ພວກເຮົາຖ້າບໍ່ມີສະຕິເປັນເຈົ້າການຮ່ວມກັນອາດຕົກຢູ່ໃນກໍລະນີດັ່ງກ່າວຢ່າງໜີບໍ່ພົ້ນ. ສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງກໍຄືໃນວັນທີ 25 ສິງຫາ 2021 ມີຄົນຕິດເຊື້ອພຸ້ງຂຶ້ນເຖິງ 952 ຄົນ ສະຖິຕິການແຜ່ລະບາດໃນຊຸມຊົນປາກົດວ່າເພີ່ມຂຶ້ນເລື້ອຍໆ.

ແຕ່ແນວໃດກໍຕາມ, ມາຮອດວັນທີ 31 ສິງຫາ 2021 ປາກົດວ່າຫລຸດລົງມາຢູ່ພຽງ 199 ຄົນ. ກ່ຽວກັບການປິ່ນປົວນັ້ນ ມາຮອດປັດຈຸບັນຫາຍດີໄປແລ້ວ 10.018 ຄົນ, ຍັງປິ່ນປົວຢູ່ໂຮງໝໍ 4.983 ຄົນ ແລະ ເສຍຊີວິດ14 ຄົນເທົ່ານັ້ນ.

ເດັດດ່ຽວຕ້ານສົງຄາມຊີວະພາບໃຫ້ເຖິງກົກເຖິງຮາກເມື່ອຕັ້ງໂຈດກັນວ່າ ດ້ວຍສາເຫດໃດປະເທດເຮົາຈຶ່ງມີຄົນຕິດເຊື້ອເພີ່ມຂຶ້ນແບບຜິດປົກກະຕິຄືແນວນີ້.

ຄຳຕອບມັນກໍມີຫລາຍປັດໄຈ ແຕ່ອັນທີ່ແນ້ແທ້ມັນກໍມາຈາກສອງປັດໄຈພື້ນຖານຄື: ຈາກການສຳຜັດໃກ້ຊິດໃນວົງຊຸມຊົນ, ຊຸມແຊວ. ອັນສອງມາແມ່ນຈາກການນຳເຂົ້າຂອງແຮງງານທີ່ກັບມາແຕ່ປະເທດໄທຫລາຍແສນຄົນ. ຍິ່ງໄປກວ່ານັ້ນ, ມີບາງຄົນດື້ດ້ານ ຫລື ຕັ້ງແກ້ງມາແຜ່ເຊື້ອພະຍາດລັກອອກແຕ່ສູນກັກກັນປານຄົນປຶກຫຶກໜາໄຮ້ປັນຍາ. ສ່ວນການຕິດເຊື້ອດ້ວຍການໃກ້ຊິດຊຸມຊົນນັ້ນກໍຍິ່ງອັນຕະລາຍຮ້າຍກາດ ເມື່ອຕິດແປດໃສ່ກັນແລ້ວຕ້ອງແມ່ນພາບຫ້າພາບສິບ ທັງພໍ່ທັງແມ່ ທັງລູກທັງຫລານ. ໃນສອງປັດໄຈພື້ນຖານທີ່ກ່າວມານີ້ແມ່ນເປັນແຫລ່ງທີ່ມາຂອງການແຜ່ລະບາດ.

ຖ້າຜູ້ໃດເປັນຕົ້ນເຫດນຳເອົາເຊື້ອພະຍາດໂຄວິດ-19 ມາຕິດແປດໃສ່ໝູ່ຖືວ່າຜູ້ນັ້ນຕ້ອງໄດ້ຮັບໂທດຕໍ່ໜ້າກົດໝາຍ ເພາະນີ້ຄືການຕໍ່ສູ້ກັບສົງຄາມຊີວະພາບໃນຍຸກໂລກາພິວັດ. ໂຄວິດ-19 ເປັນສັດຕູທີ່ໄຮ້ກິ່ນ, ໄຮ້ສຽງ, ບໍ່ມີຕົນ, ບໍ່ມີໂຕ ແຕ່ມີພະລັງອາວຸດຂ້າຄົນໃຫ້ຕາຍດັບຖ້າຜູ້ໃດປະໝາດຂາດສະຕິ.

……ຢ່າປະມາດເດີ…

Leave a Reply

Your email address will not be published. Required fields are marked *

Back to top button