ມະນຸດຄົນທຳອິດຂອງໂລກ ທີ່ໄດ້ຮັບການປູກຖ່າຍຫົວໃຈໝູ

ຊາຍຊາວອາເມຣິກາໃນລັດແມຣີ່ແລນ ຂອງສະຫະລັດເປັນມະນຸດຄົນທຳອິດ ຂອງໂລກທີ່ໄດ້ຮັບການປູກຖ່າຍຫົວໃຈໝູ,  ເນື່ອງຈາກບໍ່ມີສິດໃນການຮັບບໍລິຈາກອາໄວຍະວະຂອງມະນຸດ ຍ້ອນວ່າມີອາຊີບຮັບຈ້າງທົ່ວໄປ.

ໃນວັນທີ 6 ມັງກອນ 2022 ຜ່ານມາ, ທີມແພດຜ່າຕັດຂອງມະຫາວິທະຍາໄລສູນການແພດໃນລັດແມຣີ່ແລນ ຂອງສະຫະລັດ ໄດ້ປູກຖ່າຍ ຫົວໃຈໝູ ໃຫ້ ທ້າວ ເດວິດ ເບນເນັດ ອາຍຸ 57 ປີ ເນື້ອງຈາກບໍ່ມີສິດໃນການຮັບບໍລິຈາກອາໄວຍະວະຂອງມະນຸດ

ເຊິ່ງການຜ່າຕັດໃນຄັ້ງນີ້ຜ່ານໄປໄດ້ດ້ວຍດີ ແລະ ຮ່າງກາຍຂອງເບນເນັດນັ້ນ ກໍຟື້ນໂຕໄດ້ໂດຍບໍ່ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ເຮັດໃຫ້ເຂົາເປັນມະນຸດຄົນທຳອິດຂອງໂລກ ທີ່ໄດ້ຮັບການປູກຖ່າຍອາໄວຍະວະຈາກສັດ.

ຫຼັງຈາກການຜ່າຕັດດົນເຖິງ 9 ຊົ່ວໂມງ ແລະ ຜ່ານມາ 4 ມື້ ກໍພົບວ່າ: ເຂົາຟຶ້ນໂຕໄດ້ດີ ຫາຍໃຈໄດ້ເອງ ແຕ່ຍັງຕ້ອງໃຊ້ອຸປະກອນຊ່ວຍປະຄອງຫົວໃຈທີ່ເອີ້ນວ່າ: ECMO ເພື່ອຊ່ວຍສູບເລືອດໄປທົ່ວຮ່າງກາຍນອກຈາກນີ້ແພດຍັງບອກຕື່ມອີກວ່າມັນຍັງໄວເກີນໄປທີ່ຈະຮູ້ຜົນວ່າ

ການຜ່າຕັດໃນຄັ້ງນີ້ນີ້ໄດ້ຜົນ ຫຼື ບໍ່ ແຕ່ກໍຖືໄດ້ວ່າເປັນບາດກ້າວທີ່ສຳຄັນໃນການຊ່ວຍຊີວິດມວນມະນຸດ ໂດຍໃຊ້ອາໄວຍະວະທີ່ຖືກດັດແປງເຊື້ອສາຍຜ່ານການປູກຖ່າຍ ແລະ ສາມາດຕອບສະໜອງຕໍ່ຮ່າງກາຍຂອງມະນຸດໄດ້ດີ. ທັງນີ້ຍັງຊ່ວຍແກ້ໄຂປັນຫາການບໍລິຈາກອາໄວຍະວະຂອງມະນຸດອີກດ້ວຍ.

ຊົມຄລີບ

ອ້າງອີງຈາກ: BBC

Leave a Reply

Your email address will not be published. Required fields are marked *

Back to top button