ໂຈ ໄບເດັນ ອະນຸມັດຂາຍອາວຸດໃຫ້ໄຕ້ຫວັນອີກ 1,1 ພັນລ້ານໂດລາ

ລັດຖະບານຂອງປະທານາທິບໍດີອາເມຣິກາ ໂຈ ໄບເດັນ ມີແຜນການຈະຂໍໃກ້ລັດຖະສະພາອະນຸມັດການຂາຍອາວຸດໃຫ້ໄຕ້ຫວັນເປັນມູນຄ່າ 1,1 ພັນລ້ານໂດລາສະຫະລັດ.

ອ້າງອີງຈາກ POLITICO ສຳນັກຂ່າວການເມືອງຂອງອາເມຣິກາ ໄດ້ລາຍງານວ່າ: ອາວຸດທີ່ສະຫະລັດອາເມຣິກາ ມີແຜນຈະຂາຍໃຫ້ໄຕ້ຫວັນັ້ນ ລວມມີລູກສອນໄຟຕໍ່ຕ້ານເຮືອຮົບ 60 ລູກ ແລະ ລູກສອນໄຟອາກາດສູ່ອາກາດ 100 ລູກ ລວມມູນຄ່າ 1,1 ພັນລ້ານໂດລາສະຫະລັດ.

ລັດຖະບານຂອງ ທ່ານ ໂຈ ໄປເດັນ ແລະ ສະມາຊິກລັດຖະສະພາ ໄດ້ເນັ້ນຍ້ຳເຖິງການສະໜັບສະໜູນລັດຖະບານໄຕ້ຫວັນຢ່າງຕໍ່ເນື່ອງ ແລະ ມີລາຍການອາວຸດໃໝ່ຕ່າງໆ ທີ່ກຽມອະນຸມັດເພື່ອຈຳໜ່າຍໃຫ້ໄຕ້ຫວັນເປັນຈຳນວນຫຼາຍ ຈະມີການປະກາດໃນອີກບໍ່ດົນ ຫຼື

ໃນເດືອນໜ້າ ແຕ່ການຈຳໜ່າຍອາວຸດເພື່ອການຮັກສາລະບົບທາງການທະຫານຂອງໄຕ້ຫວັນໃຫ້ມີຄວາມໝັ້ນຄົງ ແລະ ເຮັດໃຫ້ແຜນການສັ່ງຊື້ອາວຸດທີ່ດຳເນີນການມາແລ້ວມີຄວາມສົມບູນຂຶ້ນຫຼາຍກວ່າເພີ່ມຂີດຄວາມສາມາດໃໝ່ໆ.

ຫຼັງຈາກກະຊວງປ້ອງກັນປະເທດຂອງໄຕ້ຫວັນ ໄດ້ສະເໜີຮ່າງແຜນການງົບປະມານສຳລັບປີ 2021-2022 ສູງເປັນປະຫວັດສາດ ໂດຍສູງເຖິງ 586.000 ລ້ານໂດລາໄຕ້ຫວັນ ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ຊ່ວງເວລາດຽວກັນໃນປີກາຍນີ້ ແລະ ນັບເປັນການເພີ່ມງົບປະມານການປ້ອງກັນປະເທດຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2017.

ຄີບ

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button